spot_img
Homeມຸມຂ່າວ AECລາວ-ຍີ່ປຸ່ນ ສືບຕໍ່ເພີ່ມທະວີການເປັນຄູ່ຮ່ວມມືຍຸດທະສາດ

ລາວ-ຍີ່ປຸ່ນ ສືບຕໍ່ເພີ່ມທະວີການເປັນຄູ່ຮ່ວມມືຍຸດທະສາດ

Published on

ໂດຍຕອບສະໜອງຕາມການເຊີນຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢຽ້ມຢາມ ສປປ ລາວ ຢ່າງເປັນທາງການ. ໃນວັນທີ 6-8 ກັນຍາ 2016 ທີ່ນະຄອນຫລວງວຽງຈັນ.
ໃນວັນທີ 6 ກັນຍາ 2016 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ພົບປະສອງຝ່າຍ ລະຫວ່າງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງຍີ່ປຸ່ນ ເຊິ່ງການພົບປະສອງຝ່າຍ ໄດ້ແລກປ່ຽນ ຄໍາຄິດຄຳເຫັນ ແລະປຶກສາຫາລືກັນດ້ວຍບັນຍາກາດສະໜິດສະໜົມເຂົ້າອົກເຂົ້າໃຈ ແລະກົງໄປກົງມາ ກ່ຽວກັບການຮ່ວມມືຂອງສອງປະເທດ, ປຶກສາຫາລືກ່ຽວກັບການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງສປປ ລາວ ແລະຍີ່ປຸ່ນ, ສອງຝ່າຍໄດ້ຕິລາຄາສູງ ຕໍ່ການເປັນຄູ່ຮ່ວມມືຍຸດທະສາດ ທີ່ນັບມື້ນັບຂະຫຍາຍຕົວ ເຫັນໄດ້ຈາກການຮ່ວມມື ໃນຫລາຍຂົງເຂດໄດ້ຮັບຜົນສໍາເລັດດີ ໂດຍສະເພາະຕົວເລກທາງດ້ານການຄ້າ, ການລົງທຶນ ແລະນັກທ່ອງທ່ຽວຂອງຍີ່ປຸ່ນ ມີຈໍານວນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຫັນດີຮັບຮອງເອົາແຜນການຮ່ວມມືການພັດທະນາ ລະຫວ່າງ ສປປ ລາວ ແລະຍີ່ປຸ່ນ ເພື່ອແນ່ໃສ່ພັດທະນາປະເທດລາວ ແບບຍືນຍົງຄຽງຄູ່ກັບແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ່ 8 ຂອງສປປ ລາວ; ສອງຝ່າຍຍິນດີ ທີ່ ຈະສືບຕໍ່ປຶກສາຫາລື ແລະຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະວັດທະນະທໍາ ລວມເຖິງບັນຫາຕ່າງໆທີ່ຢູ່ພາຍໃຕ້ກອບການຮ່ວມມືນໍາກັນ ແລະໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໃນເດືອນກໍລະກົດ 2016 ຜ່ານມາ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາເຫັນ ຕໍ່ສະພາບການໃນພາກພື້ນ ແລະສາກົນທີ່ສອງຝ່າຍມີຄວາມສົນໃຈ.
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະແດງ ຄວາມຂອບໃຈຕໍ່ການຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) ຂອງລັດຖະບານຍີ່ປຸ່ນ ຕະຫລອດໄລຍະຜ່ານມາ ໂດຍສະເພາະລັດຖະບານຍີ່ປຸ່ນ ໄດ້ຕົກລົງເຫັນດີໃຫ້ການຊ່ວຍເຫລືອລ້ານອກໂຄງການ (NonProject) ສົກປີ 2016 ແກ່ສປປ ລາວ ມູນຄ່າ 500 ລ້ານເຢັນ ເພື່ອດູ່ນດ່ຽງງົບປະມານແຫ່ງຊາດ, ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ທີ່ໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫລືອດ້ານຕ່າງໆ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະກອງປະຊຸມທີ່ກ່ຽວຂ້ອງອື່ນໆຕື່ມອີກ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...