spot_img
Homeຊີວິດແລະຄວາມຮັກວັນມຸງຄຸນຂອງແຕ່ລະເດືອນປະຈຳປີ 2018 ສຳລັບການຈັດງານແຕ່ງງານ

ວັນມຸງຄຸນຂອງແຕ່ລະເດືອນປະຈຳປີ 2018 ສຳລັບການຈັດງານແຕ່ງງານ

Published on

ອອກພັນສາແລ້ວຄູ່ທີ່ຮັກກັນມາດົນບາງຄູ່ອາດມີແຜນຈະສະຫຼະໂສດ ແລະ ບາງຄູ່ກໍ່ອາດກຳລັງຢູ່ໃນຊ່ວງເລືອກມື້ດີວັນງາມໃນການຈັດງານແຕ່ງຂອງຕົວເອງ ໃນຄໍລຳຊີວິດກັບຄວາມຮັກ ມື້ນີ້ແອັດມິນເລີຍມີມື້ດີມື້ງາມຂອງວັນຈັດງານແຕ່ງດອງໃນແຕ່ລະເດືອນມາຝາກ ເຊິ່ງຈະມີແນວໃດນັ້ນ ເຮົາມາອ່ານໄປພ້ອມກັນເລີຍ

● ວັນມຸງຄຸນໃນເດືອນ ມັງກອນ 2018

ວັນອັງຄານທີ 9 ເຫມາະສຳລັບງານມຸງຄຸນຕ່າງໆບໍ່ວ່າຈະເປັນການເປີດກິດຈະການໃໝ່ ການເຮັດພິທີມງຄຸນສົມຣົດຂອງຄູ໋ບ່າວສາວ ແມ່ນຈະໄດ້ຮັບການສະໜັບສະໜູນ ມີຄົນອຸປະຖຳ ມີຄວາມຈະເລີນຮຸ່ງເຮືອງ ຊີວິດຄູ່ຈະສົດໃສມີຄວາມສຸກ

ວັນທີສຸກ 12 ເຫມາະແກ່ການຈັດງານມຸງຄຸນສົມຣົດ ຈະເຮັດໃຫ້ຄູ່ບ່າວສາວມີຄວາມຈະເລີນຮຸ່ງເຮືອງ ເປັນໃຫຍ່ ມີຍົດຖາບັນດາສັກ ມີຊື່ສຽງເປັນທີ່ນັບໜ້າຖືຕາຂອງສັງຄົມ ແລະ ຍັງສົ່ງຜົນໄປຈົນຮອດລູກໃຫ້ເປັນຄົນໃຫຍ່ຄົນໂຕ ມີຖານໝັ້ນຄົງທາງດ້ານການເງິນ ຍົດຖາບັນດາສັກ ພວກທ່ານຈະມີຄວາມສຸກໃນອານາຄົດພາຍພາກໜ້າ

● ວັນມຸງຄຸນໃນເດືອນ ກຸມພາ 2018

ວັນອາທິດທີ 5 ເໝາະສົມສຳລັບການຈັດງານມຸງຄຸນຕ່າງໆ ຈະເຮັດໃຫ້ຄູ່ບ່າວສາວທີ່ແຕ່ງງານວັນນີ້ຫາຢູ່ຫາກິນຂຶ້ນມີຄວາມໝັ້ນຄົງທາງດ້ານຖານະເງິນທອງ ແລະ ລູກຫຼານເວົ້າງ່າຍເຊື່ອຟັງ ເຮັດໃຫ້ທ່ານມີຄອບຄົວທີ່ອົບອຸ່ນເຕັມໄປດ້ວຍຄວາມສຸກ

ວັນອັງຄານທີ 27 ເຫມາະແກ່ການຈັດງານມຸງຄຸນສົມຣົດ ຈະເຮັດໃຫ້ຄູ່ບ່າວສາວມີຄວາມຈະເລີນຮຸ່ງເຮືອງ ເປັນໃຫຍ່ ມີຍົດຖາບັນດາສັກ ມີຊື່ສຽງເປັນທີ່ນັບໜ້າຖືຕາຂອງສັງຄົມ ແລະ ຍັງສົ່ງຜົນໄປຈົນຮອດລູກໃຫ້ເປັນຄົນໃຫຍ່ຄົນໂຕ ມີຖານໝັ້ນຄົງທາງດ້ານການເງິນ ຍົດຖາບັນດາສັກ ພວກທ່ານຈະມີຄວາມສຸກໃນອານາຄົດພາຍພາກໜ້າ

