spot_img
Homeຂ່າວການພັດທະນາລົດຮັບ-ສົ່ງຄົນພິການລາວ ຈະເລີ່ມທົດລອງໃຫ້ບໍລິການພາຍໃນເຂດເທສະບານນະຄອນຫຼວງວຽງຈັນ

ລົດຮັບ-ສົ່ງຄົນພິການລາວ ຈະເລີ່ມທົດລອງໃຫ້ບໍລິການພາຍໃນເຂດເທສະບານນະຄອນຫຼວງວຽງຈັນ

Published on

ສູນຄົນພິການຕາ ສີໂລມ (SILOAM)  ສ. ເກົາຫຼີ ໄດ້ສະໜອງພາຫະນະເປັນປະເພດລົດເກງ ຈໍານວນ 2 ຄັນ ແລະ ລົດຕູ້ 1 ຄັນ ແກ່ສະມາຄົມຄົນພິການແຫ່ງຊາດລາວ ເພື່ອສະໜັບສະໜູນສິດທິໃນການເຄື່ອໄຫວໄປ-ມາຂອງຄົນພິການລາວ ໄດ້ເລີ່ມໃຫ້ບໍລິການທົດລອງຮັບ ແລະ ສົ່ງສໍາລັບຄົນພິການພາຍໃນນະຄອນຫຼວງວຽງຈັນແລ້ວນັບແຕ່ເວລານີ້ເປັນຕົ້ນໄປໂດຍບໍ່ເສຍຄ່າໃນໄລຍະ 2 ເດືອນຄື ເດືອນພະຈິກ ແລະ ເດືອນທັນວາ 2016 ຫຼັງຈາກນັ້ນ ຈະເກັບຄ່າບໍລິການ ເຊິ່ງຄິດໄລ່ຕາມໄລຍະທາງໃກ້-ໄກ ແບບການບໍລິການລົດເມສາທາລະນະທົ່ວໄປ ໂດຍເລີ່ມໃຫ້ບໍລິການແຕ່ວັນຈັນເຖິງວັນສຸກ ເວລາ 06:00 ໂມງເຊົ້າ – 06:00 ໂມງແລງ.

ທັງນີ້ໄດ້ມີພິທີມອບ-ຮັບພະຫະນະ ຈໍານວນ 3 ຄັນດັ່ງກ່າວຢ່າງເປັນການແລ້ວ ໃນຕອນເຊົ້າວັນທີ 04 ພະຈິກ 2016 ທີ່ເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍການມອບຂອງທ່ານນາງ Kim Mi Kyoung ອໍານວຍການສູນຄົນພິການຕາສີໂລມ ສ. ເກົາຫຼີ ແລະ ຮັບໂດຍທ່ານ ທອງຈັນ ດວງມະລາໄລ ປະທານສະມາຄົມຄົນພິການແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປິງ ແສງຕານນະລາດ ຫົວໜ້າກົມນະໂຍບາຍຕໍ່ຜູ້ທີ່ມີຜົນງານ ທັງເປັນຫົວໜ້າກອງເລຂາຄະນະກໍາມະການແຫ່ງຊາດເພື່ອຄົນພິການ ແລະ ຜູ້ອາຍຸສູງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ Yoon Gang Hyun ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ. ເກົາຫຼີ ປະຈໍາ ສປປ.ລາວ ທ່ານ Choi Dong Ic ເລຂາທິການສູນຄົນພິການຕາສີໂລມ ສ. ເກົາຫຼີ ມີພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ທ່ານປະທານສະມາຄົມຄົນພິການແຫ່ງຊາດລາວ ໃຫ້ຮູ້ວ່າ ຖືເປັນຄັ້ງທໍາອິດທີ່ສະມາຄົມຄົນພິການແຫ່ງຊາດລາວໄດ້ຮັບການຊ່ອຍເຫຼືອຈາກໂຄງການລົດຮັບ-ສົ່ງຄົນພິການຈາກສູນຄົນພິການຕາສີໂລມ ສ. ເກົາຫຼີ ເຊິ່ງໂຄງການນີ້ມີຄວາມໝາຍຄວາມສໍາຄັນ ແລະ ຈໍາເປັນຫຼາຍສໍາລັບຄົນພິການທີ່ມີຄວາມຫຽຸ້ງຍາກໃນການເຄື່ອນໄຫວໄປ-ມາ ແລະ ການເຂົ້າເຖິງການບໍລິການດ້ານຕ່າງໆເຊັ່ນ ການຮັບ-ສົ່ງເດັກນ້ອຍພິການໄປໂຮງຮຽນ ໄປເຝິກວິຊາຊີບ ໄປໂຮງໝໍ ໄປເຮັດວຽກ ແລະ ອື່ນໆຕາມຄວາມເໝາະສົມໃນການດໍາລົງຊີວິດປະຈໍາວັນຂອງເຂົາເຈົ້າ ດັ່ງນັ້ນສະມາຄົມຄົນພິການແຫ່ງຊາດລາວ ຈິ່ງໄດ້ຮ່ວມກັບສູນຄົນພິການຕາສີໂລມ ສ. ເກົາຫຼີ ສ້າງໂຄງການນີ້ຂຶ້ນມາ ເພື່ອແນໃສ່ຮັບໃຊ້ຄົນພິການທີ່ມີຄວາມຫຽຸ້ງຍາກໃນການເຂົ້າເຖິງການບໍລິການດ້ານຕ່າງໆໃນນະຄອນຫຼວງວຽງຈັນ ຖືເປັນໂຄງການໃໝ່ ແລະ ເປັນການທົດລອງໃນໄລຍະສັ້ນພຽງແຕ່ 4 ເດືອນ ນັບຈາກນີ້ເປັນຕົ້ນໄປ ໂດຍມີເປົ້າໝາຍພື້ນທີ່ຂອງໂຄງການໃນເທສະບານນະຄອນຫຼວງເທົ່ານັ້ນ ທັງນີ້ແມ່ນອີງໃສ່ບົດບັນທຶກຄວາມເຂົ້າໃຈ (MOU) ຂອງສອງຝ່າຍເມື່ອຄັ້ງວັນທີ 05 ສິງຫາ 2016 ທີ່ຜ່ານມາ.

ຂ່າວ/ພາບ: ເທບພະວົງ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...