spot_img
Homeມຸມຂ່າວ AECລາວ-ໄທ ລົງນາມພັດທະນາແຫຼ່ງພະລັງງານ

ລາວ-ໄທ ລົງນາມພັດທະນາແຫຼ່ງພະລັງງານ

Published on

ລັດຖະບານລາວ ແລະ ລັດຖະບານໄທ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການພັດທະນາແຫຼ່ງພະລັງງານຢູ່ລາວທັງນີ້ ກໍເພື່ອເປັນການຂະຫຍາຍຂອບການຮ່ວມມືທີ່ເປັນພື້ນຖານໃຫ້ກັບການພັດທະນາໂຄງການຜະລິດໄຟຟ້າຢູ່ ສປປ ລາວ ເພື່ອສົ່ງອອກໄປຍັງປະເທດໄທໃຫ້ເພີ່ມຂຶ້ນເປັນ 9 ພັນເມກາວັດ ຈາກ MOU ສະບັບເດີມທີ່ກຳນົດກອບການຮ່ວມມືໄວ້ທີ່ 7 ພັນເມກາວັດ.

ໃນວັນທີ 6 ກັນຍາ 2016 ທີ່ສໍານັກງານນາຍົກລັດຖະມົນຕີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມ ພົບປະຂອງທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກໄທ ເນື່ອງໃນໂອກາດທີ່ເດີນທາງມາຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະກອງປະຊຸມອື່ນໆ ທີ່ປິ່ນອ້ອມໃນລະຫວ່າງວັນທີ 6-8 ກັນຍາ 2016 ທີ່ນະຄອນຫຼວງວຽງຈັນ.

ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງທີ່ພະນະທ່ານນາຍົກລັດຖະມົນຕີ ພົນເອກ ປຣະຍຸດ ຈັນໂອຊາ ໄດ້ນໍາຄະນະຜູ້ແທນໄທເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານໄທ ສຳລັບການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ດ້ວຍດີມາໂດຍຕະຫຼອດ ໂດຍສະເພາະໃນການພັດທະນາພື້ນຖານໂຄງລ່າງ ແລະການເປັນປະທານອາຊຽນຂອງລາວລວມເຖິງການປະກອບສ່ວນ ແລະສະໜັບສະໜູນຕໍ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49 ແລະກອງປະຊຸມອື່ນໆທີ່ກ່ຽວຂ້ອງໃນເດືອນກໍລະກົດທີ່ຜ່ານມາໃຫ້ມີຜົນສໍາເລັດຢ່າງຈົບງາມ.

ພ້ອມນີ້ ທັງສອງຝ່າຍຍັງຈະໄດ້ພ້ອມກັນສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເພື່ອເພີ່ມທະວີການຄ້າ ແລະການລົງທຶນຂອງໄທຢູ່ລາວ ໃຫ້ນັບມື້ຫຼາຍຂຶ້ນກວ່າເກົ່າ ນັບທາງດ້ານປະລິມານ ແລະດ້ານຄຸນນະພາບຕາມທ່າແຮງ ແລະຄວາມອາດສາມາດຕົວຈິງຂອງສອງປະເທດ, ເອົາໃຈໃສ່ປຶກສາຫາລື ຮ່ວມກັນເພື່ອແກ້ໄຂອຸປະສັກກີດຂວາງ ຕໍ່ການຄ້າຊາຍແດນ ແລະການຂົນສົ່ງສິນຄ້າຜ່ານແດນຂອງທັງສອງປະເທດ, ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ກໍໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍການພົບປະຂອງສອງນາຍົກໃນເດືອນກໍລະກົດ 2016 ທີ່ຜ່ານມາ ນອກຈາກນັ້ນ ກໍຍັງຈະໄດ້ສືບຕໍ່ຮ່ວມມືກັນຢ່າງໃກ້ຊິດໃນການຕິດຕາມບັນຫາກຸ່ມຄົນທີ່ບໍ່ຫວັງດີຕໍ່ສາຍພົວພັນລາວ-ໄທ, ການຄ້າຂາຍຢາເສບຕິດ, ການຄ້າຂອງເຖື່ອນ ແລະບັນຫາອື່ນໆ.

ໃນເວລາຕໍ່ມາ ກໍໄດ້ມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການພັດທະນາແຫຼ່ງພະລັງງານຢູ່ ສປປ ລາວ ຮ່ວມກັນລະຫວ່າງລັດຖະບານແຫ່ງ ສປປ ລາວ ທີ່ຕາງໜ້າໂດຍທ່ານ ຄຳມະນີ ອິນທິຣາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ແລະລັດຖະບານແຫ່ງລາຊະອານາຈັກໄທທີ່ຕາງໜ້າໂດຍ ທ່ານ ພົນເອກ ອະນັນຕະພອນການຈະນະຣັດລັດຖະມົນຕີ ກະຊວງພະລັງງານ ໂດຍມີທ່ານນາຍົກລັດຖະມົນຕີ ຂອງທັງສອງປະເທດເຂົ້າຮ່ວມເປັນສັກຂີພິຍານ ຊຶ່ງ MOU ສະບັບດັ່ງກ່າວນີ້ ເປັນການຂະຫຍາຍກອບການຮ່ວມມືທີ່ເປັນພື້ນຖານໃຫ້ກັບການພັດທະນາໂຄງການຜະລິດໄຟຟ້າຢູ່ ສປປ ລາວ ເພື່ອສົ່ງອອກໄປຍັງປະເທດໄທໃຫ້ເພີ່ມຂຶ້ນເປັນ 9 ພັນເມກາວັດຈາກ MOU ສະບັບເດີມທີ່ກຳນົດກອບການຮ່ວມມືໄວ້ທີ່ 7 ພັນເມກາວັດ.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...