spot_img
Homeນານາສາລະວິທີທວງໜີ້ແບບໃດໃຫ້ໄດ້ຄືນ ແລະ ຖືກກົດໝາຍ

ວິທີທວງໜີ້ແບບໃດໃຫ້ໄດ້ຄືນ ແລະ ຖືກກົດໝາຍ

Published on

ເວລາມາຂໍຢືມເງິນນັ້ນງ່າຍ ແຕ່ເມື່ອທວງໜີ້ນັ້ນ ທີ່ສຸດຂອງຄວາມຍາກ ສະນັ້ນ ຈຶ່ງຈະມາສະເໜີວິທີການທວງໜີ້ແບບໃດ ໃຫ້ໄດ້ເງິນຄືນ ແລະ ຖືກກົດໝາຍ.

  1. ຕ້ອງຕັ້ງສະຕິ ແລະ ໃຈເຢັນ

ທັ້ງນີ້ ການຕັ້ງສະຕິເປັນສິ່ງສຳຄັນຫຼາຍ ແລະ ຕ້ອງໃຈເຢັນຄ່ອຍເວົ້າກັບລູກໜີ້ ເພື່ອບໍ່ໃຫ້ທັງ 2 ຝ່າຍຕຶງຄຽດ ໃນການເວົ້າກັບລູກໜີ້ດ້ວຍຄວາມໃຈເຢັນ ກໍອາດຈະເຮັດໃຫ້ລູກໜີ້ເກີດຄວາມເກງໃຈ ແລະ ມີການຊຳລະໜີ້ໄດ້ໄວຂຶ້ນ.

2. ໃຫ້ກຽດລູກໜີ້ທັງຕໍ່ໜ້າ ແລະ ຫຼັບຫຼັງ ບໍ່ຄວນທວງຕໍ່ໜ້າຄົນອື່ນ

ບໍ່ວ່າຈະຕໍ່ໜ້າ ຫຼື ຫຼັບຫຼັງ ເປັນສິ່ງສຳຄັນຫຼາຍເພາະ ການທີ່ຈະເວົ້າເລື່ອງລູກໜີ້ໃຫ້ຄົນອື່ນຟັງ ເມື່ອໃດທີ່ລູກໜີ້ຮັບຮູ້ອາດຈະເຮັດໃຫ້ລູກໜີ້ຍາກທີ່ຈະຊຳລະຄືນ ທີ່ສຳຄັນບໍ່ຄວນທວງໜີ້ຕໍ່ໜ້າຄົນອື່ນເຊັ່ນ: ເວລາກິນເຂົ້າຮ່ວມກັນຫຼາຍຄົນ, ທວງຕໍ່ໜ້າໝູ່, ທວງຜ່ານການໂພສໃນເຟສບຸກ, ໄປຢືນຮ້ອງຕໍ່ໜ້າເຮືອນລູກໜີ້ ແລະ ອື່ນໆ ການທວງແບບນີ້ຖືເປັນການບໍ່ໃຫ້ກຽດລູກໜີ້ ຍັງສ້າງຄວາມເສຍຫາຍທາງດ້ານຊື່ສຽງ ແລະ ອາດເຮັດໃຫ້ລູກໜີ້ສາມາດດຳເນີນຄະດີເຮົາໄດ້.

3.​ ແຈ້ງໃຫ້ລູກໜີ້ຮັບຮູ້ກ່ຽວກັບບັນຫາ ແລະ ຄວາມເສຍຫາຍທີ່ຈະເກີດຂຶ້ນ

ໃນການປ່ອຍໃຫ້ກູ້ຢືມກ່ອນ ແລ້ວຈຶ່ງມາຊຳລະພາຍຫຼັງ ແຕ່ເມື່ອລູກໜີ້ບໍ່ຊຳຕາມກຳນົດ ເຮົາກໍຕ້ອງບອກລູກໜີ້ເຖິງບັນຫາຕ່າງໆທີ່ຈະເກີດຂຶ້ນ ອາດຈະຊ່ວຍໃຫ້ເຮົາໄດ້ຮັບເງິນໄດ້ໄວຂຶ້ນ.

4. ການທວງໜີ້ຕ້ອງມີຫຼັກຖານກຽມໄວ້

ຫຼັກຖານໃນການກູ້ຢືມເຊັ່ນ: ປະຫວັດການສົນທະນາຜ່ານທາງມືຖື ຄວນເກັບໄວ້ ເພື່ອບໍ່ໃຫ້ເກີດບັນຫາໃນພາຍຫຼັງ ເມື່ອລູກໜີ້ບໍ່ຍອມຮັບວ່າຕົວເອງຢືມເງິນ ຫຼື ຜິດນັດຊຳລະໜີ້.

5. ສົ່ງຈົດໝາຍທວງໜີ້

ວິທີນີ້ຖືໄດ້ວ່າເປັນວິທີທີ່ດີ ເພື່ອຫຼີກລ່ຽງຕໍ່ການປະທະກັນ ຫຼື ອາດມີການເວົ້າຂັດກັນ ເພາະການສົ່ງຈົດໝາຍຜ່ານຂົນສົ່ງກໍເພື່ອໃຫ້ລູກໜີ້ຮັບຮູ້ວ່າ ຈຳນວນໜີ້ທີ່ຕ້ອງຈ່າຍມີເທົ່າໃດ, ກຳນົດຈ່າຍມື້ໃດ, ມີຫຍັງຕ້ອງຮັບຜິດຊອບແດ່ຖ້າບໍ່ຈ່າຍ ແລະ ຕ້ອງມີຫຼັກຖານວ່າ ມີການທວງຖາມໄປແລ້ວ.

6. ໃຊ້ກົດໝາຍຊ່ວຍ

ເມື່ອເຮົາຢູ່ໃນຈຸດທີ່ເຮັດທຸກວິທີແລ້ວ ແຕ່ລູກໜີ້ກໍຍັງບໍ່ຊຳລະຄືນ ທັ້ງນີ້ກໍຈຳເປັນທີ່ຈະຕ້ອງໄດ້ໃຊ້ກົດໝາຍເຂົ້າຊ່ວຍ ໂດຍຂັ້ນທຳອິດຈະຕ້ອງໄປແຈ້ງບ້ານ ເພື່ອເຮັດບົດບັນທຶກລະຫວ່າງທັງ 2 ຝ່າຍ, ແຕ່ເມື່ອລູກໜີ້ບໍ່ປະຕິບັດຕາມບົດບັນທຶກທີ່ໄດ້ຕົກລົງກັນໄວ້, ຂັ້ນຕໍ່ໄປກໍແມ່ນຂຶ້ນສານ ແລະ ປ່ອຍໃຫ້ເປັນໄປຕາມກົດໝາຍ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...