ວິທີສ້າງໂຕເອງໃຫ້ເປັນຄົນນິໄສດີ

      ຖ້າເວົ້າເຖິງນິໄສໃຈຄໍແລ້ວ ເຮົາຄົນລາວກໍຖືວ່າເປັນຄົນທີ່ມີນິໄສໃຈຄໍດີງາມບໍ່ນ້ອຍໜ້າຊາດໃດໆ ໃນໂລກ, ໃນຂະນະດຽວກັນທຸກໆ ຄົນກໍຈະມັກຄົນທີ່ມີນິໄສໃຈຄໍດີ ເຖິງແມ່ນໂຕເອງເປັນຄົນນິໄສບໍ່ດີກໍຕາມ, ແລ້ວຖ້າຢາກເປັນຄົນນິໄສດີເດ ມີວິທີໃດບໍທີ່ຈະມາເຝິກໂຕເອງໃຫ້ກາຍເປັນຄົນນິໄສດີ ເພື່ອເປັນສະເໜ່ໃຫ້ທຸກຄົນທີ່ພົບເຫັນຫຼົງຮັກປັກໃຈ ຫຼືປະທັບໃຈຕໍ່ເຮົາ. ມື້ນີ້ ຊຽງກະເລັນ ຜູ້ຂຽນ ຈະຄັດຈ້ອນເອົາວິທີເປັນຄົນນິໄສດີມາຝາກທ່ານຜູ້ອ່ານ ລອງອ່ານນຳກັນເບິ່ງ:

 1. ຢ່າຈົ່ມ

ໃຜໆກໍບໍ່ມັກຄົນຈົ່ມແລະມັກຈະຊັງຄົນຂີ້ຈົ່ມ ເຖິງຢາກຈົ່ມກໍຢ່າຈົ່ມ ເພາະຄົນອື່ນຈະຈົ່ມນຳ, ລອງຢິກໂຕເອງຄ່ອຍໆ ເວລາຈົ່ມ ເພື່ອເຕືອນໂຕເອງ ແລ້ວຍ້ອງວ່າ ຫຼຸດຜ່ອນການຈົ່ມໄດ້ໜ້ອຍໜຶ່ງແລ້ວ ເກັ່ງຫຼາຍ ແລ້ວທ່ານຈະຈົ່ມໜ້ອຍລົງ.

2. ມີນ້ຳສຽງນຸ່ມນວນ

ຢ່າເວົ້າດັງ ເອີກໆອາກໆ ເຂົາຊິວ່າເຮົາຫູຕຶງ ເວລາໄດ້ຍິນຄົນເວົ້າສຽງດັງ ເຮົາກໍນຶກວ່າເຂົາຢາກຮ້າຍ ເຮົາກໍມີຄວາມຕຶງຄຽດ. ບາງຄົນມັກເວົ້າສຽງດັງຫຼືສຽງຂົ່ມຂູ່ເພາະຢາກໃຫ້ຄົນອື່ນຟັງ ຄືກັບບັງຄັບໃຫ້ເຂົາສົນໃຈ ແຕ່ເຂົາຈະບໍ່ສົນໃຈດອກ ແລະເຂົາກໍບໍ່ມັກອີກ.

3. ຮູ້ຈັກຍ້ອງຄົນ

ບໍ່ແມ່ນຕັ້ງຕິຍ້ອງເດີ ແຕ່ສັງເກດເບິ່ງເມື່ອເຂົາເຮັດເຕັມທີ່ແລ້ວ ເຮັດໄດ້ສ່ຳໃດກໍສ່ຳນັ້ນ ຈົ່ງຊົມເຊີຍເຂົາ ແມ່ນວ່າຜົນລັບທີ່ອອກມາຈະລົ້ມແຫຼວກໍ່ບ່ເປັນຫຍັງ ໃຫ້ຊົມວ່າເກັ່ງຫຼາຍ ດີຫຼາຍແລ້ວທີ່ຕັ້ງໃຈເຮັດຢ່າງເຕັມທີ່ ແລະໃຫ້ລົງມືເຮັດໃໝ່ອີກ.

