ວັນບຸນມາຄະບູຊາ ແລະ ບຸນເຂົ້າຈີ່

ຄຳວ່າ ມາຄະ ເປັນຊື່ຂອງເດືອນສາມ ຊຶ່ງຫຍໍ້ມາຈາກຄຳວ່າ “ມາຄະປຸຣນະມີ” ດັ່ງນັ້ນ ວັນມາຄະບູຊາ ຈຶ່ງໝາຍຄວາມວ່າ ການບູຊາພຣະໃນວັນເພັງເດືອນມາຄະ ຫລື ເດືອນສາມ ຕາມປະຕິທິນຂອງອິນເດັຽ ຊຶ່ງກົງກັບ ວັນຂຶ້ນ 15 ຄໍ່າ ເດືອນສາມລາວ (ເຊິ່ງປີນີແມ່ນກົງກັບວັນທີ 31 ມັງກອນ 2018).

ວັນມາຄະບູຊາເປັນວັນສຳຄັນວັນໜຶ່ງຂອງພຸທທະສາສນາ ເນື່ອງຈາກມີເຫດການທີ່ສຳຄັນເກີດຂຶ້ນເມື່ອ 2500 ກວ່າປີມາແລ້ວ ຄື ພຣະສັມມາສັມພຸທທະເຈົ້າ ຊົງສະແດງ ໂອວາທປະຕິໂມກ ທ່າມກາງທີ່ປະຊຸມມະຫາສັງຄະສັນນິບາຕຄັ້ງໃຫຍ່ ເພື່ອໃຫ້ພຣະສົງຄ໌ ນຳໄປປະພຶດ ປະຕິບັດ ເພື່ອສືບຕໍ່ພຣະພຸທທະສາສນາໃຫ້ຈະເຣີນຮຸ່ງເຮືອງຕໍ່ໄປ. ໃນວັນນີ້ເອງໄດ້ມີເຫດການ ເກີດຂຶ້ນຢ່າງໜ້າ ອັສຈັນ ສີ່ປະການ ຫລືຈະຮຽກວັນນີ້ອີກຢ່າງນຶ່ງວ່າ ວັນຈາຕຸຣົງສັນນິບາຕ ຄືວັນທີ່ມີການປະຊຸມພ້ອມດ້ວຍອົງຄ໌ສີ່.
ຄຳວ່າ ຈາຕຸຣະ ແປວ່າ ສີ່, ອົງຄ໌ ແປວ່າ ສ່ວນ ແລະ ສັນນິບາຕ ແປວ່າ ປະຊຸມ.

ເຫດການພິເສດທີ່ເກີດຂຶ້ນໃນວັນນີ້ຄື :

1. ວັນນັ້ນ ເປັນວັນຂຶ້ນ 15 ຄໍ່າ ເດືອນສາມ(ພະຈັນເຕັມດວງ).
2. ພຣະສົງຈຳນວນ 1.250 ອົງ ມາປະຊຸມຮ່ວມກັນໂດຍບໍ່ໄດ້ນັດຫມາຍ(ບໍ່ໄດ້ບອກເລົ່າກັນມາກ່ອນ).
3. ພຣະສົງທັງຫມົດລ້ວນແຕ່ໄດ້ຮັບການອຸປະສົມບົດ(ບວດ)ໂດຍກົງຈາກພຣະພຸດທະເຈົ້າ.
4. ພຣະສົງທັງຫມົດລ້ວນແຕ່ເປັນພຣະອໍລະຫັນ (ຊົງອະພິນຍາ).

