spot_img
Homeນານາສາລະວິທີທຳຄວາມສະອາດ “ຄຳ” ໃຫ້ເງົາງາມຄືຫາກໍ່ຊື້ມາໃໝ່

ວິທີທຳຄວາມສະອາດ “ຄຳ” ໃຫ້ເງົາງາມຄືຫາກໍ່ຊື້ມາໃໝ່

Published on

ເຄື່ອງປະດັບ ທີ່ເຮັດຈາກຄຳ ແມ່ນມີຄວາມງາມຖືກໃຈຫຼາຍໆຄົນ, ຄຳບໍ່ຂຶ້ນຂີ້ໝ້ຽງຄືກັບໂລຫະອື່ນໆ ແຕ່ອາດຈະເກີດຄາບທີ່ເປື້ອນ ຈາກນໍ້າມັນທີ່ຢູ່ໃນຜິວໜັງເຊັ່ນ: ໂລຊັ່ນ, ນໍ້າຫອມ, ເຄື່ອງສຳອາງ ແຕ່ໂຊກດີທີ່ຄຳ ສາມາດທຳຄວາມສະອາດໄດ້ງ່າຍ ແລະເຮັດໃຫ້ເຄື່ອງປະດັບຄຳ ງາມແວວວາວໄດ້ອີກຄັ້ງ ດ້ວຍວິທີງ່າຍໆດັ່ງນີ:

  1. ນໍ້າຢາລ້າງຈານ:
  • ເອົານໍ້າຢາລ້າງຈານລົງໃນຖ້ວຍນໍ້າອຸ່ນ ແລ້ວປະສົມໃຫ້ເຂົ້າກັນ ເພື່ອເຮັດໃຫ້ງາມຂຶ້ນ ສາມາດໃຊ້ນໍ້າແຮ່ ຫຼືໂຊດາແທນໄດ້ ຟອງແກັສເຮັດໃຫ້ຄາບທີ່ຕິດອອກໄດ້ງ່າຍ
  • ແຊ່ເຄື່ອງປະດັບຄຳ ໃນສ່ວນປະສົມນັ້ນ 15 ນາທີ
  • ຂັດເຄື່ອງປະດັບຄ່ອຍໆ ດ້ວຍໄມ້ສີຟັນຂົນອ່ອນໆ, ເພາະຖ້າຂົນແຂງອາດເຮັດໃຫ້ເຄື່ອງປະດັບເປັນຮອຍໄດ້
  • ລ້າງເຄື່ອງປະດັບດ້ວຍນໍ້າສະອາດ
  • ເຊັດໃຫ້ແຫ້ງດ້ວຍຜ້າອ່ອນໆ
  1. ສຳລັບເຄື່ອງປະດັບຄຳທີ່ປະດັບດ້ວຍເພັດອັນຍະມະນີ
  • ບໍ່ຄວນເອົາເຄື່ອງປະດັບທີ່ຕິດເພັດດ້ວຍກາວ ໃຊ້ຈຸ່ມລົງໃນນໍ້າໂດຍກົງ
  • ເຊັດເຄື່ອງປະດັບດ້ວຍຜ້າຈຸບນໍ້າປະສົມນໍ້າຢາລ້າງຈານທີ່ເວົ້າມາຂ້າງເທິງນັ້ນ
  • ເຊັດຊໍ້າດ້ວຍຜ້າຈຸບນໍ້າສະອາດ
  • ຕາກເຄື່ອງປະດັບເອົາຫົວຂຶ້ນ ຫຼັງຈາກທຳຄວາມສະອາດ ເພື່ອບໍ່ໃຫ້ມັນປຽກ ເຮັດໃຫ້ກາວເສື່ອມຄຸນນຸະພາບ
  1. ຢາສີຟັນ
  • ໃຊ້ວິທີນີ້ກັບເຄື່ອງປະດັບຄຳ ທີ່ໃຊ້ເປັນປະຈຳ
  • ໃຊ້ແປງສີຟັນເກົ່າ ແລະຢາສີຟັນກຳຈັດຄາບ, ເອົາຢາສີຟັນໃສ່ຜ້າ ຫຼືເຄື່ອງປະດັບໂດຍກົງ, ຂັດອອກຄ່ອຍໆດ້ວຍມື ຈະເຮັດໃຫ້ເຄື່ອງປະດັບຂອງເຈົ້າເງົາງາມຍິ່ງຂຶ້ນ
  • ລ້າງດ້ວຍນໍ້າສະອາດ
  1. ຕົ້ມໃນນໍ້າຮ້ອນ: ຖ້າຫາກເຈົ້າຕ້ອງການທຳຄວາມສະອາດເຄື່ອງປະດັບ ທີ່ມີຄາບມັນ ພຽງແຕ່ຕົ້ມໃນນໍ້າຮ້ອນ ໂດຍການໃສ່ນໍ້າໃຫ້ຖ້ວມເຄື່ອງປະດັບ ຈະເຮັດໃຫ້ນໍ້າມັນອອກຈາກເຄື່ອງປະດັບ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...