4. ຢ່າຕຳໜິຄົນອື່ນ

ເຖິງແມ່ນວ່າເຂົາຈະເຮັດຫຍັງຊ້າກວ່າ ໂງ່ກວ່າ ມີຄວາມສາມາດໜ້ອຍກວ່າ ຫຼືເຮັດຜິດໄປແລ້ວເບິ່ງເຫັນໆຢູ່ ຈົ່ງງັບປາກໄວ້ ຢ່າຕຳໜິເຂົາ. ເຮົາຕ້ອງເຂົ້າໃຈວ່າເຂົາເກີດມາບໍ່ຄືເຮົາ ບໍ່ທໍ່ເຮົາ ທັງກຳມະພັນ ສິ່ງແວດລ້ອມ ແລະການອົບຮົມລ້ຽງດູ ລວມທັງມັນສະໝອງມັນບໍ່ຄືກັນ ບໍ່ວ່າຈະເປັນຍາດພີ່ນ້ອງຫຼືບໍ່ກໍຕາມ ຢ່າຕຳໜິເຂົາ ເຂົາເຮັດສຸດແຮງແລ້ວໄດ້ທໍ່ນັ້ນ ກໍຈົ່ງເຫັນໃຈເຂົາ ໃຫ້ກຳລັງໃຈເຂົາດີກວ່າ. ຖ້າເຮົາຕຳໜິຫຼືດູຖູກເຂົາ ບໍ່ວ່າຈະຕໍ່ໜ້າຜູ້ອື່ນ ຫຼືຕາມລຳພັງ ນອກຈາກເຂົາຈະບໍ່ຮູ້ສຶກຜິດ ບໍ່ຢາກພັດທະນາໂຕເອງແລ້ວ ເຂົາຈະຊັງເຮົາແລະຫາໂອກາດຈັບຜິດເຮົາອີກ ຫຼືແຂງກະດ້າງຫາເລື່ອງເຮົາໄປເລີຍກໍໄດ້.

5. ຢ່າເວົ້າເດົາໃຈຫຼືທວາຍໃຈຄົນອື່ນ

ບໍ່ເປັນຕາຟັງດອກ ຄືຄົນອວດຮູ້ ສອດທຸກເລື່ອງ ບາງຄົນມັກເວົ້າໄປກ່ອນຫຼືເວົ້າແຊງຄົນອື່ນທີ່ເວົ້າຢູ່ ທຳນອງວ່າຮູ້ວ່າຈະເວົ້າຫຍັງ ເຊິ່ງອາດຈະຖືກແດ່ຜິດແດ່ ແຕ່ກໍເປັນການເສຍມາລະຍາດ. ນອກຈາກນີ້ຍັງສະແດງວ່າເຮົາຂາດຄວາມສຳຮວມ ບໍ່ເຄົາລົບສິດຜູ້ອື່ນ ຄືເປັນຄົນຊູ່ລູ່ ອວດຮູ້ ຄົນອື່ນເຂົາບໍ່ມັກດອກ.

6. ບໍ່ວິຈານຫຼືຕັດສິນຄົນອື່ນຢ່າງຜິວເຜີນ

ຢ່າເອົາໂຕເອງເປັນມາດຕະຖານ ຢ່າຄິດວ່າໂຕເອງສຳຄັນຫຼາຍ ຍົກຕົວຢ່າງເປັນຜູ້ພິພາກສາຊີວິດແລະການກະທຳຂອງຜູ້ອື່ນ ວ່າດີຫຼືໄວ ຖືກຫຼືຜິດ ເບິ່ງຜິວເຜີນອາດຈະເບິ່ງຄືເຮົາເປັນຄົນເກັ່ງຫຼືກ້າ ແຕ່ແທ້ຈິງແລ້ວເຮົາໃຈແຄບ ເອົາໂຕເອງເປັນໃຫຍ່ ແລະອວດເກັ່ງເກີນໄປ ບໍ່ໜ້າຄົບຫາສະມາຄົມນຳ.

7. ເວລາຄົນອື່ນຊົມ ຄວນເຮັດຈັ່ງໃດ?

ຖ້າມີຄົນຊົມເຮົາບໍ່ວ່າເລື່ອງໃດ ໃຫ້ຂອບໃຈຄ່ອຍ ແລະຍິ້ມເລັກນ້ອຍ ຢ່າແກ້ໂຕວ່າບໍ່ແມ່ນ ແລ້ວຍົກເລື່ອງຮ້າຍຂອງຕົນມາເລົ່າ ເຮັດໃຫ້ບັນຍາກາດອຶດອັດ.

8. ຮູ້ຈັກເວົ້າຕາຄ້ອຍຕາມຜູ້ອື່ນແດ່

ຢ່າຫົວແຂງ ໃຈແຄບ ເອົາໂຕເອງເປັນໃຫຍ່ ໃຜເວົ້າຈາບໍ່ຖືກໃຈກໍຂັດເຂົາຮຸນແຮງ ຮູ້ຈັກຍອມໃຫ້ຄົນອື່ນຊະນະແດ່ ຫຼືບໍ່ກໍນິ່ງເສີຍຢູ່ແດ່ ບໍ່ແມ່ນຂັດຄໍ, ຖຽງ, ຂຶ້ນສຽງ ເຮັດໂຕເປັນຂວາກໜາມຂັດຂວາງຜູ້ອື່ນ ເທົ່າກັບສ້າງສັດຕູຫຼືຂາກໜາມຊີວິດ ແລະເຮົາກໍຈະຖືກຂວາກໜາມນັ້ນແທງນຳ.

