spot_img
Homeຂ່າວຕ່າງປະເທດວາງ ຢ້າຜິງ ນັກບິນອາວະກາດຍິງຄົນທຳອິດຂອງຈີນທີ່ຈະຂຶ້ນສະຖານີອາວະກາດທຽນກົງ

ວາງ ຢ້າຜິງ ນັກບິນອາວະກາດຍິງຄົນທຳອິດຂອງຈີນທີ່ຈະຂຶ້ນສະຖານີອາວະກາດທຽນກົງ

Published on

ສຳນັກຂ່າວ South China Morning Post ລາຍງານ: ຈີນໄດ້ຕັ້ງຊື່ລູກເຮືອສຳລັບພາລະກິດອາວະກາດໃນນາມ ເສິນໂຈວ 13 ໃນນັ້ນ ວາງ ຢ້າຜິງ ໄວ 41 ປີ ໜຶ່ງໃນສະມາຊິກລູກເຮືອດັ່ງກ່າວ ຈະກາຍເປັນແມ່ຍິງຄົນທຳອິດໃນສະຖານີອາວະກາດທຽນກົງ ທັງເປັນແມ່ຍິງຊາວຈີນຄົນທຳອິດທີ່ຈະລົງຍ່າງໃນອາວະກາດ ໂດຍຈະໃຊ້ເວລາຫົກເດືອນໃນສະຖານີອາວະກາດກັບເພື່ອນຮ່ວມງານຊາຍສອງຄົນ ເຊັ່ນ ​ຈາຍ​ຈື້​ກ່າງ ແລະ​ ​ເຢ້ກວ່າງ​ຟູ້.

ເສິນໂຈວ 13 ຄາດວ່າຈະອອກເດີນທາງ ເວລາ 00:23 ໂມງ ໃນມື້ວັນເສົາ (ທີ 16 ຕຸລາ) ຂະນະທີ່ຈະຫຼວດລອງມາຣ໌ສ 2F Y13 ທີ່ຈະສົ່ງນັກບິນອາວະກາດທັງສາມໄປສູ່ສະຖານີອາວະກາດຂະນະນີ້ກຳລັງໄດ້ຮັບການເຕີມນໍ້າມັນເຊື້ອໄຟ ເຊິ່ງຄາດວ່າຈະໄປເຖິງໂມດູລຫຼັກຂອງ ທຽນເຫ່ ປະມານຫົກຊົ່ວໂມງເຄິ່ງພາຍຫຼັງຍົກຕົວຂຶ້ນ. ສຳລັບພາລະກິດຂອງນັກບິນອາວະກາດຄັ້ງນີ້ ແມ່ນຈະມີການຍ່າງເທິງອາກາດປະມານສອງ ຫຼື ສາມຄັ້ງ ໃນຊ່ວງດຳເນີນພາລະກິດຕິດຕັ້ງແຂນຫຸ່ນຍົນທີ່ຈະໃຊ້ໃນງານກໍ່ສ້າງ ຂະນະທີ່ ວາງ ຢ້າຜິງ ຈະເຮັດໜ້າທີ່ເປັນຜູ້ບັນລະຍາຍທີ່ຈະຖ່າຍທອດໃຫ້ກັບເດັກນ້ອຍນັກຮຽນຫຼາຍລ້ານຄົນໃນຂະນະທີ່ຢູ່ເທິງວົງໂຄຈອນ.

ບັນດາລູກເຮືອ ເສິນໂຈວ 13 ທັງສາມຄົນມີອາຍຸນ້ອຍກວ່າລູກເຮືອ ເສິນໂຈວ 12 ປະມານ 6 ປີໂດຍສະເລ່ຍ ເຊິ່ງຫາກໍສຳເລັດພາລະກິດໃນເດືອນຜ່ານມາ ພາຍຫຼັງຢູ່ວົງໂຄຈອນອາວະກາດເຖິງສາມເດືອນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...