spot_img
Homeຂ່າວຕ່າງປະເທດວິກິດໜີ້ຂອງສີລັງກາ ຈີນຈະຍອມໃຫ້ກູ້ຢືມເງິນເພີ່ມ ແຕ່ບໍ່ຫຼຸດຜ່ອນໜີ້

ວິກິດໜີ້ຂອງສີລັງກາ ຈີນຈະຍອມໃຫ້ກູ້ຢືມເງິນເພີ່ມ ແຕ່ບໍ່ຫຼຸດຜ່ອນໜີ້

Published on

ວິກິດທີ່ສີລັງກາພວມຜະເຊີນຢູ່ ສ່ວນໜຶ່ງແມ່ນຍ້ອນເປັນໜີ້ຈີນຈຳນວນມະຫາສານ ການເຈລະຈາກັບກອງທຶນການເງິນລະຫວ່າງປະເທດ (IMF) ເພື່ອຫາທາງແກ້ໄຂ ຈີນເຂົ້າມາມີບົດບາມສຳຄັນ.

ໃນວັນທີ 22 ພຶດສະພາ, ສຳນັກຂ່າວເອພີ ໄດ້ລາຍງານວິເຄາະສະຖານະການວິກິດໜີ້ມາຫາສານຂອງສີລັງກາ ຈີນໄດ້ເຂົ້າມາມີບົດບາດຫຼັກໃນຖານະເປັນເຈົ້າໜີລາຍໃຫຍ່, ຈີນເຂົ້າມາຊ່ວຍໂຄງການຂອງເສັ້ນທາງ ເພື່ອພັກດັນການຄ້າ ດ້ວຍການອອກເງິນກູ້ໃຫ້ການກໍ່ສ້າງທ່າເຮືອ ແລະ ໂຄງສ້າງພື້ນທີ່ທົ່ວອາຊີ ແລະ ອາຟຣິກາ.

ແຕ່ສິ່ງທີ່ເກີດຂຶ້ນຄື ສີລັງກາເປັນໜີ້ຈີນຈຳນວນຫຼາຍພັນລ້ານໂດລາ ຄຸກຄາມຄວາມພະຍາຍາມທີ່ຈະແກ້ໄຂວິກິດດ້ານການເງິນຂັ້ນຮ້າຍແຮງ ເຖິງຂັ້ນບໍ່ສາມາດນຳເຂົ້ານ້ຳມັນ ແລະ ອາຫານໄດ້.

ສີລັງກາ ແລະ ຫຼາຍໆປະເທດທຸກຍາກ ໄດ້ຍິນຍອມໃຫ້ຈີນມາລົງທຶນເພື່ອພັດທະນາອາຊີ ປີລະ 1.7 ລ້ານລ້ານໂດລາ ເພື່ອຮັກສາການຂະຫຍາຍຕົວທາງເສດຖະກິດ  ແລະ ໄດ້ມີສຽງວິພາກວິຈານໃຫ້ກັບລັດຖະບານສີລັງກາ ທີ່ໄດ້ຈ່່າຍເງິນຫຼາຍເກີນໄປ ປ່ອຍໃຫ້ຈີນເຂົ້າມາລົງທຶນຫຼາຍເກີນໄປ ທັ້ງທີ່ສົ່ງຜົນດີພຽງໜ້ອຍດຽວ.

ທັ້ງນີ້ ຈີນໄດ້ກ່າວວ່າ ຈະສະເໜີໃຫ້ກູ້ຢືມເງິນຫຼາຍຂຶ້ນ ແຕ່ຈະບໍ່ຫຼຸດໜີ້ໃຫ້ ເພື່ອບໍ່ໃຫ້ປະເທດອື່ນໆທີ່ເປັນລູກໜີ້ນັ້ນຮຽກຮ້ອງໃຫ້ຫຼຸດຜ່ອນໜີ້ແບບດຽວກັນ.

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...