9. ກ່າວຍ້ອງຍໍບຸບພະກາລີຂອງເຂົາ

ຖ້າຮູ້ຈັກກັບພໍ່ແມ່ຂອງຄົນອື່ນທີ່ເຮົາລົມນຳ ແລະຮູ້ວ່າເຂົາຮັກພໍ່ແມ່ຂອງເຂົາ ຫາໂອກາດເວົ້າໃນທຳນອງຍ້ອງຍໍພໍ່ແມ່ຂອງເຂົາດ້ວຍຄວາມຈິງໃດແດ່ ເຂົາຈະຊື່ນໃຈ ເປັນມິດກັນແບບແຈບໃຈຂຶ້ນ.

10. ຢ່າສາບແຊ່ງໂຕເອງວ່າຫຍຸ້ງຫຼືຊວຍ

ຖ້າມີຄົນຖາມ ຢ່າຕອບວ່າເຮົາຫຍຸ້ງຫຼືຊວຍ ຄົນອື່ນກໍບໍ່ຢາກລົມເລື່ອງມ່ວນໆນຳປານໃດ ເຮົາເລີຍຕ້ອງຈົມຄວາມຫຍຸ້ງແລະຊວຍຕໍ່ໄປ ຕອບກາງໆ ວ່າ ປົກກະຕິດີ ດີກວ່າ.

11. ເປັນຜູ້ຟັງທີ່ດີ

ສະແດງຄວາມເຫັນອົກເຫຫັນໃຈຖ້າເຂົາມີຄວາມທຸກ ບໍ່ເວົ້າແຊກ ຕາຈ້ອງຕາເວລາເວົ້າກັນ ມີປະຕິສຳພັນໃນລະຫວ່າງເວົ້າ ການເປັນຜູ້ຟັງທີ່ດີ ເປັນການສ້າງມິດທີ່ລົງທຶນໜ້ອຍທີ່ສຸດຢ່າງໜຶ່ງ.

12. ບໍ່ຖຽງ ຂັດແຍ້ງ ເລື່ອງຄວາມເຊື່ອ

ຄາມເຊື່ອເປັນເລື່ອງຂອງແຕ່ລະຄົນ ຢ່າໄປຖຽງກັນເລີຍວ່າແນວໃດຖືກຫຼືຜິດ ດີຫຼືຮ້າຍ ໃຫ້ຄວາມຕ່າງກັນເປັນສີສັນຂອງຊີວິດ ແລະທີ່ຄົນຈະເຊື່ອຕ່າງກັນກໍບໍ່ຜິດ ນອກຈາກຄວາມເຊື່ອນັ້ນຈະຜິດກົດໝາຍແລະຄຸນນະທຳ.

13. ເວລາເຫັນຄົນຜິດຖຽງກັນ ຈົ່ງວາງໂຕເປັນກາງ

ຢ່າເຂົ້າຂ້າງໃຜຈົນອອກໜ້າ ແລະຢ່າໄປໃສ່ໄຟຫຼືຍຸແຫຍ່ຕື່ມ ແຕ່ຫາທາງຢຸດຕິການຜິດຖຽງກັນດ້ວຍຄວາມເຂົ້າໃຈດີກວ່າ ຄົນສ່ວນຫຼາຍຈະຜິດຖຽງກັນດ້ວຍອາລົມທີ່ບໍ່ດີ ມີອະຄະຕິ ຄວາມເຊື່ອຕ່າງກັນ ແລະຢາກເອົາຊະນະກັນທັງນັ້ນ ແທ້ຈິງແລ້ວມັກຈະບໍ່ມີໃຜຖືກ ໃຜຜິດແທ້ໆ ດອກ.

14. ຢ່າໃຈຮ້າຍງ່າຍ

ລອງຫາວິທີບໍ່ສະແດງຄວາມໃຈຮ້າຍອອກມາທັງໆທີ່ເຮົາຄວນຈະໃຈຮ້າຍເບິ່ງດູຈັກບາດ ຜູ້ຄົນຈະປະຫຼາດໃຈ ຕ້ອງຮູ້ຈັກອາລົມຂອງໂຕເອງ ຮູ້ເທົ່າທັນອາລົມ ແລະຄວບຄຸມມັນໃຫ້ຢູ່ ຮຽນໃຫ້ອະໄພ ຮູ້ຜົນເສຍຂອງການໃຈຮ້າຍ ຮູ້ຈັກຊົມເມື່ອຫຼຸດອາລົມໄດ້ ລວມທັງອອກກຳລັງກາຍຢ່າງເໝາະສົມເປັນປະຈຳແລ້ວເຮົາຈະບໍ່ໃຈຮ້າຍງ່າຍ ດີບໍ?