ຄຳວ່າ: “ອະພິນຍາ” ຄື ຄວາມຮູ້ອັນສູງສຸດ (ເຊິ່ງລວມທັງຄວາມສາມາດພິເສດ) ດັ່ງນີ້:

– ສະແດງປາຕິຫານໄດ້ ເຊັ່ນ: ເນລະມິດຕົນເອງເປັນຫລາຍຄົນໄດ້, ຫາຍຕົວໄດ້ ແລະອື່ນໆ.
– ມີຫູທິບ ສາມາດໄດ້ຍິນສຽງຈາກທີ່ໄກໄດ້.
– ສາມາດຮັບຮູ້ຄວາມນຶກຄິດຈິດໃຈຂອງຄົນອື່ນໄດ້.
– ລະນຶກຊາດໄດ້.
– ມີຕາທິບ(ເບິ່ງເຫັນສິ່ງທີ່ຄົນທຳມະດາບໍ່ສາມາດເບິ່ງເຫັນໄດ້).
– ມີປັນຍາກຳຈັດກິເລດໃຫ້ຫມົດສິ້ນໄປໄດ້.
ອະພິນຍາ 6 ປະການນີ້ ເປັນຄວາມສາມາດພິເສດທີ່ເປັນຄຸນສົມບັດຂອງພຣະອໍລະຫັນຊຸດທຳອິດ ແລະຄຸນສົມບັດທີ່ສຳຄັນທີ່ສຸດກໍຄືປະການສຸດທ້າຍ(ມີປັນຍາກຳຈັດກິເລດໃຫ້ຫມົດສິ້ນໄປໄດ້). ການທີ່ພຣະອໍລະຫັນແຕ່ລະອົງມີຄວາມສາມາດພິເສດນີ້ ສະທ້ອນໃຫ້ພວກເຮົາເຫັນວ່າ ພຣະສາວົກຂອງພຣະພຸດທະເຈົ້າໃນເວລານັ້ນ ເປັນພຣະທີ່ບັນລຸເປົ້າຫມາຍສູງສຸດຂອງພຣະພຸດທະສາສະຫນາທັງສິ້ນ.

ໝາຍເຫດ: ໃນປີທໍາອິດຂອງການຕັສຮູ້ຂອງພຣະພຸທທະອົງ ຄື ຫລັງຈາກຕັສຮູ້ມາແລ້ວ 9 ເດືອນ, ພຣະອໍຣະຫັນຕ່າງລະລຶກໄດ້ວ່າ ໃນເດືອນສາມເພັງນັ້ນ ເປັນວັນສຳຄັນຂອງສາສນາພຣາມ ອັນເປັນສາສນາເດີມ ກ່ອນທີ່ພຣະອໍຣະຫັນເຫລົ່ານັ້ນຈະປ່ຽນມານັບຖື ພຣະທັມມະວິນັຍຂອງພຣະພຸທທະເຈົ້າ. ໃນສາສນາພຣາມນັ້ນ ເມື່ອເຖິງມື້ເພັງ ເດືອນມາຄະ ຈະນັບຖືວ່າເປັນວັນສິວາຣາຕຣີ ໂດຍຈະທຳການບູຊາພຣະສິວະດ້ວຍ ການລອຍບາບຫລືລ້າງບາບດ້ວຍນໍ້າ. ແຕ່ມາບັດນີ້ ຕົນໄດ້ເລີກລັທທິເດີມແລ້ວ ຈຶ່ງພ້ອມໃຈ ກັນໄປເຂົ້າເຝົ້າພຣະພຸທທະເຈົ້າໂດຍບໍ່ໄດ້ນັດໝາຍ.

ໂອວາທປະຕິໂມກ:
ເປັນຫລັກຄຳສອນສຳຄັນຂອງພຣະພຸທທະສາສນາ ຫລື ຄຳສອນອັນເປັນຫົວໃຈຂອງພຣະພຸທທະສາສນາ ໄດ້ແກ່ ພຣະພຸທທະພົດ 3 ຄາຖາ ທີ່ພຣະພຸທທະເຈົ້າໄດ້ກ່າວແກ່ ພຣະອໍຣະຫັນ 1.250 ຮູບ ຜູ້ໄປປະຊຸມກັນ ໂດຍບໍ່ມີການນັດໝາຍ ທີ່ ພຣະເວລຸວະນາຣາມ ໃນມື້ເພັງເດືອນສາມ ທີ່ເຮົາຮຽກກັນວ່າ ວັນມາຄະບູຊາ.

