spot_img
Homeຂ່າວພາຍ​ໃນລົດໄຟ EMU ຂະບວນລ້ານຊ້າງ ມາຮອດສະຖານີນະຄອນຫຼວງວຽງຈັນແລ້ວ

ລົດໄຟ EMU ຂະບວນລ້ານຊ້າງ ມາຮອດສະຖານີນະຄອນຫຼວງວຽງຈັນແລ້ວ

Published on

ລົດໄຟ EMU ຂະບວນທຳອິດໃນປະຫວັດສາດຂອງ ສປປ ລາວ ໄດ້ມາຮອດນະຄອນຫຼວງວຽງຈັນ ຢ່າງເປັນທາງການ. ເຊິ່ງແມ່ນຂະບວນລ້ານຊ້າງ ເຊິ່ງໄດ້ເຂົ້າຈອດທີ່ສະຖານີນະຄອນຫຼວງວຽງຈັນ ທີ່ຕັ້ງ ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ເດີນທາງຮອດສະຖານີນະຄອນຫຼວງວຽງຈັນເປັນທີ່ຮຽບຮ້ອຍ ວັນທີ 16 ຕຸລາ 2021 ຮູບພາບຈາກ: AEROLAOS

ໃນວັນທີ 16 ຕຸລາ 2021, ລົດໄຟ EMU ຂະບວນລ້ານຊ້າງ ໄດ້ເດີນທາງມາຮອດສະຖານີນະຄອນຫຼວງວຽງຈັນ ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍແລ້ວ ແລະ ໄດ້ຈັດພິທີສົ່ງມອບລົດໄຟຂະບວນດັ່ງກ່າວ ຢ່າງເປັນທາງການ.

ພິທີສົ່ງມອບລົດໄຟ EMU “ຂະບວນລ້ານຊ້າງ” ສະຖານີລົດໄຟນະຄອນຫຼວງວຽງຈັນ ວັນທີ 16 ຕຸລາ 2021 ຮູບພາບ: AEROLAOS

ພິທີມອບຮັບລົດໄຟ EMU “ຂະບວນລ້ານຊ້າງ” ສະຖານີລົດໄຟນະຄອນຫຼວງວຽງຈັນ ວັນທີ 16 ຕຸລາ 2021

ພິທີສົ່ງມອບລົດໄຟ “ຂະບວນລ້ານຊ້າງ” ສະຖານີລົດໄຟນະຄອນຫຼວງວຽງຈັນ ວັນທີ 16 ຕຸລາ 2021 ຮູບພາບ: AEROLAOS

ສົ່ງມອບຢ່າງເປັນທາງການ

ພາບບັນຍາກາດພິທີສົ່ງມອບລົດໄຟ EMU ຂະບວນລ້ານຊ້າງ ສະຖານີນະຄອນຫຼວງວຽງຈັນ

ສະຖານີນະຄອນຫຼວງວຽງຈັນເປັນທີ່ຮຽບຮ້ອຍ ວັນທີ 16 ຕຸລາ 2021 ຮູບພາບຈາກ: AEROLAOS

ດ້ານໜ້າສະຖານີນະຄອນຫຼວງວຽງຈັນ

ສະຖານີນະຄອນຫຼວງວຽງຈັນ

ຕາມເຟສບຸ໊ກເພຈ ບໍລິສັດລົດໄຟລາວ-ຈີນ (Laos – China Railway Company Limited) ລາຍງານໃຫ້ຮູ້ລາຍລະອຽດເບື້ອງຕົ້ນຂອງລົດໄຟລາວ-ຈີນ ຂະບວນນີ້. ລົດໄຟ ຂະບວນ “ລ້ານຊ້າງ” ເປັນ ຂະບວນລົດໄຟ EMU (Electric Multiple Unit) ມີທັງໝົດ ມີ 2 ຊັ້ນ 720 ບອ່ນນັ່ງ, ບ່ອນນັ່ງຊັ້ນທີ1 ລວມມີ 56 ບ່ອນນັ່ງ, ບ່ອນນັ່ງຊັ້ນທີ2 ມີ 662 ບ່ອນນັ່ງ ແລະ ບ່ອນນັ່ງພິເສດສຳລັບຄົນພິການ 2​ ບ່ອນນັ່ງ.

ດ້ານໃນຂອງລົດໄຟລາວ-ຈີນ ຂະບວນລ້ານຊ້າງ ຮູບພາບຈາກ: ໜັງສືພິມວຽງຈັນທາຍ

ລົດໄຟEMU ຂະບວນລ້ານຊ້າງ ໄດ້ເດີນທາງມາຈາກ ສປ ຈີນ ຜ່ານສະຖານີບໍ່ເຕນ-ສະຖານີເມືອງໄຊ ແລະ ສືບຕໍ່ເດີນທາງໄປສະຖານີເມືອງງາ-ສະຖານີຫຼວງພະບາງຕໍ່ ແລະ ສືບຕໍ່ຈົນຮອດສະຖານີນະຄອນຫຼວງວຽງຈັນ

ຮູບຂະນະເດີນທາງຈາກສະຖານີເມືອງໄຊ ມາ ສະຖານີນະຄອນຫຼວງວຽງຈັນ ຮູບພາບຈາກ: Do Stu Lao

ດ້ານການອອກແບບຄະນະຊ່ຽວຊານອອກແບບໄດ້ນຳໃຊ້ສັນຍາລັກຂອງທຸງຊາດລາວເຮົາເປັນແຮງບັນດານໃຈໃນການອອກແບບ, ທຸງຊາດຂອງລາວປະກອບມີ 3 ສີ ຄື: ສີແດງ, ສີຟ້າ ແລະ ສີຂາວ. ສີແດງເຖິງເລືອດເນື້ອຂອງນັກຮົບປະຕິວັດລາວ, ສີຟ້າຫມາຍເຖິງຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ແລະ ສີຂາວຫມາຍເຖິງຄວາມສາມັກຄີຂອງຄົນລາວພາຍໃຕ້ການນຳພາຂອງພັກປະຊາຊົນປະຕິດລາວຄືດັ່ງດວງເດືອນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...