15. ຢ່າຈົ່ມຂວັນ

ການຈົ່ມຂວັນຫຼືນິນທາເປັນນິໄສທີ່ບໍ່ດີເລີຍ ເປັນການທຳລາຍຄົນອ່ອນແອບໍ່ມີທາງສູ້ ບໍ່ຍຸດຕິທຳ ຄົນທີ່ຮູ້ວ່າເຮົາເປັນຄົນມັກນິນທາ ກໍຈະບໍ່ມັກເຮົາ ເພາະຢ້ານວ່າເຮົາຈະນິນທາຕອນເຂົາບໍ່ຢູ່ນຳເຮົາເຊັ່ນກັນ ປ່ຽນໃຈໄດ້ແລ້ວສຳລັບຜູ້ມັກນິນທາ ຫຼືເວົ້າຂວັນຜູ້ອື່ນ.

16. ຢ່າລືມເວົ້າມ່ວນໆ ຕອນຈາກກັນ

ເວົ້າຢ່າງຈິງໃຈແລະມ່ວນໆ ເໝືອນອວຍພອນພ້ອມຮອຍຍິ້ມ ເຊັ່ນ ໂຊກດີເດີ! ມ່ວນຫຼາຍແລ້ວພົບກັນອີກເດີ້.

17. ຮັກສາຄຳສັນຍາ

ບໍ່ຄວນເອີ່ຍສັນຍາກັບໃຜງ່າຍໆ ຖ້າຫາກເຮັດບໍ່ໄດ້ກໍຈະເສຍໜ້າແລະຄວາມໜ້າເຊື່ອຖື ຖ້າບໍ່ໝັ້ນໃຈກໍບໍ່ຄວນສັນຍາ ເຖິງເວລາໃຫ້ເຮັດໃຫ້ໄດ້ດີກວ່າ ດີກວ່າສັນຍາແລ້ວເຮັດບໍ່ໄດ້.

18. ຢ່າເວົ້າເຖິງສິ່ງບໍ່ດີຫຼືຄວາມທຸກຂອງໂຕເອງ

ບໍ່ຄວນເວົ້າເຖິງຄວາມທຸກຂອງເຮົາໃຫ້ໃຜຕໍ່ໃຜຟັງ ນອກຈາກໝູ່ສະໜິດບາງຄົນ ຫຼືກັບຈິດຕະແພດທີ່ເຮົາຈະປຶກສາ. ຢູ່ກັບໝູ່ ຫຼືບຸກຄົນທົ່ວໄປ ໃຫ້ເວົ້າແຕ່ສິ່ງທີ່ດີ ເຮັດໃຈໃຫ້ສົດຊື່ນດີກວ່າ ຖ້າຜິດກໍຍອມຮັບຜິດ ແລະຄິດໃໝ່ເຮັດໃໝ່ດີກວ່າ.

19. ບໍ່ລົມເລື່ອງເປັນຕາຢ້້ານ, ເລື່ອງຂີ້ດຽດ, ແຂງກະດ້າງ ແລະເວົ້າໃສ່

ປະໂຫຍດຈາກການເວົ້າເລື່ອງເຫຼົ່ານີ້ບໍ່ມີເລີຍ ແຕ່ຈະເຮັດໃຫ້ຜູ້ຄົນໃນກຸ່ມຮູ້ສຶກຢ້ານ, ຂີ້ດຽດ ແລະອັບອາຍ ບໍ່ເປັນສຸກ ບໍ່ມີໃຜມັກດອກ ນອກຈາກຄົນທີ່ບໍ່ມີຄຸນນະພາບ.

20. ຮູ້ຈັກຄວາມເປັນສ່ວນຕົວ ເລື່ອງສ່ວນຕົວຊອງຕົນເອງແລະຜູ້ອື່ນ

ຖ້າໃຜຖາມເລື່ອງສ່ວນຕົວຂອງເຮົາ ເຮົາກໍມີສິດປະຕິເສດຢ່າງນຸ່ມນວນ ຄົນມີມາລະຍາດເຂົາຈະຢຸດຖາມ ຄົນທີ່ມັກລົມເລື່ອງສ່ວນຕົວຂອງຕົນເອງເລື້ອຍໆ ຫຼືຖາມເລື່ອງສ່ວນຕົວຄົນອື່ນເລື້ອຍໆ ມັກເປັນຄົນຂາດວຸດທິພາວະ ບໍ່ຮູ້ກາລະເທສະ ໃຜເຂົາຈະມັກ.