ຄາຖາໂອວາທປະຕິໂມກ ມີດັ່ງນີ້:

ສັພພະປາປັສສະ ອະກະຣະນັງ ກຸສະລັສສູປະສັມປະທາ ສະຈິຕຕະປະຣິໂຍທະປະນັງ ເອຕັງ ພຸທທານະສາສະນັງ ຂັນຕີ ປະຣະມັງ ຕະໂປ ຕີຕິກຂາ
ນິພພານັງ ປະຣະມັງ ວະທັນຕິ ພຸທທາ
ນະ ຫິ ປັພພະຊິໂຕ ປະຣູປະຄາຕີ
ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ
ອະນູປະວາໂທ ອະນູປະຄາໂຕ ປະຕິໂມກເຂ ຈະ ສັງວະໂຣ ມັຕຕັນຍຸຕາ ຈະ ພັຕຕັສສມິງ ປັນຕັນຈະ ສະຍະນາສະນັງ ອະທິຈິຕເຕ ຈະ ອາໂຍໂຄ ເອຕັງ ພຸທທານະສາສະນັງ.
ແປວ່າ: ການບໍ່ທຳຄວາມຊົ່ວທັງປວງ ໑, ການບໍາເພັນແຕ່ຄວາມດີ ໑, ການທໍາຈິດຂອງຕົນໃຫ້ຜ່ອງໃສ.໑ ນີ້ເປັນຄໍາສອນ ຂອງພຣະພຸທທະເຈົ້າທັ້ງຫລາຍ,
ຂັນຕິ ຄືຄວາມອົດກັ້ນ ເປັນຕະບະຢ່າງຍິ່ງ, ພຣະພຸທທະເຈົ້າທັ້ງຫລາຍກ່າວວ່າ ນິພພານ ເປັນບໍຣົມມະທັມ, ຜູ້ທຳຮ້າຍຄົນອື່ນ ບໍ່ໄດ້ຊື່ວ່າເປັນບັນພະຊິດ, ຜູ້ບຽດບຽນຄົນອື່ນ ບໍ່ໄດ້ຊື່ວ່າເປັນສະມະນະ.
ການບໍ່ທຳຮ້າຍ ໑ ການສຳລວມໃນປະຕິໂມກ ໑ ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ ໑ ທີ່ນັ່ງນອນອັນສງັດ ໑ ຄວາມພຽນໃນອະທິຈິຕ(ສະມາທິ) ໑, ທັມເຫລົ່ານີ້ ເປັນຄຳສັ່ງສອນຂອງພຣະພຸທທະເຈົ້າທັ້ງຫລາຍ

ການປະຕິບັດໃນວັນມາຄະບູຊານີ້ກໍຄື ການຕັກບາຕ, ໃຫ້ທານ,ຖວາຍເພລແລະ ຮັບຟັງພຣະທັມມະເທສນາໃນຕອນເຊົ້າເຖິງບ່າຍ ແລະ ຕອນກາງຄືນ ບາງວັດ ຊາວພຸທກໍຈະພາກັນໄປຮັກສາສີລ,ສູດມົນແລະນັ່ງສະມາທິ ແຕ່ສ່ວນມາກແລ້ວຕາມເຂດບ້ານທົ່ວໄປ ຈະນິຍົມເອົາດອກໄມ້ ທູບທຽນ ໄປທີ່ວັດ ເພື່ອຮ່ວມພິທີວຽນທຽນ ອ້ອມສີມ ໂດຍພຣະສົງຄ໌ຈະກ່າວຄຳຖວາຍ ດອກໄມ້ທູບທຽນ ແລ້ວໃຫ້ທຸກຄົນວ່າຕາມ ຈົບແລ້ວ ຍ່າງວຽນທາງຂວາ. ຕລອດເວລາທີ່ວຽນທຽນນັ້ນ ໃຫ້ລະລຶກເຖິງ ພຣະພຸທທະຄຸນ ພຣະທັມມະຄຸນ ພຣະສັງຄະຄຸນ ຈົນຄົບສາມຮອບແລ້ວ ນຳດອກໄມ້ທູບທຽນໄປປັກບູຊາຕາມສະຖານທີ້ທີ່ວັດນັ້ນໆ ຕຽມໄວ້ໃຫ້ ກໍເປັນອັນວ່າຈົບພິທີ.

