spot_img
Homeຂ່າວພາຍ​ໃນລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ດ້ານການປະກັນໄພເງິນຝາກ

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ດ້ານການປະກັນໄພເງິນຝາກ

Published on

ກອງທຶນປົກປ້ອງຜູ້ຝາກເງິນ ທະນາຄານແຫ່ງ ສປປ ລາວ ຮ່ວມກັບປະກັນໄພເງິນຝາກຫວຽດນາມ ໄດ້ຈັດການຝຶກອົບຮົມວຽກງານປະກັນໄພເງິນຝາກ ໃນລະຫວ່າງ ວັນທີ 16-17 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ເພື່ອເປັນນິມິດໝາຍອັນດີ ແຫ່ງການຮ່ວມມືຂົງເຂດວຽກງານປະກັນໄພເງິນຝາກ ໃນເງື່ອນໄຂການເຊື່ອມໂຍງເສດຖະກິດອາຊຽນ ກໍຄືການເຊື່ອມໂຍງຂະແໜງການເງິນ-ການທະນາຄານ.

ຮອງຜູ້ອໍານວຍການປະກັນໄພເງິນຝາກຫວຽດນາມ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ, ພາຍຫຼັງທີ່ປະກັນໄພເງິນຝາກຫວຽດນາມ ແລະ ກອງທຶນປົກປ້ອງຜູ້ຝາກເງິນທະນາຄານ ແຫ່ງ ສປປ ລາວບັນລຸການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ 2 ຝ່າຍແລ້ວ ກໍໄດ້ມີການພົວພັນ ແລະ ຮ່ວມມືກັນຢ່າງຕັ້ງໜ້າ ໂດຍໄດ້ມີການປຶກສາຫາລືແລກປ່ຽນບົດຮຽນ  ແລະ ປະສົບການຕ່າງໆນຳກັນຕະຫລອດມາ ໂດຍສະເພາະປະກັນໄພເງິນຝາກຫວຽດນາມ ໄດ້ໃຫ້ການສໍາມະນາ ແລະ ຝຶກອົບຮົມແກ່ກອງທຶນປົກປ້ອງຜູ້ຝາກເງິນ 20 ກ່ວາຄັ້ງ ແລະ ໃນບໍ່ດົນນີ້ ຄະນະກອງທຶນປົກປ້ອງຜູ້ຝາກເງິນ 2 ຄະນະ ໄປແລກປ່ຽນບົດຮຽນຕົວຈິງຢູ່ຫວຽດນາມ.

ຜູ້ອໍານວຍການກອງທຶນປົກປ້ອງຜູ້ຝາກເງິນ ໄດ້ເນັ້ນວ່າ: ວິກິດການທາງການເງິນໃນທົ່ວໂລກໄດ້ຜ່ານໄປ ເຫຼືອໄວ້ພຽງບົດຮຽນແລະປະສົບການຫຼາຍຢ່າງຊຶ່ງຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ ປະສົບການໃນວຽກງານປະກັນໄພເງິນຝາກ ກັບຫຼາຍໆປະເທດໃນທົ່ວໂລກ, ຂົງເຂດ ແລະພາກພື້ນ. ເຊ່ິງບົດຮຽນ ແລະ ປະສົບການອັນໃຫຍ່ຫຼວງທີ່ຖອດຖອນມາໄດ້ ສາມາດນໍາໄປປັບປຸງລະບົບການເງິນ, ຮັກສາຄວາມປອດໄພໃນການເຄື່ອນໄຫວຂອງທະນາຄານ, ເສີມສ້າງຂອບນິຕິກໍາ ແລະ ຍົກສູງປະສິດທິຜົນຂອງອົງການຄຸ້ມຄອງ-ກວດກາ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ມວນຊົນ ປະກອບສ່ວນຮັກສາສະຖຽນລະພາບລະບົບການເງິນ-ທະນາຄານ ພ້ອມທັງປັບປຸງອົງກອນຂອງຕົນໃຫ້ເຂັ້ມແຂງ ເພື່ອປະກອບສ່ວນເຂົ້າໃນການຟື້ນຟູລະບົບການເງິນ-ການທະນາຄານ ແລະ ກຽມຄວາມພ້ອມຮັບມືກັບວິກິດການທາງການເງິນ ທີ່ອາດຈະເກີດຂຶ້ນໃນອານາຄົດ.

ຕະຫຼອດໄລຍະຜ່ານມາ, ກອງທຶນປົກປ້ອງຜູ້ຝາກເງິນ ສາມາດບັນລຸຜົນສໍາເລັດໃນຫຼາຍດ້ານ ໂດຍໄດ້ຂະຫຍາຍສະມາຊິກເພີ່ມຂຶ້ນໃນແຕ່ລະໄລຍະ ຕາມການຂະຫຍາຍຕົວຂອງລະບົບທະນາຄານ; ປັດຈຸບັນ ກທປ ມີຈໍານວນສະມາຊິກທັງໝົດ 39 ທະນາຄານ ແລະ ໃນຕໍ່ໜ້າຈະໄດ້ມີການຂະຫຍາຍເອົາ ບັນດາສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກເຂົ້າເປັນສະມາຊິກ.

 

ແຫລ່ງຂ່າວ:

ລພນ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...