21. ບໍ່ສະແດງສີໜ້າທ່າທາງ ຫຼືນ້ຳສຽງວ່າລັງກຽດຈົນອອກໜ້າອອກຕາ

ເຖິງແມ່ນວ່າຈະບໍ່ມັກສິ່ງໃດໜຶ່ງ ຫຼືບຸກຄົນໃດໜຶ່ງແທ້ໆ ກໍບໍ່ຄວນສະແດງອອກ ຄົນເຫັນເຂົາຈະຮູ້ສຶກວ່າເຮົາບໍ່ຄວບຄຸມອາລົມເລີຍ ຄືເດັກນ້ອຍທີ່ບໍ່ໜ້າຮັກ ຖືກຕາມໃຈຈົນຊິນເຄີຍ ບາງສິ່ງທີ່ເຮົາບໍ່ມັກ ຄົນອື່ນອາດຈະມັກກໍໄດ້ ເຊັ່ນ ເຮົາບໍ່ມັກຜັກຄາວທອງ ແຕ່ຄົນອື່ນອາດຈະມັກກໍໄດ້.

22. ຢ່າງອນ ຢ່າແຊວ

ຢ່າຂີ້ງອນແລະດົນ ເພາະຈະເຮັດໃຫ້ມິດຕະພາບແລະຄວາມຮັກແຕກຫັກໄດ້ງ່າຍ ບໍ່ມີຄົນອື່ນງໍ້ ຄົນທີ່ຂີ້ງອນ ເລື້ອຍໆ ດົນໆດອກ. ຢ່າແຊວຄົນອື່ນເລື້ອຍໆ ນຳພ້ອມ.

23. ຍິນດີກັບຜູ້ທີ່ຊະນະເຮົາ

ໃນການແຂ່ງຂັນທຸກຊະນິດມັນຕ້ອງມີຜູ້ໄດ້ຜູ້ເສຍ ສະແດງສະປິລິດດ້ວຍການສະແດງຄວາມຍິນດີກັບຄົນທີ່ຊະນະ ຢ່າອິດສາ ຢ່າສະແດງຄວາມໃຈຮ້າຍຫຼືໂທດໃຜເລີຍ ນອກຈາກຈະບໍ່ເປັນຕາເບິ່ງແລ້ວຍັງຄືກັບເດັກນ້ອຍ ນິໄສເສຍ ບໍ່ມີນ້ຳໃຈນັກກິລາ ແລ້ວໃຜຈະມັກ.

24. ມີມາລະຍາດໃນການເວົ້າ

ຖ້າຈະປ່ຽນເລື່ອງລົມກະທັນຫັນໃຫ້ກ່າວຂໍໂທດກ່ອນ ບໍ່ໃຊ້ຄຳຂານຮັບວ່າ ອື ເອີ ອືມ ແຕ່ໃຫ້ໃຊ້ຄຳວ່າ ເຈົ້າ ໂດຍ ຢ່າຮຽນແບບໂທລະທັດຕ່າງປະເທດເລີຍ ບໍ່ຄວນລົມໄປຊີ້ໜ້າໄປ ຄືກັບໄປຄາດໂທດຫຼືເຫັນເຂົາເປັນທາດກໍບໍ່ປານ.

ຢ່າແບ່ງກຸ່ມລົມກັນເປັນກຸ່ມນ້ອຍໆ ໃນວົງສົນທະນາທີ່ຄົນກຳລັງລົມມ່ວນໆ ຄືກັບຮຽກຮ້ອງຄວາມສົນໃຈ ຖ້າບໍ່ມັກກໍຟັງຊື່ໆ ແລ້ວຄ່ອຍຫາເລື່ອງໃໝ່ມາລົມ ຫຼືຄ່ອຍໆແຍກໂຕອອກໄປກໍໄດ້ ຢ່າຂັດຄໍຄົນອື່ນຢ່າງເອົາຈິງເອົາຈັງ ເຖິງແມ່ນວ່າເຮົາຈະບໍ່ເຫັນດີນຳກໍຕາມ ຫຼືຈະສະແດງຄວາມເຫັນກໍໃຫ້ບອກວ່າ ທີ່ເຂົາເວົ້າກໍໜ້າສົນໃຈ ແຕ່ເຮົາອາດຈະຄິດອີກແບບໜຶ່ງກໍໄດ້ ເຊິ່ງກໍດີທັງສອງຝ່າຍ.

25. ຢ່າເວົ້າໂກກ ຫຼືເວົ້າຄຳຫຍາບຄາຍ

ຄົນທີ່ເວົ້າໂກກຫຼືຄຳຫຍາບຄາຍເລື້ອຍໆ ບາງຄົນຈະນຶກວ່າຊ່ວຍໃຫ້ເຂົາໜ້ານັບຖືຫຼືກ້າຫານ ແຕ່ບໍ່ແມ່ນແນວນັ້ນເລີຍ ຄົນເຂົາຈະຮູ້ກຳພືດຫຼືການຖືກລ້ຽງພູມາໃນຄອບຄົວ ລວມທັງສິ່ງແວດລ້ອມວ່າເປັນແນວໃດ ສະແດງເຖິງຄວາມມີສັນດານດິບສູງ ຫຍາບຄາຍ ເຊິ່ງໜ້າຈະມາຈາກຈິດໃຈທີ່ຫຍາບຄາຍແລະແຂງກະດ້າງນຳ.

