ລົດທົວຈີນ ເກີດອຸບັດເຫດຕົກເຫວໃນຕິເບດ ເສຍຊີວິດ 44 ຄົນ!

ແຫຼ່ງຂ່າວຂອງຕ່າງປະເທດລາຍງານວ່າ ເມື່ອວັນທີ 9 ສິງຫາ 2014 ທີ່ຜ່ານມາ ໄດ້ເກີດເຫດລົດໂດຍສານນຳທ່ຽວ

ຂະໜາດ 55 ບ່ອນນັ່ງ ເຊິ່ງນຳນັກທ່ອງທ່ຽວ ໂດຍສ່ວນໃຫຍ່ມາຈາກພາກຕາເວັນອອກຂອງຈີນ ປະສົບອຸບັດເຫດ

ຕົກເຫວລົງພູເລິກ 10 ແມັດ ຫຼັງຈາກທີ່ຕຳເຂົ້າກັບລົດໃຫຍ່ 2 ຄັນ ເຊິ່ງເກີດອຸບັດເຫດກັນຢູ່ເທິງທາງຫຼວງໃນເຂດ

ໄນອີໂມ ທາງຕອນໃຕ້ຂອງເຂດປົກຄອງຕົນເອງຕິເບດ ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ.

 

ເຈົ້າໜ້າທີ່ກູ້ໄພໄດ້ນຳເອົາຮ່າງຂອງຜູ້ບາດເຈັບ ແລະ ຜູ້ເສຍຊີວິດສົ່ງໂຮງໝໍໃນເມືອງ ລາຊາ ເມືອງຫຼວງຂອງຕິເບດ

ເຊິ່ງຕໍ່ມາກໍຮູ້ວ່າ ມີຜູ້ເສຍຊີວິດໃນອຸບັດເຫດຄັ້ງນີ້ລວມ 44​ ຄົນ ແລະ ບາດເຈັບອີກ 11 ຄົນ.