spot_img
Home​ຂ່າວບັນເທິງວັນໃໝ່ ສາວປະເພດສອງຕົວແທນຈາກ ສປປລາວ ທີ່ຈະເຂົ້າປະກວດ Miss International Queen 2016

ວັນໃໝ່ ສາວປະເພດສອງຕົວແທນຈາກ ສປປລາວ ທີ່ຈະເຂົ້າປະກວດ Miss International Queen 2016

Published on

ຂ່າວບັນເທີງດາລາ ກັບ ລາວໂພສຕ໌ ວັນນີ້ ເຮົາຈະພາທຸກຄົນມາເບິ່ງເວທີສຸດຍິ່ງໃຫຍ່ຂອງສາວປະເພດສອງທົ່ວໂລກ  Miss International Queen 2016 ເພາະຈະໄດ້ເລີ່ມຂຶ້ນແລ້ວໃນເດືອນ ພະຈິກ 2016ນີ້ ແຕ່ກໍ່ມີກະແສຮືຮາໄປທົ່ວໂລກອອນລາຍໃນຕອນນີ້ ເມື່ອທາງກອງປະກວດໄດ້ເປີດເຜີຍໂສມໜ້າຜູ້ເຂົ້າ ທັງໝົດ 28 ສາວງາມໃນປີນີ້ ແລະ ທີ່ໄດ້ຮັບຄວາມສົນໃຈຈາກທົ່ວໂລກ ແລະ ຖືກຈັບຕາເບິ່ງເປັນພິເສດກໍ່ແມ່ນນາງງາມປະເພດສອງຕົວແທນຈາກ ສປປ ລາວ  ນ້ອງວັນໃຫມ່ ທຳມະວົງ ສາວປະເພດສອງຈາກແຂວງສະຫວັນນະເຂດ ໄດ້ນ້ຳເບີຫມາຍເລກ 24 ທີ່ມີຄວາມງາມໂດດເດັ່ນເປັນຕາຮັກ ບໍ່ໜ້ອຍໜ້າສາວງາມຈາກປະເທດອື່ນ

3348

ວັນໃໝ່ ເປັນອີກໜຶ່ງທີ່ສ້າງຄວາມພາກພູມໃຈໃຫ້ກັບຄົນລາວທັງປະເທດ ເຮົາມາຮ່ວມລຸ້ນຮ່ວມເຊຍນຳກັນວ່າ ສາວປະເພດສອງຂອງລາວເຮົາຄົນນີ້ຈະສາມາດຄ້ວາມົງກຸດ Miss International Queen 2016 ມາຄອງໄດ້ ຫຼື ບໍ່ ຮ່ວມລຸນໄປ, ຮ່ວມເຊຍໄປນຳກັນ ແລະ ຢ່າລືມໂຫວດໃຫ້ສາວ ວັນໃໝ່ ໝາຍເລກ 24 ກັນຫຼາຍໆເດີ້

ສະຖານທີ່ປະກວດ: ໂຮງລະຄອນ ທິບຟານີ່ໂຊ ພັດທະຍາ, ຊົນບູລີ

ວັນປະກວດ: ວັນສຸກທີ 11 ພະຈິກ 2016 ຊ່ອງ 7 ຖ່າຍທອດສົດ ເວລາ 21:00ໂມງ

ແຕ່ຕອນນີ້ເຮົາມາເບິ່ງໂສມໜ້າຂອງຜູ້ເຂົ້າປະກວດ Miss International Queen 2016 ທັງໝົດວ່າມີໃຜແນ່

27799 2318 4411

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...