spot_img
Homeນານາສາລະວິທີກຳຈັດຂົນຂີ້ແຮ້ ແບບງ່າຍໆ ແຕ່ໄດ້ຜົນ

ວິທີກຳຈັດຂົນຂີ້ແຮ້ ແບບງ່າຍໆ ແຕ່ໄດ້ຜົນ

Published on

ຂີ້ແຮ້ ເປັນສ່ວນໜຶ່ງຂອງຮ່າງກາຍ ຄວນດູແລຮັກສາຢ່າງສະໝໍ່າສະເໝີ ເພື່ອຄວາມສະອາດ, ດຽວນີ້ມີຜະລິດຕະພັນທີ່ດູແລຂີ້ແຮ້ ແລະລະງັບກິ່ນ ແຕ່ເມື່ອເຫື່ອອອກມາ ມັນເຮັດໃຫ້ເກີດຄາບເທິງເສື້ອຜ້າໄດ້. ຄົນສ່ວນຫຼາຍຄິດວ່າ ເມື່ອກຳຈັດຂົນຂີ້ແຮ້ອອກແລ້ວ ຈະລະງັບກິ່ນ ຈຶ່ງກຳຈັດຂົນຂີ້ແຮ້ອອກ ແຕ່ບໍ່ດົນຂົນກໍຂຶ້ນມາອີກຢ່າງໄວ.

ມື້ນີ້ເຮົາມີວິທີແນະນຳ ກຳຈັດຂົນຂີ້ແຮ້ ແບບທຳມະຊາດດ້ວຍວິທີງ່າຍໆ ທີ່ສາມາດປະຢັດເງິນ ຈາກການໄປຮ້ານເສີມຄວາມງາມ ເພື່ອຖອນຂົນອັນແສນເຈັບ, ວິທີນີ້ ໃຊ້ສ່ວນປະສົມຈາກທຳມະຊາດ ທີ່ມີສານຕ້ານອະນຸມູນອິດສະລະ, ວິຕາມິນ ແລະແຮ່ທາດ ທີ່ຊ່ວຍທະໜຸຖະໜອມ ແລະຊ່ວຍເຮັດໃຫ້ຜິວງາມຂຶ້ນອີກດ້ວຍ

  • ການເອົາໝາກນາວ 1 ບ່ວງແກງ ແລະນໍ້າຕານຊາຍ 2 ບ່ວງແກງ ເອົາທັງສອງປະສົມໃສ່ກັນ ແລ້ວເອົາສ່ວນປະສົມນີ້ ມາທາຂີ້ແຮ້ ແລະປ່ອຍປະໄວ້ປະມານ 2-3 ນາທີ ແລ້ວເຊັດອອກດ້ວຍຜ້າຈຸບນໍ້າພໍຊຸ່ມ ແລ້ວເຊັດໃຫ້ສະອາດ ເຮັດອາທິດລະ 2 ເທື່ອ ຂົນຂີ້ແຮ້ເຈົ້າຈະຫຼຸດລົງທຸກຄັ້ງ
  • ໄຂ່ ແລະແປ້ງສາລີ ໂດຍການໃຊ້ໄຂ ແລະແປ້ງສາລີແນວລະເຄິ່ງບ່ວງແກງ ມາປະສົມຈົນເປັນເນື້ອດຽວກັນ ແລ້ວໃຊ້ທາຂີ້ແຮ້ ລໍຖ້າຈົນແຫ້ງ ແລະລ້າງອອກດ້ວຍນໍ້າ ອາທິດລະ 2 ຄັ້ງ ຈະເຮັດໃຫ້ຂົນຫຼົ່ນອອກ ແລະຂີ້ແຮ້ຂາວຂຶ້ນ ແຖມຫຼຸດກິ່ນໄດ້ອີກ
  • ນົມ ແລະຂີ້ໝິ້ນ: ໃຊ້ຂີ້ໝິ້ນ 1 ບ່ວງແກງ ແລະນົມ 2 ບ່ວງແກງ ມາປະສົມໃຫ້ເຂົ້າກັນ ໃຊ້ທາຂີ້ແຮ້ ແລ້ວປະໄວ້ປະມານ 2 ນາທີ ແລະລ້າງອອກດ້ວຍນໍ້າສະອາດ ອາທິດໜຶ່ງເຮັດ 2 ຄັ້ງ ຈະເຮັດໃຫ້ຂົນຫຼຸດລົງ ແລະບໍ່ມີຂົນໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...