spot_img
Homeຄວາມງາມລ້າງໜ້າແບບໃດ ໃຫ້ສະອາດບໍ່ມີສິວ

ລ້າງໜ້າແບບໃດ ໃຫ້ສະອາດບໍ່ມີສິວ

Published on

b_4(1)

ການລ້າງໜ້າແບບຖືກວິທີ ຈະຊ່ວຍຮັກສາ ແລະປ້ອງກັນສິວ ດັ່ງນັ້ນ ຈຶ່ງຄວນໃຫ້ຄວາມສຳຄັນກັບການລ້າງໜ້າ ແລະມື້ນີ້ເຮົາມີວິທີມາຝາກ…

ຫຼາຍຄົນອາດຈະສົງໃສວ່າ ໃນແຕ່ລະມື້ຈະລ້າງໜ້າຈັກເທື່ອ ແລະຄວນຮັກສາຄວາມສະອາດ ໃບໜ້າຫຼາຍປານໃດ? ຄຳຕອບຄື ລ້າງໜ້າວັນລະ 2 ເທື່ອກໍ່ພໍ ບໍ່ຄວນລ້າ່ງໜ້າຫຼາຍເກິນໄປ ເພາະຈະເຮັດໃຫ້ຜິວແຫ້ງ ນອກຈາກກໍລະນີໜ້າສົກກະປົກແທ້ໆ ໂດຍສະເພາະເຮັດກິດຈະກຳຮ້ອນໆ ເຊັ່ນ ຫຼັງຫຼີ້ນກິລາ ເຮັດສວນ ເປັນຕົ້ນ ອາດຈະເພີ່ມການລ້າງໜ້າໃດ້ .

ຂໍ້ສຳຄັນຕໍ່ມາ ທີ່ຫຼາຍຄົນຍັງບໍ່ຮູ້ຄື ບໍ່ຄວນໃຊ້ນ້ຳອຸ່ນ ຫຼື ນ້ຳຮ້ອນລ້າງໜ້າ ເພາະຈະເຮັດໃຫ້ຜິວແຫ້ງ ແລະເຮັດໃຫ້ຜິວຫ່ຽວໄວຍິ່ງຂື້ນ.

ສ່ວນການໃຊ້ຜະລິດຕະພັນ ເຮັດຄວາມສະອາດຜິວໜ້ານັ້ນ ຄວນລ້າງດ້ວຍສະບູອ່ອນ ຫຼືຜະລິດຕະພັນທີ່ເໝາະສົມກັບ ສະພາບຜິວ ຂະນະລ້າງໃຫ້ລູບໄລ້ຢ່າງເບົາມື ໂດຍລ້າງຕັ້ງແຕ່ຄາງ ໄປຮອດຕີນຜົມທີ່ໜ້າຜາກ .

ຈາກນັ້ນໃຫ້ລ້າງສະບູອອກ ດ້ວຍນ້ຳສະອາດ ແລ້ວເຊັດໜ້າໃຫ້ແຫ້ງດ້ວຍຜ້າແພ ຢ່າງເບົາມື ເພາະການເຊັດໃບໜ້າແີຮງ ຈະເຮັດໃຫ້ຜິວໜ້າຍາບກ້ານ .

ພຽງລ້າງໜ້າໃຫ້ຖືກວິທີ ແລະປ້ອງກັນສິວ ແຖມຍັງຊ່ວຍໃຫ້ໃບໜ້າງາມໃສ ບາດນີ້ຈະແຕ່ງເຕີມສີສັນແບບໃດເທີງໃບໜ້າ ກໍ່ບໍ່ມີປັນຫາແລ້ວ .

 

ຂ່າວ  :  ກຸ້ງຄຳ ແສນມະນີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...