spot_img
Homeຂ່າວຕ່າງປະເທດລາວ-ຫວຽດນາມ ສຳເລັດກອງປະຊຸມ ຄັ້ງທີ 44 ຂອງຄະນະກໍາມະການຮ່ວມມືທະວິພາຄີ ປະຈໍາປີ 2022

ລາວ-ຫວຽດນາມ ສຳເລັດກອງປະຊຸມ ຄັ້ງທີ 44 ຂອງຄະນະກໍາມະການຮ່ວມມືທະວິພາຄີ ປະຈໍາປີ 2022

Published on

ຜົນສຳເລັດກອງປະຊຸມຄັ້ງທີ 44 ຂອງ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະ ຈຳປີ 2022

ໃນຕອນເຊົ້າຂອງວັນທີ 10 ມັງ ກອນ 2022 ທີ່ຫ້ອງປະຊຸມຫ້ອງການລັດຖະບານ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ສະຫາຍ ນາຍົກລັດ ຖະມົນຕີ ຟ້າມ ມິງ ຈິງ ໄດ້ເປັນປະທານຮ່ວມຊີ້ນຳກອງປະຊຸມ ຄັ້ງທີ 44 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ.ສ ຫວຽດ ນາມ ປະຈໍາປີ 2022. ໃນກອງປະຊຸມ ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະ ຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 43 ກໍຄືຂໍ້ຕົກລົງວ່າດ້ວຍການຮ່ວມມື ປະຈໍາປີ 2021 ແລະ ພ້ອມກັນປຶກສາຫາລື ທິດທາງແຜນການຮ່ວມມື ໃນປີ 2022, ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍການຮ່ວມມື ໃນປີ 2021 ທີ່ຜ່ານມາ, ເຊິ່ງສາມາດບັນລຸຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ-ການຕ່າງປະເທດ; ດ້ານປ້ອງກັນຊາດປ້ອງ ກັນຄວາມສະຫງົບ ແມ່ນສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ, ມີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິ; ການຮ່ວມມືໃນຂົງເຂດການສຶກ ສາ-ບຳລຸງສ້າງ ກໍໄດ້ຮັບເປີດກວ້າງດ້ວຍຫຼາຍຮູບການ, ປະຈຸບັນ ຈໍານວນນັກສຶກສາລາວ ທີ່ກໍາລັງຄົ້ນຄວ້າຮ່ຳຮຽນ ຢູ່ ສສ. ຫວຽດນາມ ມີຫຼາຍກວ່າ 14.000 ຄົນ.

ສຳລັບທິດທາງແຜນການຮ່ວມມື ໃນປີ 2022 ສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຖະແຫຼງການຮ່ວມ ແລະ ຂໍ້ຕົກລົງ ລະ ຫວ່າງ ການນໍາຂັ້ນສູງຂອງສອງປະເທດໃຫ້ເປັນຮູບປະທຳ, ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ,ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ; ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ, ສະ ໜັບສະໜູນ ແລະ ສ້າງຄວາມເຊື້ອໝັ້ນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ສອງຝ່າຍ ສູ້ຊົນຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ເພີ່ມຂື້ນ 10-15% ທຽບໃສ່ປີຜ່ານມາ; ສືບຕໍ່ຜັນຂະ ຫຍາຍການບົດບັນທຶກຄວາມເຂົ້້າໃຈ ກ່ຽວກັບ ການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງ, ການຮ່ວມມືພັດທະນາບັນດາໂຄງການໄຟຟ້າຢູ່ລາວ,ເຊື່ອມຕໍ່ລະບົບໄຟຟ້າ ແລະ ການຊື້-ຂາຍ ໄຟຟ້າ. ຄຽງຄູ່ກັນນີ້ ສອງຝ່າຍ ກໍຈະພ້ອມ ກັນ ສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງເງື່ອນໄຂເພື່ອເອື້ອອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດຂອງສອງປະເທດ ແລະ ການຮ່ວມມືໃນບັນດາຂົງເຂດ ທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ.