ບຸນເຂົ້າຈີ່:

ບຸນເຂົ້າຈີ່ເປັນໜຶ່ງໃນບຸນທີ່ນອນຢູ່ໃນເດືອນສາມລາວ ທີ່ນອນຢູ່ໃນຮີດ 12 ຂອງລາວທີ່ໄດ້ປະຕິບັດມາແຕ່ບູຮານນະການ. ເດືອນສາມລາວເປັນ ເດືອນເກັບກ່ຽວເຂົ້າ ແລະ ຂົນເຂົ້າຂຶ້ນເລົ້າຂຶ້ນສາງຮຽບຮ້ອຍແລ້ວ ຊາວນາທັງຫລາຍ ໝົດວຽກໄຮ່ການນາ ແລ້ວ ຈຶ່ງພາກັນເຮັດ ບຸນເຂົ້າຈີ່ ຖວາຍແກ່ພຣະສົງຄ໌.

ຄຳວ່າເຂົ້າຈີ່ ໄດ້ແກ່ເຂົ້າໜຽວ ປັ້ນເປັນກ້ອນ ຈີ່ໃຫ້ສຸກດ້ວຍໄຟ ຮຽກວ່າເຂົ້າຈີ່. ການເຮັດບຸນນີ້ ຈະນິຍົມເຮັດໃນເດືອນສາມ ຈະເປັນຂ້າງຂຶ້ນ ຫລືຂ້າງແຮມກໍໄດ້ ແຕ່ເຄີຍເຮັດກັນມາແມ່ນກາງເດືອນສາມຈຶ່ງຮຽກວ່າບຸນເດືອນສາມກໍໄດ້.

ມື້ທີ່ຈະເຮັດບຸນນີ້ ຄະນະສາລະວັດ ເພິ່ນຈະປະກາດໃຫ້ຊາວບ້ານໄປເຕົ້າໂຮມກັນທີ່ວັດເພື່ອ ກຽມເຂົ້າທີ່ຈະຈີ່ ກຽມໄມ້ ໄວ້ສຽບເຂົ້າ ເຄື່ອງທາ ເຂົ້າຈີ່ ຈະເປັນໄຂ່ ຫລື ໃສ່ນໍ້າອ້ອຍຂ້າງໃນ ໃຫ້ຫອມຫວານມັນ ກໍແລ້ວແຕ່ສັດທາຂອງ ບຸກຄົນນັ້ນໆ. ການຈີ່ເຂົ້າຈີ່ ຕ້ອງໄດ້ເຮັດ ແຕ່ເຊົ້າ ພໍເຂົ້າຈີ່ສຸກ ກໍເອົາໄປຖວາຍພ້ອມຈັງຫັນເລີຍ ພ້ອມກັບ ອາຫານ ຫວານຄາວຢ່າງອື່ນໆ. ເມື່ອເຖິງຍາມຖວາຍ ເພິ່ນຈະ ນິມົນພຣະສົງຄ໌ສາມະເນນພາຍໃນວັດມາໂຮມກັນທີ່ຫໍແຈກ, ສາລະວັດ ພາໄຫວ້ພຣະຮັບສີລຈົບແລ້ວ ພຣະສົງສູດຖວາຍພອນ ແລ້ວຈຶ່ງນຳເຂົ້າຈີ່ນັ້ນໃສ່ບາຕ ແລ້ວຍໍໄປຖວາຍພຣະສົງຄ໌ ພ້ອມພາເຂົ້າ. ເມື່ອສັນສຳເຣັດແລ້ວ ພຣະສົງຄ໌ໃຫ້ພອນ ອະນຸໂມທະນາ ແລະ ເທສນາຊາດົກ ເຣື່ອງນາງປຸນນະທາສີຖວາຍ ເຂົ້າຈີ່ແດ່ພຣະພຸທທະເຈົ້າດັ່ງຕໍ່ໄປນີ້ :

