ລົດປະຈຳຕຳແໜ່ງ ປູຕິນ ເກີດອຸບັດເຫດຮ້າຍແຮງ (ເບິ່ງຄລິບ)

ລົດ BMW ປະຈຳຕຳແໜ່ງທ່ານ ວະລາດິເມຍ ປູຕິນ ປະສົບອຸບັດເຫດຕຳກັບລົດຄັນໜຶ່ງກາງນະຄອນຫລວງມົດສະກູ ປະເທດລັດເຊຍ ເຮັດໃຫ້ຄົນຂັບເສຍຊີວິດທັນທີ.

ຂ່າວຕ່າງປະເທດ ມື້ນີ້ ວັນທີ 7 ກັນຍາ 2016 ລົດເກັງສຸດຫຼູ ຍີ່ຫໍ້ BMW ລົດປະຈຳຕຳແໜ່ງຂອງປະທານາທິບໍດີ ວະລາດິເມຍ ປູຕິນ ຂອງລັດເຊຍ ໄດ້ເກີດອຸບັດເຫດຕຳກັບລົດ BENZ ຄັນຫນຶ່ງຢ່າງຮ້າຍແຮງ ກາງນະຄອນຫລວງມົດສະກູ ນະຄອນຫລວງຂອງລັດເຊຍ ເຮັດໃຫ້ຄົນຂັບລົດເສຍຊີວິດຄາທີ່ ໂຊກດີທີ່ເວລາເກີດເຫດ ທ່ານ ປູຕິນ ບໍ່ໄດ້ນັ່ງມານຳ.

ຮູບຈາກກ້ອງວົງຈອນປິດສະແດງໃຫ້ເຫັນລົດສອງຄັນຕຳກັນຢ່າງຮ້າຍແຮງເທິງທ້ອງຖະໜົນຈົນເຮັດໃຫ້ລົດໝຸນແກວ່ງໄປ ກ່ອນຈະຢຸດນິ້ງ ແລະມີສະພາບທາງຫົວລົດມຸ່ນອະຍະ. ສ່ວນຄົນຂັບລົດຄັນຄູ່ກໍລະນີໄດ້ຮັບບາດເຈັບສາຫັດ ແລະຖືກນຳສົ່ງໂຮງໝໍ.