ພາຍຫຼັງສຳເລັດ ກອງປະຊຸມ ສອງນາຍົກລັດຖະມົນຕີ ໄດ້ຮ່ວມເປັນສັກຂີພິຍານໃນການລົງນາມ ແລະ ມອບ-ຮັບເອກະສານຮ່ວມມືຂອງບັນດາກະຊວງ ແລະ ພາກທຸລະ ກິດ ສອງປະເທດ ຈຳນວນທັງຫມົດ 09 ສະບັບ, ໃນນີ້ພາກລັດວິສາຫະກິດ 01 ສະບັບ ຄື: ມອບ-ຮັບໃບຢັ້ງຢືນ ຂໍ້ຜູກພັນກ່ຽວກັບການເພີ່ມອັດຕາສ່ວນກຳມະສິດຂອງ ລັດຖະບານລາວຈາກ 20% ຂື້ນເປັນ 60% ຂອງທ່າເຮືອ ຫວຸງອາງ 1,2,3 ທືນຈົດທະບຽນ ໃນບໍລິສັດ ຫຸ້ນສ່ວນທ່າເຮືອສາກົນລາວ- ຫວຽດ ນາມ.

ຫຼັງຈາກນັ້ນ, ສະຫາຍ ສອນໄຊ ສີພັນດອນ, ຮອງນາຍົກລັດຖະ ມົນ ຕີ, ລັດຖະມົນຕີ ກະຊວງແຜນ ການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ລາວ- ຫວຽດນາມ ແລະ ສະຫາຍ ຫງວຽນ ຈິ ຢູ້ງ, ລັດຖະມົນຕີ ກະ ຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ໄດ້ຮ່ວມກັນຖະ ແຫຼງຂ່າວຜົນສຳເລັດຂອງກອງປະຊຸມຄັ້ງທີ 44 ຂອງ ຄະນະກຳມະການຮ່ວມມືທະວີພາຄີ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ເຊິ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນຂອງກອງປະຊຸມຄັ້ງນີ້ ເຊິ່ງຈະປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ຢູ່ໃນລະດັບສູງຢູ່ແລ້ວ ໃຫ້ນັບມື້ນັບກ້າວສູ່ລວງເລິກຫຼາຍຂຶ້ນ ຊຶ່ງເປັນຂີດໝາຍອັນໃໝ່ ໃນປີ 2022. ພິເສດ ສອງຝ່າຍ ຈະໄດ້ຮ່ວມກັນຈັດຕັ້ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ໃນປີ 2022 ກໍ່ຄືວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມື ລາວ- ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມຫມາຍສຳຄັນ ເພື່ອໃຫ້ຄົນຮຸ້ນຫຼັງໄດ້ຮັບຮູ້ ແລະ ເຂົ້າ ໃຈຕໍ່ສາຍພົວພັນພິເສດສອງປະເທດ.

ພາຍຫຼັງສຳເລັດກອງປະຊຸມຄະ ນະກຳມະການຮ່ວມມື ທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 44 ປະຈຳປີ 2022, ໃນຕອນບ່າຍ ຂອງ ວັນດຽວກັນ ໄດ້ມີກອງປະຊຸມ ພົບປະທຸລະກິດ ລາວ ແລະ ຫວຽດນາມ ໂດຍ ມີ 2 ນາຍົກລັດຖະມົນຕີ ເຂົ້າເປັນປະທານຮ່ວມກອງປະຊຸມດັ່ງກ່າວ ເພື່ອໃຫ້ທຸລະກິດ ສອງຝ່າຍໄດ້ຮ່ວມມືລົງທືນ, ຊຸກຍູ້-ຊອກຫາທາງອອກ, ສ້າງເງື່ອນໄຂຂໍ້ສະດວກ ແລະ ແກ້ໄຂຂໍ້ຫຍຸ້ງຍາກ ຂອງ ບັນດາທຸລະກິດ ຫວຽດນາມ ລົງທຶນ ຢູ່ ລາວ ແລະ ທຸລະກິດລາວ ລົງທຶນ ຢູ່ ຫວຽດນາມ.

ແຫຼ່ງຂ່າວ ແລະ ຮູບພາບ: ກົມຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...