ມູນເຫດຂອງບຸນນີ້ ມີໃຈຄວາມວ່າ ພຣະພຸທທະເຈົ້າປະທັບຢູ່ ວັດເຊຕະວັນມະຫາວິຫານ ໃນເມືອງສາວັຕຖີ, ໃນເວລາໃກ້ຈະແຈ້ງ ພຣະອົງໄດ້ເລັງພຣະຍານ ກວດເບິ່ງໃນໝູ່ສັຕໂລກ ກໍປາກົດເຫັນນາງປຸນນະທາສີ ວ່າ ນາງຈະຕ້ອງຕາຍໃນວັນນີ້ແນ່ນອນ ແລະ ຖ້າພຣະອົງບໍ່ໄດ້ໄປອະນຸເຄາະ ນາງກໍຈະຕ້ອງໄປສູ່ທຸຄຄະຕິຢ່າງແນ່ແທ້. ພຣະພຸທທະອົງຊົງມີຄວາມເມຕຕາກະຣຸນາແກ່ສັຕໂລກທຸກໝູ່ເລົ່າ ໃຫ້ພົ້ນຈາກບາບອະກຸສົນ ໃຫ້ໄດ້ບັນລຸເຖິງຄວາມສຸກ ມີມັຄຜົນນິພພານຕາມບາຣະມີຂອງສັຕນັ້ນໆ ວ່າເຄີຍໄດ້ສະສົມບຸນນັ້ນໄວ້ໜ້ອຍຫລາຍປານໃດມາແລ້ວ. ສ່ວນນາງປຸນນະທາສີ ນີ້ກໍເຊັ່ນດຽວກັນວ່າ ຈະຕ້ອງໄປໂຜດນາງກ່ອນທີ່ຈະເສັຽຊີວິດ, ດັ່ງນັ້ນ ພຣະພຸທທະອົງພ້ອມພຣະອານົນທີ່ອຸ້ມບາຕ ຕາມຫລັງ ພຣະອົງ ອອກເດີນທາງມຸ່ງໜ້າໄປທີ່ບ່ອນນາງປຸນນະທາສີ ເຮັດວຽກຢູ່ ເພື່ອໄປບິນທະບາຕ ໂຜດນາງ.

