spot_img
Homeຂ່າວທ້ອງຖິ່ນວັນທີ 12 ຕຸລາ! ວັນປະກາດເອກະລາດ ໝັ້ນຍືນ

ວັນທີ 12 ຕຸລາ! ວັນປະກາດເອກະລາດ ໝັ້ນຍືນ

Published on

ວັນທີ 12 ຕຸລາ 1945 ເປັນວັນສຳຄັນແຫ່ງປະຫວັດສາດ ແລະ ມີຄວາມໝາຍລະດັບປະເທດຊາດ ແລະ ປະຊາຊົນບັນດາເຜົ່າລາວເຮົາ ເປັນວັນປະກາດເອກະລາດຂອງລາວ ເຊິ່ງໃນປີ 2020ນີ້ ໄດ້ໝູນວຽນມາຄົບຮອບ 75 ປີພໍດີ.

ເມື່ອຫວນຄືນປະຫວັດສາດ, ປີ 1945 ກອງທັບແດງໂຊວຽດ ໄດ້ຜາບແພ້ພວກຟາຊິດ, ບັງຄັບໃຫ້ພວກເຂົາຕ້ອງຍອມຈຳນົນຢ່າງບໍ່ມີເງື່ອນໄຂ ເຮັດໃຫ້ສົງຄາມໂລກຄັ້ງທີ II ສິ້ນສຸດລົງໄຊຊະນະອັນຍິ່ງໃຫຍ່ຂອງສະຫະພາບໂຊວຽດ ແລະ ກຳລັງປະຕິວັດທີ່ກ້າວຫນ້າໃນສົງຄາມໂລກ, ໄດ້ເຮັດໃຫ້ລະບົບຈັກກະພັດນິຍົມໃນເວລານັ້ນຖືກສັ່ນສະເທືອນ ແລະ ແຕກທະລາຍ ຊຶ່ງໄດ້ເປັນຂີດຫມາຍແຫ່ງໄລຍະຂະຫຍາຍຕົວຂອງກຳລັງປະຊາທິປະໄຕ ທີ່ກ້າວຫນ້າຢູ່ໃນໂລກ ລະບົບສັງຄົມນິຍົມ ໄດ້ກຳນົດເກີດຂຶ້ນຂະບວນການປົດ ປ່ອຍຊາດໃນບັນດາປະເທດເມືອງຂຶ້ນ ແລະ ເຄິ່ງເມືອງຂຶ້ນ ແລະຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະ ກອນ ໃນບັນດາປະເທດທຶນນິຍົມ ໄດ້ຂະຫຍາຍຕົວຢ່າງຟົດຟື້ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...