spot_img
Homeມູມໄອທີລາວວິທີຫລຸດຜ່ອນຄວາມຮ້ອນ ພາຍໃນຄອມພິວເຕີ

ວິທີຫລຸດຜ່ອນຄວາມຮ້ອນ ພາຍໃນຄອມພິວເຕີ

Published on

ຄວາມຮ້ອນຈະເຮັດໃຫ້ຄອມພິວເຕີ ມີອາຍຸສັ້ນ

ຄອມພິວເຕີຂອງທ່ານເຄີຍມີການ restart ເອງໂດຍອັດຕະໂນມັດຫຼືບໍ່ ? ສາເຫດໜຶ່ງທີ່ອາດຈະເຮັດໃຫ້ຄອມພິວເຕີ restart ເຄື່ອງເອງແມ່ນມາຈາກຄອມພິວເຕີມີຄວາມຮ້ອນສູງເກີນໄປ ( ເຫດຜົນອີກປະການໜຶ່ງອາດຈະມາຈາກໄວຣັສ ) ຊຶ່ງໂດຍປົກກະຕິແລ້ວໃນ BIOS ຈະມີການກໍານົດລະດັບຂອງຄວາມຮ້ອນໄວ້ວ່າ ຖ້າຫາກຄວາມຮ້ອນສູງເກີນທີ່ກໍານົດໄວ້ ມັນອາດຈະສັ່ງໃຫ້ Restart ເຄື່ອງໃໝ່ໄດ້ ສະນັ້ນເຮົາມາລອງຮຽນຮູ້ກ່ຽວກັບວິທີການຫລຸດຜ່ອນຄວາມຮ້ອນຂອງຄອມພິວເຕີກັນດີກວ່າ

50502400268493114908

ວິທີການແກ້ໄຂບັນຫາຄອມພິວເຕີທີ່ມີຄວາມຮ້ອນສູງເກີນກວ່າປົກກະຕິ

• ສະຖານທີ່ຕິດຕັ້ງ

ການຕິດຕັ້ງ ແລະ ການນໍາໃຊ້ຄອມພິວເຕີໃນຫ້ອງທີ່ມີອຸນຫະພູມທີ່ເໝາະສົມບໍ່ຮ້ອນເກີນໄປ ຖ້າຊິໃຫ້ດີ ຄວນນໍາໃຊ້ໃນຫ້ອງທີ່ມີເຄື່ອງປັບອາກາດ ຫຼື ສະຖານທີ່ໆມີລົມລ່ວງດີ.

• ຕໍາແໜ່ງທີ່ເຫມາະສົມ

ຫ້າມບໍ່ໃຫ້ຕິດຕັ້ງຄອມພິວເຕີໃກ້ໆ ຫຼື ຕິດຝາ ຫຼື ຫ້ອງທີ່ອາກາດບໍ່ລ່ວງ.

44693711124106732377

• ການບຳລຸງຮັກສາ

ໃນເມື່ອມີການນຳໃຊ້ຄອມພິວເຕີໄປໄດ້ໄລຍະເວລາໜຶ່ງ ໂດຍສະເພາະກັບຄອມພິວເຕີແບບຕັ້ງໂຕະ ຫຼື desktop ຂີ່ຝຸ່ນທີ່ເປັນໂຕການເຮັດຄອມພິວເຕີຮ້ອນຜິດປົກກະຕິ ຈະເຂົ້າໄປຕິດພາຍໃນຄອມພີວເຕີເຮັດໃຫ້ເກີດອຸນຫະພູມທີ່ສູງຂຶ້ນ ແລະ ເປັນສາເຫດຂອງບັນຫາຄວາມຮ້ອນໄດ້ ການແກ້ໄຂບັນຫາ ຄວນເຮັດອະນາໄມໂດຍການໃຊ້ເຄື່ອງເປົ່າເພື່ອເປົ່າຂີ້ຝຸ່ນອອກ.

• ລະບາຍຄວາມຮ້ອນໃນໂຕເຄື່ອງຄອມພິວເຕີ

ການຕິດຕັ້ງພັດລົມພາຍໃນເຄື່ອງຄອມພິວເຕີ ຫຼື Case ກໍເປັນອີກວິທີໜຶ່ງທີ່ຊ່ວຍໃນການລະບາຍຄວາມຮ້ອນໃຫ້ກັບຄອມພິວເຕີຂອງທ່ານໄດ້.

32258821237015235715

ພຽງແຕ່ເທົ່ານີ້ ກໍສາມາດຊ່ວຍຫລຸດຜ່ອນຄວາມຮ້ອນຂອງຄອມພິວເຕີທ່ານໄດ້ຫລາຍຂື້ນກວ່າເກົ່າແລ້ວ.

ຮຽບຮຽງໂດຍ: ປານີນາ ຈັນທະນະຄອນ

ທີ່ມາ: http://www.vtetoday.la/

 

 

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...