spot_img
Homeຊີວິດແລະຄວາມຮັກວິທີບອກເລີກກັບຄົນທີ່ທ່ານຄິດວ່າ ຍັງບໍ່ແມ່ນຄົນທີດີພໍ

ວິທີບອກເລີກກັບຄົນທີ່ທ່ານຄິດວ່າ ຍັງບໍ່ແມ່ນຄົນທີດີພໍ

Published on

ບໍ່ວ່າຈະເປັນໜ້າຕາດີ, ລີລາ, ຄວາມຮູ້ອັດທະຍາໄສ ຫຼືຈະແມ່ນຫຍັງກໍຕາມ ທີ່ດຶງດູດເພດກົງກັນຂ້າມ ໃຫ້ເຂົ້າມາວົນວຽນນໍາຊີວິດ ເຊິ່ງມັນກໍເປັນຂໍ້ດີຄືກັນ ເພາະຢ່າງໜ້ອຍກໍເຮັດໃຫ້ເຮົາ ໄດ້ມີຕົວເລືອກໃນຊີວິດເພີ່ມຂຶ້ນ ແຕ່ຂະນະດຽວກັນແຮງດຶງດູດ ທີ່ວ່ານີ້ກໍມັກພາຄົນທີ່ຍັງບໍ່ແມ່ນ ເຂົ້າມາຕະຫຼອດ ຈົນບາງທີກໍຕ້ອງຫາທາງອອກ ໃຫ້ຄົນພວກນີ້ອອກໄປຈາກຊີວິດ ໂດຍທີ່ບໍ່ຕ້ອງເຮັດໃຫ້ເຂົາ ຕ້ອງເຈັບຫຼາຍ ແລະບໍເຮັດໃຫ້ເຮົາຕ້ອງຮູ້ສຶກຜິດ ຖ້າທ່ານຄືຄົນໜຶ່ງທີ່ກຳລັງຊອກຫາທາງອອກທີ່ວ່ານີ້ ນີ້ອາດເປັນວິທີທີ່ຊ່ວຍທ່ານໄດ້

  1. ບອກໄປກົງໆເລີຍ: ອາດເບິ່ງວ່າຮຸນແຮງ ຫຼືໂຫດຮ້າຍ ແຕ່ຢ່າລືມວ່າໂຈດໃນໃຈຂອງເຈົ້າຄືບອກຕຳແໜ່ງການຢືນໃຫ້ເຂົາຮູ້ຕົວ ວ່າຄວາມສຳພັນຂອງເຮົາມັນເປັນແບບນັ້ນ ແລະແນ່ນອນວ່າຍິ່ງບອກໄວເທົ່າໃດ ຍິ່ງຈະເປັນການດີ ເພາະຢ່າງໜ້ອຍຄົນໆນັ້ນ ກໍຍັງບໍໄດ້ມີຄວາມຫວັງຫຍັງໃນຕົວເຈົ້າຫຼາຍ
  2. ຢ່າໃຫ້ຄວາມຫວັງຫັຍງທັງໝົດ: ເຊື່ອວ່າຫຼາຍຄົນໃນທີ່ນີ້ ມັກເປັນຄົນຂີ້ສົງສານ ແລະຕໍ່ໃຫ້ບອກເລີກໄປເຕັມປາກເຕັມຄໍາແລ້ວ ກໍຍັງອົດບໍ່ໄດ້ ທີ່ຈະຫັນໄປຫ່ວງໄຍຄວາມຮູ້ສຶກອີກຝ່າຍ ເຊິ່ງແນ່ນອນວ່າເຈົ້າອາດຈະບໍ່ຄິດຫຍັງ ແຕ່ອີກຝ່າຍແລ້ວຄິດແນ່ນອນ, ສະນັ້ນ ເພື່ອບໍ່ຢາກໃຫ້ເຂົາຫວັງ ເຈົ້າຕ້ອງບໍ່ໄປໃກ້ເຂົາອີກ
  3. ມີເວລາໃຫ້ໜ້ອຍທີ່ສຸດ: ອາດຈະເບິ່ງຄືຕັ້ງໃຈໜີໜ້າ ແຕ່ຄວາມຈິງກໍຄືເຮົາໜີໜ້າແທ້ ເຮົາຕ້ອງລົມໃນສິ່ງຈຳເປັນ ເພາະທຸກທ່າທີຂອງຄົນກຸ່ມນີ້ ລ້ວນແລ້ວແຕ່ຄືເປັນການໃຫ້ໂອກາດ ແລະຄວາມຫວັງ, ດັ່ງນັ້ນ ເພື່ອຕັດໄຟຕັ້ງແຕ່ຕົ້ນລົມ ຢ່າເຮັດໃຫ້ເກີດຄວາມຮູ້ສຶກນັ້ນເລີຍດີກວ່າ
  4. ໃຫ້ເຫດຜົນເພື່ອຢຸດພຶດຕິກຳຄົນຕື້ເກັ່ງ: ການຕື້ມີຢູ່ໃນມະນຸດທຸຄົນ ຈຶ່ງບໍ່ແປກຫາກເຈົ້າຈະຢືນຢັນເຈດຕະນາ ຊັດເຈນໄປແລ້ວ ແຕ່ກໍບໍ່ສາມາດຢຸດພຶດຕິກຳຂອງຄົນພວກນີ້, ດັ່ງນັ້ນ ຈຶ່ງຮອດເວລາ ລົມກັນກົງໆອີກຄັ້ງ ເພື່ອອະທິບາຍໄປເລີຍວ່າລະຫວ່າງເຈົ້າທັງສອງ ມັນຄືຫຍັງກັນແທ້
  5. ເຮັດຄືເປັນຄົນບໍ່ດີ: ກໍລະນີທີ່ເຮົາຢຸດແລ້ວ ແຕ່ອີກຝ່າຍບໍ່ຍອມຢຸດ ກໍຮອດເວລາທີ່ເຮົາຈະເຮັດຄືເປັນຄົນບໍ່ດີ ບໍ່ວ່າຈະເປັນການເອົາແຕ່ໃຈ, ແຕ່ງເລື່ອງຂີ້ຕົວະ ຫຼືເອົາຕົວຈິງຂອງເຈົ້າມາພົບກັບຕົວສຳຮອງທີ່ຍັງບໍ່ຍອມແພ້ ແນ່ນອນວ່າວິທີນີ້ເບິ່ງແລ້ວຄືໂຫດຮ້າຍ ແລະເຮັດໃຫ້ພາບຂອງເຈົ້າຄືຄົນບໍ່ດີ ແຕ່ເຊື່ອວ່າມັນຈະເປັນຜົນດີໃນໄລຍະຍາວຕໍ່ຕົວເຈົ້າ ແລະຄົນທີ່ບໍ່ແມ່ນເນື້ອຄູ່ນັ້ນ

ແນ່ນອນວ່າການບອກເລີກ ບໍ່ແມ່ນເລື່ອງດີ ແຕ່ການປ່ອຍເລື່ອງຄວາມຮັກໃຫ້ຫຍຸ້ງວຸ້ນວາຍແບບນີ້ ຈະສ້້າງຄວາມທຸກໃຫ້ຫຼາຍກວ່າ ແລະຖ້າເຈົ້າຮູ້ສຶກບໍ່ແນ່ໃຈ ທີ່ຈະລົງມືເຮັດເລື່ອງແບບນີ້ ກໍອາດຕ້ອງຖາມໃຈຂອງທ່ານເອງ ວ່າມີໃຈໃຫ້ຄົນໆນັ້ນ ຫຼືບໍ່?

ທີ່ມາ: yaklai

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...