spot_img
Homeຂ່າວທ້ອງຖິ່ນລາວ-ໄທ ຮ່ວມຈັດກິດຈະກຳແລ່ນມາຣາທອນເພື່ອສຸຂະພາບ

ລາວ-ໄທ ຮ່ວມຈັດກິດຈະກຳແລ່ນມາຣາທອນເພື່ອສຸຂະພາບ

Published on

ເມື່ອວັນທີ 26 ພຶດສະພາຜ່ານມາ ເມືອງໝື່ນ ແຂວງວຽງຈັນ ສປປ ລາວ ຮ່ວມກັບເມືອງປາກຊົມ ແຂວງເລີຍ ປະເທດໄທ ຈັດກິດຈະກຳແລ່ນມາຣາທອນເພື່ອສຸຂະພາບເພື່ອສົງເສີມການທ່ອງທ່ຽວ ວິຖີຊີວິດລຸ່ມແມ່ນ້ຳຂອງ ແລະ ແລກປ່ຽນວັດທະນາທຳຮີດຄອງປະເພນີ ພາຍໃຕ້ຫົວຂໍ້ “ເລີ່ມຕົ້ນເມືອງໄທເຂົ້າເສັ້ນໄຊປະເທດລາວ” ພິທີດັ່ງຈັດຂຶ້ນທີ່ສວນສິນປຣີມແຄມຂອງ ບ້ານຫາດເບ້ຍ ເມືອງປາກຊົມ ແຂວງເລີຍ ປະເທດໄທ  ໃຫ້ກຽດເຂົ້າຮ່ວມໂດຍທ່ານຮອງເຈົ້າແຂວງເລີຍ ທ່ານເຈົ້າເມືອງປາກຊົມ ທ່ານ ພອນເທີດ ສຸຫວັດດີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໝື່ນ ມີພະນັກງານວິຊາການລາວ-ໄທ ພ້ອມດ້ວຍນັກກິລາເຂົ້າຮ່ວມຫຼາຍກວ່າ 1.000 ຄົນ.

ໂອກາດດັ່ງກ່າວທ່ານເຈົ້າເມືອງປາກຊົມໄດ້ລາຍງານສະພາບລວມຂອງເມືອງປາກຊົມໂດຍຫຍໍ້ ພ້ອມທັງກ່າວຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ ນຳສະເໜີສະຖານທີ່ທ່ອງທ່ຽວ ອາຫານການກິນ ການດຳລົງຊີວິດຂອງພໍ່ແມ່ປະຊາຊົນໃນເມືອງປາກຊົມ ຈາກນັ້ນທ່ານ ຮອງເຈົ້າເເຂວງເລີຍ ກໍໄດ້ໃຫ້ກຽດກ່າວເປີດງານ ພ້ອມທັງໄດ້ຈູດພຸປ່ອຍຕົວນັກກີລາໃນເວລາ 9:00 ໂມງ ຊຶ່ງມີໄລຍະທາງເລີ່ມແຕ່ສວນສິນປຣີມແຄມຂອງຫາທ່າບັກ ບ້ານຄົກໄຜ່ ເມືອງປາຊົມ ໄລຍະທາງ 7 ກີໂລແມັດ.

ພາຍຫຼັງສຳເລັດກິດຈະກຳໃນຄັ້ງນີ້ ການນຳຈາກແຂວງເລີຍ ພະນັກງານວິຊາການ ນັກທ່ອງທ່ຽວ ພ້ອມດ້ວຍນັກກີລາ ກໍໄດ້ຮ່ວມ ກັນທ່ຽວຊົມສະຖານທີ່ ໄຫວ້ພຣະ ແລະ ອື່ນໆ ໂດຍໄດ້ຮັບການຕ້ອນຮັບຈາກການນຳເມືອງໝື່ນ ອົງການປົກຄອງບ້ານນ້ຳຮີ້ ເຖົ້າແກ່ເເນວໂຮມ ແລະ ພໍ່ແມ່ປະຊາຊົນຢ່າງອົບອຸ່ນ.

 

 

ຂ່າວ: ແຫວນຄຳ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...