spot_img
Homeຂ່າວຕ່າງປະເທດລຸງບໍ່ມີບ້ານ ລົ້ມເສຍຊີວິດກາງທາງ ຖ້າເຈົ້າໜ້າທີ່ມາມ້ຽນສົບດົນກວ່າ 6 ຊົ່ວໂມງ

ລຸງບໍ່ມີບ້ານ ລົ້ມເສຍຊີວິດກາງທາງ ຖ້າເຈົ້າໜ້າທີ່ມາມ້ຽນສົບດົນກວ່າ 6 ຊົ່ວໂມງ

Published on

ຕາມການລາຍງານຂອງ ສຳນັກຂ່າວ Thairath ປະເທດໄທ ໃຫ້ຮູ້ວ່າ: ລຸງບໍ່ມີບ້ານ ຕິດໂຄວິດ ເສຍຊີວິດກາງຊອຍບ້ານພານະຖົມ ເຂດວັດບໍວອນ ກຸງເທບມະຫານະຄອນ ປະເທດໄທ, ຜູ້ເສຍຊີວິດ ອາຍຸປະມານ 40-50 ປີ ບໍ່ມີເອກະສານໃດໆຕິດໂຕ ບໍ່ມີຮອງຮອຍບາດເຈັບ ຫຼື ຖືກທຳຮ້າຍຮ່າງກາຍ.

ຈາກການກວດສອບເບື້ອງຕົ້ນໃຫ້ຮູ້ວ່າ: ປະມານ 10 ໂມງເຊົ້າ ຂອງວັນທີ 20 ກໍລະກົດ 2021, ຜູ້ເສຍຊີວິດໄດ້ຍ່າງອອກມາຖະໜົນ ແລ້ວກໍລົ້ມລົງ ແຕ່ບໍ່ມີໃຜກ້າເຂົ້າໄປຊ່ວຍ ເນື່ອງຈາກ ປະຊາຊົນເຂດນັ້ນ ຮູ້ວ່າຜູ້ຕາຍບໍ່ມີບ້ານ ແລະ ຕິດໂຄວິດ-19 ຈຶ່ງໄດ້ແຈ້ງຕໍ່ທາງເຈົ້າໜ້າທີ່ໃຫ້ເຂົ້າມາຊ່ວຍເຫຼືອ ຈົນຮອດ 14:00 ໂມງ ເຈົ້າໜ້າທີ່ກູ້ໃສ່ຊຸດປ້ອງກັນ ເພື່ອມາຊ່ວຍໃຫ້ອົກຊີແຊນ ຈົນເວລາ 16:00 ຜູ້ປ່ວຍກໍໄດ້ເສຍຊີວິດ. ຈາກນັ້ນ ປະຊາຊົນເຂດນັ້ນກໍໄດ້ແຈ້ງຕໍ່ຫຼາຍໜ່ວຍງານ ແຕ່ບໍ່ມີໜ່ວຍງານໃດເຂົ້າມາມ້ຽນສົບເທື່ອ ເຖິງແມ່ນວ່າ ເວລາຈະຜ່ານໄປດົນແລ້ວ.

ຈົນມາຮອດ 21:00 ເຈົ້າໜ້າທີ່ຈຶ່ງມາກວດສອບ ແລະ ມ້ຽນສົບຜູ້ເສຍຊີວິດ ເນື່ອງຈາກເປັນກຸ່ມສ່ຽງຕິດເຊື້ອໂຄວິດ-19 ຈຶ່ງຕ້ອງລະມັດລະວັງ, ສ່ວນສາເຫດ ທີ່ໃຊ້ເວລາດົນໃນການມາເກັບມ້ຽນສົບ ກໍເພາະເຈົ້າໜ້າທີ່ ແລະ ລົດ ທີ່ເຄື່ອນຍ້າຍສົບທີ່ເປັນກຸ່ມສ່ຽງມີບໍ່ພຽງພໍ.

ຫຼັງຈາກມ້ຽນສົບແລ້ວ, ສົບຈະຖືກນຳໄປສັນນະສູດຫາສາເຫດຂອງການເສຍຊີວິດ ແລະ ກວດຫາຕົວບຸກຄົນ ເພື່ອປະກາດຫາຍາດພີ່ນ້ອງໃຫ້ນຳສົບໄປປະກອບພິທີທາງສາສາໜາຕໍ່ໄປ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...