ໃນເມືອງຣາຊຄຣຶນີ້ ມີຍິງຍາກໄຮ້ເຂັນໃຈຢູ່ນາງນຶ່ງ ຊຶ່ງໃນເວລາຕໍ່ມາ ນາງໄດ້ໄປເປັນທາສີຮັບໃຊ້ ເຮືອນເສດຖີຄົນນຶ່ງ ຊື່ວ່າ ນາງປຸນນະທາສີ. ວັນນຶ່ງ ເສດຖີຄົນນັ້ນ ໄດ້ໃຊ້ໃຫ້ນາງໄປຕຳເຂົ້າ ຊຶ່ງນາງກໍຕຳຈົນໝົດມື້ຈົນຮອດຄໍ່າກໍຍັງບໍ່ແລ້ວ. ມື້ຕໍ່ມາ ນາງໄດ້ລຸກແຕ່ເດິກ ໄຕ້ໄຟຕຳເຂົ້າຕໍ່ຈົນຟ້າແຈ້ງ ວຽກຈຶ່ງແລ້ວ, ນາງໄດ້ເອົາຮຳເຂົ້າໂດຍເຮັດເປັນແປ້ງ ປັ້ນແລ້ວ ໄດ້ນຳ ແປ້ງເຂົ້າ ນັ້ນໄປຈີ່ໃຫ້ສຸກ ແລ້ວເອົາໃສ່ໃນພົກຜ້າໄວ້ກິນເອງ ແລ້ວກໍຍ່າງໄປຕັກນໍ້າ. ພໍຍ່າງໄປຫາທ່ານໍ້າ ນາງໄດ້ເຫັນ ພຣະພຸທ ທະເຈົ້າ ແລະ ພຣະອານົນ ກໍເລີຍເກີດຄວາມສັທທາ ເຫລື້ອມໃສ ໂດຍມາຄຶດວ່າ ຕົວເຮົານີ້ຕົກທຸກໄດ້ຍາກ ລຳບາກແສນເຂັນ ທັງກາຍແລະໃຈ ຕ້ອງເປັນທາສີ ອາສັຍເສດຖີລ້ຽງຊີວິດຢູ່ເປັນມື້ເປັນວັນໄປເທົ່ານັ້ນ ກໍເພາະວ່າ ເຮົາບໍ່ໄດ້ເຮັດບຸນໃຫ້ທານ ຮັກສາສີລໄວ້ໃນຊາດ ປາງກ່ອນ ມາເຖິງຊາດນີ້ ເຮົາຈຶ່ງໄດ້ເດືອດຮ້ອນລຳບາກເຫລືອຫລາຍ ແຕ່ວ່າເຮົາໄດ້ພົບພຣະພຸທ ທະເຈົ້າແລ້ວ ແຕ່ບໍ່ໄດ້ມີຫຍັງ ມາຖວາຍ ນອກຈາກແປ້ງເຂົ້າຈີ່ນີ້ທີ່ເປັນຂອງຕ້ອຍຕໍ່າ ແລະບໍ່ ຄຶດວ່າພຣະພຸທທະອົງ ຈະຮັບສັນໄດ້ ອີກໃຈນຶ່ງກໍຄຶດວ່າ ພຣະພຸທທະອົງຍ່ອມມີຄວາມເມຕຕາກະຣຸນາອັນຍິ່ງໃຫຍ່ ອາດຈະບໍ່ ຖືວ່າເປັນຂອງ ສົກກະປົກຫລືຕໍ່າ . ເມື່ອນາງຄຶດໄດ້ດັ່ງນັ້ນ ແລ້ວ ຈຶ່ງຍ່າງ ເຂົ້າໄປຫາພຣະບໍຣົມມະສາສດາວ່າ ພັນເຕ ຂ້າແດ່ ພຣະອົງຜູ້ ຈະເຣີນ ຂໍພຣະອົງຊົງຮັບເຂົ້າຈີ່ປັ້ນນີ້ ຂອງຜູ້ຂ້າຜູ້ເປັນ ຄົນຍາກຈົນເຂັນໃຈນີ້ດ້ວຍເທີ້ນ. ພຣະພຸທທະອົງໄດ້ເປີດບາຕ ຮັບເອົາເຂົ້າຈີ່ຈາກນາງປຸນນະທາສີ, ນາງກໍຄຶດໃນໃຈວ່າ ພຣະພຸທ ທະອົງຈະເດີນທາງໄປບ້ານ ເສດຖີ ຍ່ອມຈະມີອາຫານ ອັນປານີດ ມີກິ່ນຫອມແລະໜ້າສັນທັ້ງນັ້ນ ແລະເຂົ້າຈີ່ທີ່ນາງຖວາຍ ໄປນີ້ ກໍຄົງຈະເອົາໄປຖິ້ມເປັນ ອາຫານຂອງນົກ ຂອງກາ ເປັນແນ່ແທ້.