26. ທັກທາຍຄົນທີ່ຮູ້ຈັກກັນທຸກຄັ້ງທີ່ພົບພໍ້ກັນ

27. ຖ້າໃຜຮ້ອງທັ່ງໃສ່ຫຼືສຽງດັງກັບເຮົາ ຈົ່ງຊຶ່ມຕອບ

28. ຖ້າເວົ້າແລ້ວເຮັດໃຫ້ຊື່ສຽງໃຜມົວໝອງ ຈົ່ງຢ່າເວົ້າອອກຈາກປາກ

ເວົ້າອອກມາແລ້ວ ຄົນທີ່ມີປັນຍາສ້າງສັນຈະຮູ້ສຶກວ່າເປັນເລື່ອງຂອງຄວາມ ເວົ້າຫຼາຍ ຫຼາຍກວ່າ ຮູ້ຫຼາຍ ເລືອກເອົາກໍແລ້ວກັນວ່າຢາກເປັນຄົນແບບໃດ.

29. ຮູ້ຈັກກ່າວ ຂອບໃຈ ແລະຂໍໂທດ

ຄຳວ່າ ຂອບໃຈ ໃຫ້ຕິດປາກເມື່ອມີຄົນເຮັດສິ່ງດີໆໃຫ້ເຮົາ ສ່ວນຄຳຂໍໂທດນັ້ນ ຫັດໃຊ້ໃຫ້ຄຸ້ນເຄີຍກັບທຸກຄົນ ທຸກສະຖານະພາບ ຄົນເຮົາມັກຈະຂໍໂທດໃນເລື່ອງເລັກໆ ນ້ອຍໆ ແຕ່ບໍ່ກ້າຂໍໂທດໃນເລື່ອງໃຫຍ່ໆ ເພາະຢ້ານເສຍໜ້າ ຫຼືຢ້ານເຂົາຈະຍົກຕົນຂົ່ມເຮົາ ຄວນຈະຂໍໂທດໃຫ້ເປັນ ແລະສະແດງສີໜ້າທ່າທາງວ່າຮູ້ສຶກຜິດແທ້ໆ ຫຍັງຈະເກີດມັນກໍຕ້ອງເກີດ ບໍ່ຕ້ອງຢ້ານ ແຕ່ເຮົາຈະນັບຖືໂຕເອງໄດ້ ເມື່ອເຮັດຜິດແລ້ວຮູ້ຈັກຂໍໂທດ.

30. ບໍ່ເວົ້າຂີ້ອວດຂີ້ຄຸຍໂຕເອງດ້ວຍສຽງດັງ

ຄົນອື່ນເຂົາຈະຄິດວ່າເຮົາອວດອົ່ງທະນົງຕົວ ຖ້າຢາກເວົ້າແທ້ໆ ໃຫ້ເວົ້າກັບເພື່ອນສະໜິດບໍ່ເທົ່າໃດຄົນດ້ວຍສຽງຄ່ອຍໆກໍໄດ້ ຖ້າເຂົາຈະໄປເວົ້າຕໍ່ ກໍເປັນການບອກຂ່າວດີຂອງເພື່ອນໄປ ຖືເປັນເລື່ອງໜ້າສັນລະເສີນຂອງເພື່ອນ.

31. ມີຄວາມຄິດດີ

ຮູ້ຈັກຄິດເພື່ອການພັດທະນາປ່ຽນແປງໂຕເອງໃຫ້ດີຂຶ້ນ, ຮູ້ຈັກໃຫ້ອະໄພໃນຄວາມຜິດພາດຂອງຕົນເອງແລະຜູ້ອື່ນ, ຮູ້ຈັກຄິດໃຫ້ກຳລັງໃຈໂຕເອງແລະຜູ້ອື່ນ, ຮູ້ຈັກຄິດຊົມເຊີຍຕົນເອງແລະຜູ້ອື່ນ, ຮູ້ຈັກຄິດເປັນມິດແລະມີຄວາມຮັກຕົນເອງແລະຜູ້ອື່ນໄດ້, ຮູ້ຈັກຄິດໃນແງ່ບວກໃຫ້ຫຼາຍຂຶ້ນ, ຮູ້ຈັກຄິດທີ່ຈະເບິ່ງກວ້າງມອງໄກ, ໃຝ່ດີ, ມີຄຸນນະທຳ ແລະມີວິໄນ ຄິດໄດ້ແນວນີ້ ພຶດຕິກຳທີ່ສະແດງອອກກໍມັກຈະງົດງາມ ໃຜໆກໍມັກແລະຖືກໃຈ.

