spot_img
Homeຂ່າວພາຍ​ໃນລາວ-ເຊີເບຍ ເສີມສ້າງການຮ່ວມມື

ລາວ-ເຊີເບຍ ເສີມສ້າງການຮ່ວມມື

Published on

 

ວັນທີ 6 ມີນາ 2013 ທີ່ໂຮງແຮມລາວພລາຊາ ໄດ້ມີພິທີພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຝ່າຍລາວ ນຳໂດຍທ່ານ
ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ແລະ ຄະນະຜູ້ແທນສາທາລະນະລັດເຊີເບຍ ນຳ
ໂດຍທ່ານນາງ ຣົກຊັນດາ ນິນກິກ (Roksanda Nincic) ຜູ້ຊ່ວຍລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ດ້ານການ
ຮ່ວມມືຫຼາຍຝ່າຍ ແຫ່ງສາທາລະນະລັດເຊີເບຍ ພ້ອມຄະນະ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມບັນດາປະເທດກຳລັງພັດ
ທະນາ ທີ່ບໍ່ມີຊາຍແດນຕິດກັບທະເລ ແຕ່ວັນທີ 5Œ7 ມີນາ 2013.
ການພົບປະຄັ້ງນີ້ ທັງສອງຝ່າຍແມ່ນໄດ້ປຶກສາຫາລື ແລະ ຕີລາຄາຄືນສາຍພົວພັນ ແລະ ການຮ່ວມມື ເພື່ອເປັນການເສີມຂະ
ຫຍາຍສາຍພົວພັນຂອງທັງສອງປະເທດ ໂດຍສະເພາະແມ່ນເປັນການຜັນຂະຫຍາຍຜົນສຳເລັດຂອງການຢ້ຽມຢາມ ສປປ ລາວ
ຂອງທ່ານ ອີວານ ເມິກິກ ລັດຖະມົນຕີຊ່ວຍວ່າການກະຊວງການຄ້າຕ່າງປະເທດເຊີເບຍ ໃນໄລຍະວັນທີ 22Œ25 ກຸມພາ 2013
ເພື່ອເປັນການຊຸກຍູ້ເຮັດໃຫ້ສາມາດເຊັນເອກະສານຮ່ວມມືທາງດ້ານວັດທະນະທຳ ສັນຍາ ສົ່ງເສີມ ແລະ ການລົງທຶນສັນ ຍາຍົກ
ເວັ້ນການເກັບພາສີຊ້ຳຊ້ອນ ແລະ ຫຼັກການເສຍອາກອນລາຍໄດ້ ແລະ ຍົກເວັ້ນວີຊາການທູດ ແລະ ລັດຖະບານ ພ້ອມນັ້ນ ທັງ
ສອງຝ່າຍຢືນຢັນຈະໃຫ້ການຮ່ວມມືເຊິ່ງກັນ ແລະ ກັນ ໃນເວທີສາກົນ ແລະ ອື່ນໆ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...