spot_img
Homeຂ່າວພາຍ​ໃນວັກຊີນເຂັມ 3 ສາມາດສ້າງພູມຄຸ້ມຕ້ານທານໂຄວິດ-19 ເພີ່ມຂຶ້ນໄດ້ແທ້ບໍ?

ວັກຊີນເຂັມ 3 ສາມາດສ້າງພູມຄຸ້ມຕ້ານທານໂຄວິດ-19 ເພີ່ມຂຶ້ນໄດ້ແທ້ບໍ?

Published on

ຕາມການລາຍງານຂອງ ຄະນະສະເພາະກິດ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງການ ປະຈໍາວັນທີ 6 ກັນຍາ 2021 ໄດ້ເຫັນວ່າ ປັດຈຸບັນ, ສັງຄົມໃຫ້ຄວາມສົນໃຈຫຼາຍ ກ່ຽວກັບ ການສັກວັກຊີນເຂັມ 3 (Booster). ຕໍ່ບັນຫາດັ່ງກ່າວ, ຍັງບໍ່ທັນມີຫຼັກຖານຢັ້ງຢືນ ທາງດ້ານວິທະຍາສາດ ຈາກອົງການອະນາໄມໂລກ ກໍຄື ນະໂຍບາຍຂອງກະຊວງສາທາລະນະສຸກ ວ່າ ມັນສາມາດກະຕຸ້ນພູມຄຸ້ມກັນເພິ່ມຂຶ້ນໄດ້ ດັ່ງທີ່ຖືກຍົກຂຶ້ນໃນສື່ສັງຄົມອອນລາຍ.

ແຕ່ເຖິງຢ່າງໃດກໍຕາມ, ພັກ-ລັດຖະບານ ກໍຄື ກະຊວງສາທາລະນະສຸກ ແມ່ນໄດ້ ຕິດຕາມຢ່າງໃກ້ຊິດ ແລະ ມອບໝາຍໃຫ້ທີມງານວິຊາການ ໂດຍສົມທົບກັບອົງການອະນາໄມໂລກ ຄົ້ນຄວ້າ,​ ສັງລວມຂໍ້ມູນ ກ່ຽວກັບ ການສັກວັກຊີນເຂັມທີ 3 ລວມທັງ ການສັກວັກຊີນໃນກຸ່ມອາຍຸຕໍ່າກວ່າ 18 ປີ ລວມທັງ ການສັກວັກຊີນຊະນິດໄຂ່ວຊະນິດກັນ ເພື່ອນຳສະເໜີໃຫ້ແກ່ກອງປະຊຸມຄະນະສະເພາະກິດ ເປັນບ່ອນອິງໃນການຕັດສິນວາງມາດຕະການໃນຕໍ່ໜ້າ.

ປັດຈຸບັນ ພວກເຮົາໄດ້ຮັບລາຍງານ ວ່າມີກຸ່ມຄົນຈຳນວນໜຶ່ງ ທີ່ພະຍາຍາມໄປຈຸດບໍລິການສັກວັກຊີນ ເພື່ອສັກເຂັມທີ 3​ ເຊິ່ງພວກເຮົາໄດ້ມີການກວດກາຢ່າງເຄັ່ງຄັດ ແລະ ຖືວ່າ ການກະທຳດັ່ງກ່າວ ຜິດຕໍ່ລະບຽບຫຼັກການ ຈຶ່ງແຈ້ງມາຍັງບັນດາທ່ານ ວ່າການສັກວັກຊີນຄົບໂດສ ຍັງມີປະສິດທິພາບ ແລະ​ ປະສິດທິຜົນສູງ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...