● ວັນມຸງຄຸນໃນເດືອນ ມີນາ 2018

ວັນສຸກທີ 2 ວັນນີ້ສາມາດຈັດງານມຸງຄຸນຕ່າງໆໄດ້ ເໝາະສຳລັບການຈັດງານດອງ ເພາະຈະເຮັດໃຫ້ຄູ່ບ່າວສາວຮັ່ງມີສີສຸກ ມາກພູນດ້ວຍຊັບສິນ ຮັງມີເປັນເສດຖີ

ວັນອາທິດທີ 11 ເໝາະໃນການຈັດງານມຸງຄຸນຕ່າງໆ ຄູ່ບ່າວສາວຈະມີຄວາມໜັກແໜ້ນໃນການໃຊ້ຊີວິດຄູ່ ຈະມີຄວາມໂດດເດັ່ນໃນດ້ານອະສັງຫາລິມະຊັບ ມີຊື່ສຽງ ແລະ ມີຄວາມຢູ່ເຢັນເປັນສຸກ

● ວັນມຸງຄຸນໃນເດືອນ ເມສາ 2018

ວັນເສົາທີ 21 ເໝາະໃນການຈັດງານມຸງຄຸນຕ່າງໆ ຄູ່ບ່າວສາວຈະມີຄວາມໜັກແໜ້ນໃນການໃຊ້ຊີວິດຄູ່ ຈະມີຄວາມໂດດເດັ່ນໃນດ້ານອະສັງຫາລິມະຊັບ ມີຊື່ສຽງ ແລະ ມີຄວາມຢູ່ເຢັນເປັນສຸກ

ວັນຈັນທີ 30 ເໝາະສົມສຳລັບການຈັດງານມຸງຄຸນຕ່າງໆ ຈະເຮັດໃຫ້ຄູ່ບ່າວສາວທີ່ແຕ່ງງານວັນນີ້ຫາຢູ່ຫາກິນຂຶ້ນມີຄວາມໝັ້ນຄົງທາງດ້ານຖານະເງິນທອງ ແລະ ລູກຫຼານເວົ້າງ່າຍເຊື່ອຟັງ ເຮັດໃຫ້ທ່ານມີຄອບຄົວທີ່ອົບອຸ່ນເຕັມໄປດ້ວຍຄວາມສຸກ

● ວັນມຸງຄຸນໃນເດືອນ ພຶດສະພາ 2018

ວັນອັງຄານທີ 8 ເຫມາະສຳລັບງານມຸງຄຸນຕ່າງໆບໍ່ວ່າຈະເປັນການເປີດກິດຈະການໃໝ່ ການເຮັດພິທີມງຄຸນສົມຣົດຂອງຄູ໋ບ່າວສາວ ແມ່ນຈະໄດ້ຮັບການສະໜັບສະໜູນ ມີຄົນອຸປະຖຳ ມີຄວາມຈະເລີນຮຸ່ງເຮືອງ ຊີວິດຄູ່ຈະສົດໃສມີຄວາມສຸກ

ວັນສຸກທີ 11 ເຫມາະແກ່ການຈັດງານມຸງຄຸນສົມຣົດ ຈະເຮັດໃຫ້ຄູ່ບ່າວສາວມີຄວາມຈະເລີນຮຸ່ງເຮືອງ ເປັນໃຫຍ່ ມີຍົດຖາບັນດາສັກ ມີຊື່ສຽງເປັນທີ່ນັບໜ້າຖືຕາຂອງສັງຄົມ ແລະ ຍັງສົ່ງຜົນໄປຈົນຮອດລູກໃຫ້ເປັນຄົນໃຫຍ່ຄົນໂຕ ມີຖານໝັ້ນຄົງທາງດ້ານການເງິນ ຍົດຖາບັນດາສັກ ພວກທ່ານຈະມີຄວາມສຸກໃນອານາຄົດພາຍພາກໜ້າ

● ວັນມຸງຄຸນໃນເດືອນ ມິຖຸນາ 2018

ວັນເສົາທີ 23 ເປັນອີກວັນທີ່ເໝາະກັບການຈັດງານມຸງຄຸນສົມຣົດ ຈະເຮັດໃຫ້ເຈົ້າບ່າວເຈົ້າສາວຮັກກັນຍືນຍາວ ຜູ້ເປັນຜົວຈະໃຫ້ກຽດເມຍ ແລະ ມອບແຕ່ສິ່ງດີໆໃຫ້

