spot_img
Homeຂ່າວຕ່າງປະເທດລາວ-ໄທ ຫາລືການສົ່ງເສີມຄຸນະພາບການຂົນສົ່ງລະຫວ່າງປະເທດ

ລາວ-ໄທ ຫາລືການສົ່ງເສີມຄຸນະພາບການຂົນສົ່ງລະຫວ່າງປະເທດ

Published on

ວັນທີ 26 ມັງກອນ 2023 ກົມການຂົນສົ່ງທາງຮາງ ໂດຍ ທ່ານ ອະທິພູ ຈິດຕະລານຸເຄາະ ຮອງອະທິການບໍດີການຂົນສົ່ງທາງຮາງຂອງປະເທດໄທ ພ້ອມດ້ວຍຄະນະ ລົງພື້ນທີ່ເພື່ອສົ່ງເສີມຄຸນະພາບການຂົນສົ່ງລະບົບຮາງຜ່ານແດນລະຫວ່າງ ລາວ-ໄທ.

อาจเป็นรูปภาพของ 11 คน, ผู้คนกำลังนั่ง, ผู้คนกำลังยืน และ ข้อความพูดว่า "สถานีหนองคาย"

ໂຄງການລົດໄຟລາວ-ຈີນ ເປັນສ່ວນໜຶ່ງຂອງການຂັບເຄື່ອນການພັດທະນາເສດຖະກິດລະຫວ່າງ ຈີນ ລາວ ແລະ ໄທ ເມື່ອເສັ້ນທາງລົດໄຟມີການເຊື່ອມຈາກຈີນ ລາວ ໄທ ກໍຈະຊ່ວຍຫຼຸດຕົ້ນທຶນການຂົນສົ່ງສິນຄ້າໄດ້ເຖິງ 30-50%.

อาจเป็นรูปภาพของ 18 คน และ ผู้คนกำลังยืน

ມູນຄ່າການຄ້າລະຫວ່າງປະເທດາວ-ໄທ ທີ່ຂົວມິດຕະພາບໄທລາວແຫ່ງທີ 1 ໃນປີ 2022 ທີ່ຜ່ານມາ ຮວມການນຳເຂົ້າ-ສົ່ງອອກ ມີມູນຄ່າເຖິງ 99.223 ລ້ານບາດ ເຖິງວ່າໂຄວິດ-19 ຈະສົ່ງຜົນກະທົບການຄ້າລະຫວ່າງປະເທດ ລວມເຖິງການເດີນທາງຂອງປະຊາຊົນ ແຕ່ການຄ້າລະຫວ່າງຊາຍແດນທີ່ຂົວມິດຕະພາບໄທລາວແຫ່ງທີ 1 ພົບວ່າໃນປະທີ່ຜ່ານມາ ການນຳເຂົ້າ-ສົ່ງອອກມີອັດຕາການເພີ່ມຂຶ້ນ ເມື່ອທຽບກັບປີ 2021 ເທົ່າ 39,79% ຫຼືປະມານ 28.244 ລ້ານບາດ.

ທາງການໄທໄດ້ລົງພື້ນທີ່ມາຍັງປະເທດລາວ ໄດ້ຮ່ວມປະຊຸມກັບກົມພາສີ ດ່ານພາສີສາກົນສິນຄ້າທ່າບົກ ທ່ານາແລ້ງ ເຊິ່ງດ່ານມີຄວາມສາມາດເກັບພາສີເຖິງ 29% ຂອງດ່ານເກັບພາສີທັງໝົດ ພ້ອມຍັງສຳຫຼວດຄວາມຄືບໜ້າການກໍ່ສ້າງສະຖານີລົດໄຟບ້ານຄຳສະຫວາດ ນະຄອນຫຼວງວຽງຈັນ ໂດຍສະຖານີນີ້ໄດ້ຮັບການສະໜັບສະໜູນເງິນກູ້ຈາກລັດຖະບານໄທ.

ไม่มีคำอธิบายรูปภาพ

ໃນການຂົນສົ່ງສິນຄ້າຜ່ານລົດໄຟລາວໄທ ໃຫ້ມີຄວາມເໝາະສົມກຽມພ້ອມຮອງຮັບການຂົນສົ່ງ ໂດຍສາມາດຈັດຂະບວນລົດໄດ້ເຖິງ 14 ຂະບວນຕໍ່ມື້.

ໂດຍການຂົນສົ່ງສິນຄ້າຈາກໄທ ໄປ ຈີນ ໄດ້ແກ່ ໝາກໄມ້ສົດແຊ່ເຢັນ ສິ່ງຂອງຈຳເປັນໃນຊີວິດປະຈຳວັນ ຜະລິດຕະພັນເຄື່ອງຈາກ ເຄື່ອງຄອມພິວເຕີ ແລະ ສ່ວນປະກອບ ເຄື່ອງໃຊ້ໄຟຟ້າ ຕະຫຼອດຮອດລົດ ຢາງພາລາ ແລະ ໄມ້ແປຮູບ.

ແຫຼງ່ຂ່າວຈາກ ກົມການຂົນສົ່ງທາງຮາງ ກະຊວງຄົມມະນາຄົມ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...