spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີຫຼຸດໄຂມັນໃນເສັ້ນເລືອດ ແບບງ່າຍໆ

ວິທີຫຼຸດໄຂມັນໃນເສັ້ນເລືອດ ແບບງ່າຍໆ

Published on

ຄວາມຕຸ້ຍ ເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດບັນຫາສຸຂະພາບຢ່າງຫຼວງຫຼາຍ ລວມຮອດພາວະໄຂມັນໃນເສັ້ນເລືອດສູງ, ພະຍາດນີ້ເປັນພະຍາດໜຶ່ງທີ່ຈະບໍ່ສະແດງອາການອອກມາໃຫ້ເຮົາເຫັນ, ຈາກການສຶກສາພົບ ແລະຢືນຢັນວ່າ: ພາວະຄໍເລດເຕີລໍໃນເສັ້ນເລືອດສູງ ເປັນສາເຫດເຮັດໃຫ້ຫຼອດເລືອດແດງແຂງ, ຕີບ ແລະຈະເຮັດໃຫ້ເກີດພະຍາດຫົວໃຈຂາດເລືອດ ຫຼືເກີດພະຍາດສະໝອງຂາດເລືອດ ເຊິ່ງເປັນອັນຕະລາຍຫຼາຍ, ມື້ນີ້ເຮົາມີວິທີຫຼຸດໄຂມັນໃນເສັ້ນເລືອດ ມາແນະນຳໃຫ້ທ່ານຜູ້ອ່ານປະຕິບັດນຳກັນ

  1. ຄວບຄຸມອາຫານ: ໂດຍການບໍ່ກິນອາຫານທີ່ມີໄຂມັນຫຼາຍເກີນໄປ, ຫຼຸດປະລິມານອາຫານທີ່ມີສານຄໍເລດເຕີລໍສູງ, ຫຼີກລຽງອາຫານປະເພດເຄື່ອງໃນສັດ, ສະໝອງສັດ, ຕັບງົວ, ຕັບໝູ, ໜັງເປັດໜັງໄກ່, ໄຂ່, ຫອຍແຄງ, ປາຫມຶກ, ໄຂ່ປາ ເປັນຕົ້ນ, ຖ້າຫາກເຮົາຄວບຄຸມອາຫານປະເພດນີ້ໄດ້ກໍຈະເຮັດໃຫ້ໄຂມັນໃນເສັ້ນເລືອດຫຼຸດລົງ
  2. ໝັ່ນອອກກຳລັງກາຍ: ເປັນການເພີ່ມການເຜົາຜານອາຫານ ໂດຍສະເພາະແມ່ນຄໍເລດເຕີລໍ, ຍັງຊ່ວຍເພີ່ມລະດັບ ເຮດດີແອວໃນເລືອດ ເຊິ່ງເປັນໂຕຊ່ວຍປ້ອງກັນການເກີດຫຼອດເລືອດແດງແຂງໂຕ
  3. ຫຼຸດຄວາມຕຸ້ຍ: ດ້ວຍວິທີການທີ່ຖືກຕ້ອງ ນັ້ນກໍຄືການຄວບຄຸມອາຫານ, ຮ່ວມກັບການອອກກຳລັງກາຍຕະຫຼອດ ເພື່ອເຮັດໃຫ້ຮ່າງກາຍໄດ້ສຸຂະພາບດີ ແລະຫຼຸດຫຸ່ນອີກດ້ວຍ
  4. ເຊົາສູບຢາ: ສຳລັບຄົນທີ່ສູບຢາກໍຄວນເຊົາ ເພາະຈະເຮັດໃຫ້ເກີດພະຍາດມະເຮັງປອດ, ເກີດການອັກເສບຂອງຫຼອດລົມ, ຫຼອດລົມອຸດຕັນ, ຢາສູບຍັງເຮັດໃຫ້ເກີດພະຍາດຫົວໃຈຂາດເລືອດອີກດ້ວຍ
  5. ເຂົ້າຮັບການຮັກສາຈາກແພດ: ບາງຄົນທີ່ເປັນຮ້າຍແຮງ ຕ້ອງໄດ້ໃຊ້ຢາປັບລະດັບໄຂມັນ ເຊິ່ງແພດຈະເປັນຜູ້ຊີ້ນຳ ແລະຕິດຕາມການຮັກສາ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...