ວັນສຸກທີ 29 ສຳລັບຄູ່ທີ່ແຕ່ງງານວັນນີ້ຈະຮັກມີສີສຸກ ມີຄວາມໝັ້ນຄົງທາງດ້ານເງິນຄຳ ຫາກິນງ່າຍເຮັດໜ້ອຍໄດ້ຫຼາຍ

● ວັນມຸງຄຸນໃນເດືອນ ຕຸລາ 2018

ວັນຈັນທີ 1 ເຫມາະສຳລັບງານມຸງຄຸນຕ່າງໆບໍ່ວ່າຈະເປັນການເປີດກິດຈະການໃໝ່ ການເຮັດພິທີມງຄຸນສົມຣົດຂອງຄູ໋ບ່າວສາວ ແມ່ນຈະໄດ້ຮັບການສະໜັບສະໜູນ ມີຄົນອຸປະຖຳ ມີຄວາມຈະເລີນຮຸ່ງເຮືອງ ຊີວິດຄູ່ຈະສົດໃສມີຄວາມສຸກ

ວັນອັງຄານທີ 9 ເໝາະໃນການຈັດງານມຸງຄຸນຕ່າງໆ ຄູ່ບ່າວສາວຈະມີຄວາມໜັກແໜ້ນໃນການໃຊ້ຊີວິດຄູ່ ຈະມີຄວາມໂດດເດັ່ນໃນດ້ານອະສັງຫາລິມະຊັບ ມີຊື່ສຽງ ແລະ ມີຄວາມຢູ່ເຢັນເປັນສຸກ

● ວັນມຸງຄຸນໃນເດືອນ ພະຈິກ 2018

ວັນເສົາທີ 24 ເໝາະສົມສຳລັບການຈັດງານມຸງຄຸນຕ່າງໆ ຈະເຮັດໃຫ້ຄູ່ບ່າວສາວທີ່ແຕ່ງງານວັນນີ້ຫາຢູ່ຫາກິນຂຶ້ນມີຄວາມໝັ້ນຄົງທາງດ້ານຖານະເງິນທອງ ແລະ ລູກຫຼານເວົ້າງ່າຍເຊື່ອຟັງ ເຮັດໃຫ້ທ່ານມີຄອບຄົວທີ່ອົບອຸ່ນເຕັມໄປດ້ວຍຄວາມສຸກ

ວັນສຸກທີ 30 ເໝາະໃນການຈັດງານມຸງຄຸນຕ່າງໆ ຄູ່ບ່າວສາວຈະມີຄວາມໜັກແໜ້ນໃນການໃຊ້ຊີວິດຄູ່ ຈະມີຄວາມໂດດເດັ່ນໃນດ້ານອະສັງຫາລິມະຊັບ ມີຊື່ສຽງ ແລະ ມີຄວາມຢູ່ເຢັນເປັນສຸກ

● ວັນມຸງຄຸນໃນເດືອນ ທັນວາ 2018

ວັນອາທິດທີ 24 ເໝາະໃນການຈັດງານມຸງຄຸນຕ່າງໆ ຄູ່ບ່າວສາວຈະມີຄວາມໜັກແໜ້ນໃນການໃຊ້ຊີວິດຄູ່ ຈະມີຄວາມໂດດເດັ່ນໃນດ້ານອະສັງຫາລິມະຊັບ ມີຊື່ສຽງ ແລະ ມີຄວາມຢູ່ເຢັນເປັນສຸກ

ວັນສຸກທີ 29 ສຳລັບຄູ່ທີ່ແຕ່ງງານວັນນີ້ຈະຮັກມີສີສຸກ ມີຄວາມໝັ້ນຄົງທາງດ້ານເງິນຄຳ ຫາກິນງ່າຍເຮັດໜ້ອຍໄດ້ຫຼາຍ

ແອັດມິນໄດ້ຂ້າມເດືອນຊ່ວງເຂົ້າພັນສາຄືນັບແຕ່ເດືອນ 7-9 ເພາະໃນຊ່ວງໄລຍະ 3 ເດືອນນີ້ເຂົ້າພັນສາຕາມສາສະໜາຂອງບ້ານເຮົາແມ່ນຈະບໍ່ມີການຈັດງານແຕ່ງດອງ

ໝາຍເຫດ: ນີ້ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...