32. ບໍ່ຢືມຂອງຄົນອື່ນເລື້ອຍໆ ຫຼືເອົາປຽບຄົນອື່ນ

33. ບໍ່ພະຍາຍາມປ່ຽນແປງຜູ້ອື່ນ

ຮັກເຂົາຄືທີ່ເຂົາເປັນທ້ອນ ເຮົາປ່ຽນແປງເຂົາໄດ້ຍາກທີ່ສຸດ ຖ້າເຮົາຕັ້ງເງື່ອນໄຂວ່າເຮົາຈະຮັກເຂົາຖ້າເຂົາປ່ຽນແປງ ເຮົາຄົງຮັກໃຜບໍ່ໄດ້ເລີຍ, ມະນຸດີຄຸນຄ່າຫຼາຍນ້ອຍຕາມສິ່ງທີ່ເຂົາເປັນຢູ່ ບໍ່ແມ່ນສິ່ງທີ່ເຂົາມີ ຄວາມຄາດຫວັງໃຫ້ເຂົາປ່ຽນແປງໂຕເອງ ເປັນຄວາມທຸກທັງຂອງເຮົາ ແລະຂອງເຂົາ. ເຖິງແມ່ນວ່າຈະເປັນພໍ່ແມ່ທີ່ຕ້ອງພັດທະນາລູກ ຫຼືເປັນຄູທີ່ຕ້ອງອົບຮົມລູກສິດກໍຕາມ ກໍເຮັດເທົ່າທີ່ຈະເຮັດໄດ້ ພັດທະນາເທົ່າທີ່ເຮັດໄດ້ ຖ້າເຮັດບໍ່ໄດ້ກໍບ່ໍເປັນຫຍັງ ຈົ່ງຮັກເຂົາຢ່າງທີ່ເຂົາເປັນກໍແລ້ວ ເມື່ອເຂົາມີຄວາມສຸກ ເຂົາຈະຮັກຕອບເຮົາ ແລະເຂົາອາດຈະຢາກເຮັດໂຕໃຫ້ດີຂຶ້ນອີກ.

34. ບໍ່ຫົວຂວັນປົມດ້ອຍຫຼືເວລາຄົນອື່ນເຮັດຜິດພາດ

ຢ່າໄປຕອກຢ້ຳ ຢ່າໄປໃສ່ໃຈຫຼືເຮັດເປັນສົງສານ ຄວາມປົມດ້ອຍຫຼືຄວາມຜິດພາດຂອງຄົນອື່ນ ໂດຍສະເພາະຍາມຢູ່ຕໍ່ໜ້າຄົນອື່ນຫຼາຍໆ ເພາະຈະເຮັດໃຫ້ຕົນເອງເດັ່ນຂຶ້ນ ເຊິ່ງບໍ່ມີໃຜຊື່ນຊົມວິທີການຫາຄວາມໂດດເດັ່ນແບບນີ້ດອກ.

35. ໃຫ້ກຽດ, ໃຫ້ໂອກາດ ແກ່ເດັກນ້ອຍ, ແມ່ຍິງ, ຜູ້ເຖົ້າ, ຜູ້ດ້ອຍໂອກາດ ແລະຄົນພິການ

36. ບໍ່ເອົາເດັກນ້ອຍໆທີ່ຄວບຄຸມບໍ່ໄດ້ໄປໃນບ່ອນທີ່ບໍ່ເໝາະສົມ ເຊັ່ນ ໄປຫ້ອງການ, ໄປປະຊຸມ, ໄປງານດອງ…

37. ຖ້າພົບຄົນຫຍິ່ງ ອວດດີໃສ່ເຮົາ ຈົ່ງວາງເສີຍ

ຢ່າໄປເວົ້າເຂົາເລີຍ ວາງເສີຍໆ ຄິດວ່າເຂົາຄົງພໍ້ຂອງດີຈັກມື້ໜຶ່ງ ແລະເຮົາຄວນເຫັນໃຈເຂົາ ບໍ່ສົມນ້ຳໜ້າເມື່ອເຖິງມື້ນັ້ນໃນໄລຍະທີ່ພົບໃຫ້ນຶກວ່າ ເຂົາມີວຸດທິພາວະບໍ່ສົມບູນປານໃດ ເຂົາອາດຈະດີຂຶ້ນໃນອະນາຄົດ ໃຫ້ເຮັດເສີຍໆ ແກ້ໄຂທີ່ເຮົາ ບໍ່ແມ່ນທີ່ເຂົາ. ມະນຸດເຮົາຄືກັບຕົ້ນໄມ້ ບາງຄົນເປັນຕົ້ນໄມ້ສັກ ບາງຄົນເປັນເຄືອເຂົາ ບາງຄົນກໍເປັນເຄືອຕຳແຍ ເຮົາປ່ຽນເຂົາຈາກເຄືອຕຳແຍມາເປັນຕົ້ນໄມ້ສັກບໍ່ໄດ້ດອກ.

