spot_img
Homeນານາສາລະວິທີຫຼຸດອາການເຈັບຕາ ແບບງ່າຍໆດ້ວຍຕົວເອງ

ວິທີຫຼຸດອາການເຈັບຕາ ແບບງ່າຍໆດ້ວຍຕົວເອງ

Published on

ຕອນນີ້ຫາກເຈົ້າກຳລັງທໍລະມານຈາກອາການເຈັບຕາ ເຈົ້າບໍ່ຕ້ອງກັງວົນໃຈອີກແລ້ວ ອາການຕິດເຊື້ອໃນຕາສາມາດເກີດຂຶ້ນໄດ້ກັບທຸກຄົນ ທຸກເພດທຸກໄວ ແລະສ່ວນຫຼາຍເກີດຈາກການໃຊ້ສາຍຕາຫຼາຍເກີນໄປເຊັ່ນ: ການເບິ່ງຄອມພິວເຕີໝົດມື້ ຫຼືເບິ່ງໂທລະພາບດົນໆ

ເຊິ່ງມັນຈະເຮັດໃຫ້ຕາເຮົາເມື່ອຍ ແລະລະຄາຍເຄືອງໄດ້, ບາງຄັ້ງອາດເຖິງຂັ້ນເກີດອາການຕິດເຊື້ອ ຈົນເຮັດໃຫ້ເປັນຕາແດງໄດ້, ແມ່ນຢູ່ວ່າເຮົາສາມາດໃຊ້ຢາ ຫຼືຄີມເພື່ອບັນເທົາອາການເຫຼົ່ານີ້ໄດ້, ມື້ນີ້ເຮົາຈະມານຳວິທີແບບທຳມະຊາດ ແລະມີປະສິດທິຜົນສູງ ທີ່ເຈົ້າສາມາດເຮັດໄດ້ເອງຈາກບ້ານ

ວິທີການຫຼຸດອາການເຈັບຕາ ໂດຍການໃຊ້ຖົງຊາສະໝຸນໄພ ເພາະມັນມີສ່ວນປະສົມທີ່ສາມາດຕ້ານການອັກເສບ ແລະຍັງຊ່ວຍບັນເທົາອາການຕິດເຊື້ອ ພຽງແຕ່ເຈົ້າເອົາຖົງຊາ ມາບີບນໍ້າອອກໃຫ້ໝົດ ແລະປະໄວ້ບໍລິເວນຕາຂອງເຈົ້າປະມານ 5-10 ນາທີ, ເຮັດຊໍ້າຫຼາຍໆຄັ້ງ, ເຮັດແບບນີ້ຈະເຮັດໃຫ້ອາການເຈັບຕາຂອງເຈົ້າຫຼຸດລົງ ແລະດີໃນເວລາຕໍ່ມາ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...