ພຣະພຸທທະອົງໄດ້ຊາບເຖິງວາຣະຈິດຂອງນາງ ຈຶ່ງໄດ້ບອກໃຫ້ພຣະອານົນປູອາສະນະໃຕ້ຮົ່ມໄມ້ແຄມທາງນັ້ນ ແລ້ວນັ່ງສັນ ເຂົ້າຈີ່ກ້ອນນັ້ນໃຫ້ນາງປຸນນະທາສີເຫັນ. ຫລັງຈາກສັນເຂົ້າຈີ່ນັ້ນແລ້ວ,ພຣະອົງຊົງໂຜດນາງປຸນນະທາສີໂດຍ ສະແດງພຣະ ທັມມະ ເທສນາອະນຸໂມທະນາວ່າ ຂຶ້ນຊື່ວ່າໂພຄະສົມບັດຂອງບຸກຄົນຕະນີ່ ອັນມີຢູ່ໃນມະນຸສໂລກນີ້ ຈະມາກມາຍເປັນໝື່ນ ເປັນແສນ ຫລືຫລາຍກວ່ານັ້ນກໍຕາມ ຫາປະເສີດເທົ່າກັບເຂົ້າປັ້ນນຶ່ງອັນບຸກຄົນໃຫ້ທານດ້ວຍຄວາມສັທທາບໍ່ໄດ້ ເພາະວ່າ ໂພຄະຊັບທີ່ມີຢູ່ກັບ ຄົນຕະນີ່ນັ້ນບໍ່ເປັນປໂຍດອັນໃດເລີຍ ແມ້ນແຕ່ຕົນເອງຈະກິນກໍຍັງທັງຍາກ ແຖມຍັງຈະໝົດເປືອງ ໄປລ້າໆ ຄັ້ນຜູ້ຕະນີ່ຄົນນັ້ນ ຕາຍໄປ ສົມບັດເຫລົ່ານັ້ນກໍເປັນຂອງຄົນອື່ນ ແລະກໍບໍ່ໄດ້ຕິດຕາມຕົນໄປສູ່ປໍຣະພົບຂ້າງໜ້າ ປຽບທຽບ ກັບທານອັນມີປະມານ ນ້ອຍທີ່ບຸກຄົນນັ້ນໄດ້ຖວາຍແກ່ພຣະອະຣິຍະເຈົ້ານັ້ນເປັນບັນໄດສູ່ສວັນ ສູ່ສຸຄຕິ ແລະເປັນສະບຽງ ລ້ຽງຕົນໄປໃນຫົນທາງທຸລະ ກັນດານໃນຄາວທີ່ຕົນໄດ້ຕາຍໄປແລ້ວ. ເມື່ອພຣະພຸທທະເຈົ້າເທສນາຈົບລົງແລ້ວ ນາງປຸນນະທາສີ ໄດ້ຊ້ອງສາທຸການໃນ ທານສົມບັດ ທີ່ຕົນໄດ້ກະທຳນັ້ນ ແລະ ຂາບລາເພື່ອໄປຕັກນໍ້າຕໍ່.

ດ້ວຍຄວາມຍິນດີ ອີ່ມເອີບໃນບຸນທີ່ຕົນໄດ້ທຳນັ້ນ ເລີຍບໍ່ທັນໄດ້ ເບິ່ງທາງຍ່າງວ່າມີງູເຫົ່າຢູ່ທີ່ນັ້ນ ເລີຍຖືກງູເຫົ່າຕອດທີ່ ຕີນ ພິດຮ້າຍໄດ້ແລ່ນໄປທີ່ຫົວໃຈ ເຮັດໃຫ້ນາງປຸນນະທາສີ ເສັຽຊີວິດໃນທີ່ນັ້ນ ຈາກນັ້ນນາງກໍໄດ້ໄປເກີດຢູ່ເມືອງສວັນສເວີຍ ທິພສົມບັດ ມີນາງຟ້າພັນນຶ່ງເປັນບໍລິວານ ກໍເພາະອະນິສົງທີ່ນາງໄດ້ ຖວາຍເຂົ້າຈີ່ ປັ້ນນັ້ນແກ່ພຣະພຸທທະເຈົ້ານັ້ນແລ້ວ