38. ບໍ່ອິດສາຄົນທີ່ເກັ່ງກວ່າ ບໍ່ດູຖູກຄົນທີ່ດ້ອຍກວ່າ

39. ຢ່າປະເມີນໂຕເອງສູງເກີນໄປ

ຫຼາຍຄົນປະເມີນໂຕເອງສູງເກີນໄປທັງສະຖານະພາບ ຄວາມຮູ້ ຄວາມຄິດ ຖານະ ຄຸນນະພາບ ເຮັດໃຫ້ຢ່າກັບຄົນອື່ນຍາກ ຫຼືອົດທົນຕໍ່ຄົນອ້ອມຂ້າງໄດ້ຍາກ ບາງຄົນເຂົ້າກັບພໍ່ ແມ່ ພີ່ ນ້ອງ ລູກ ຫຼານ ເພື່ອນ ຫຼືຄົນໃໝ່ໆ ອ້ອມຂ້າງບໍ່ໄດ້ ກໍເພາະປະເມີນຕົນວ່າສູງ ວິເສດ ຫຼືພິເສດຫຼາຍກວ່າຄົນອື່ນເຂົາ ແລະມັກຈະເບິ່ງຄົນອື່ນວ່າຜິດ ຫຼືຕ່ຳຕ້ອຍ ເບິ່ງເປັນຄືຄົນອວດຍີ່ງ ມັກຈະເຫງົາ ອ້າງວ້າງ ແຕ່ຍັງທຳໂຕສູງຫຼືຍີ່ງຕໍ່ໄປ. ຄົນແບບນີ້ມັກຢາກເປັນຄົນທີ່ສົມບູນແບບ ເຊິ່ງເຂົາບໍ່ມີທາງເປັນໄປໄດ້ດອກ ແລະເຂົາມັກຈະຄິດວ່າ ເຂົາຈະໄດ້ພົບຄົນທີ່ສົມບູນແບບໃນສັງຄົມຂອງເຂົານຳ ເຊິ່ງກໍບໍ່ມີເຊັ່ນກັນ ປ່ອຍວາງແດ່ກໍດີ.

40. ເອົາໃຈເຂົາມາໃສ່ໃຈເຮົາ

ຫຼາຍໆ ຄົນສຳຄັນສິ່ງຂອງຫຼາຍກວ່າຈິດໃຈຄົນໃກ້ໂຕ ເຊິ່ງບໍ່ຖືກຕ້ອງ ສິ່ງຂອງເສຍໄປຫຼືແຕກຫັກໄປ ກໍຊ່າງມັນທ້ອນ ຫາເອົາໃໝ່ໄດ້ ແຕ່ຈິດໃຈຂອງຄົນໃກ້ໂຕຖ້າເສຍຫາຍຫຼືແຕກຫັກໄປເພາະປາກຫຼືການກະທຳຂອງເຮົາແລ້ວ ຫາໃໝ່ ຫຼືສ້ອມແປງໃຫ້ດີຄືເກົ່າໄດ້ຍາກ.

ຢ່າໄປຄາດຫວັງບໍ່ສະເພາະກັບໃຜກໍຕາມ ເຂົາບໍ່ໄດ້ເປັນຄືທີ່ເຮົາຄາດຫວັງດອກ ແລະເຂົາກໍເປັນບໍ່ໄດ້ນຳອີກ ຖ້າເຮົາໄປຄາດຫວັງໃຫ້ເຂົາເປັນແນວນັ້ນແນວນີ້ ນອກຈາກເຂົາຈະເປັນໄປບໍ່ໄດ້ແລ້ວ ເຂົາຈະຄຽດໃຫ້ເຮົາພ້ອມ ແລະເຮົາກໍຈະຄຽດເຂົາຫຼາຍຂຶ້ນ. ປ່ອຍໃຫ້ເຂົາເປັນໄປຕາມປົກກະຕິຂອງເຂົາ ເຮົາພຽງແຕ່ ທຳໃຈ ຍອມຮັບເຂົາໃຫ້ໄດ້ ເຂົາກໍຈະຮັກເຂົາຫຼາຍຂຶ້ນ ແລະບໍ່ເບື່ອເຊິ່ງກັນແລະກັນ.

 

laopost
ນ້ອງນຸດ ສາວນັກສຶກສາ ວິທະຍາໄລການເງິນ ດົງຄຳຊ້າງ (ຮູບປະກອບ)

ຄັດຈາກໜັງສືຄົນນິໄສດີ ຂອງ ສຈ.ດຣ ວິທະຍາ ນາຄະວັດຊະລະ