spot_img
Homeຂ່າວການພັດທະນາລາວ​ມີ​ແຜນ​ຈະ​ຍົກ​ລະດັບ​ ເສັ້ນທາງ​ປູຢາງ​ໃຫ້​ມີ​ມາດຖານ​ດີ​ຂຶ້ນ

ລາວ​ມີ​ແຜນ​ຈະ​ຍົກ​ລະດັບ​ ເສັ້ນທາງ​ປູຢາງ​ໃຫ້​ມີ​ມາດຖານ​ດີ​ຂຶ້ນ

Published on

ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ​ເນື່ອງ​ຈາກ​ສະ ພາບ​ການ​ສັນຈອນ​ຂອງ​ຍວດ​ຍານພາຫະນະ​ນັບ​ມື້​ເພີ່ມ​ຂຶ້ນຢ່າງ​ຫລວງຫລາຍ ​ແລະ ຮັບປະກັນ​ໃຫ້ການ​ໃຊ້​ງານ​ຂອງ​ເສັ້ນທາງ​ໄດ້​ຍາວ​ນານ, ລາວ​ຈຶ່ງ​ມີ​ແຜນ​ຈະ​ຕ້ອງ​ໄດ້​ຍົກ​ສູງ​ລະດັບ​ມາດ ຖານ​ຂອງ​ເສັ້ນທາງ​ຂຶ້ນຕື່ມ​ອີກ, ​ເຖິງ​ວ່າການ​ຕອບ​ສະໜອງ​ງົບປະ ມານ​ຍັງ​ບໍ່​ທັນ​ພຽງພໍ ຄື​ປີ 2013- 2014 ຜ່ານ​ມາ ສະ​ເພາະ​ທຶນ​ສ້ອມ​ແປງ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ​ມີ​ພຽງ 283 ຕື້ກວ່າ​ກີບ ກວມ​ເອົາ​ປະມານ 59% ຂອງ​ຄວາມ​ຕ້ອງ ການ​ເທົ່າ​ນັ້ນ.

ປັດຈຸບັນ ຢູ່​ລາວ​ເຮົາ​ມີ​ເສັ້ນ ທາງ​ປູຢາງ​ທັງ​ໝົດ​ຫລາຍ​ກວ່າ 43.000 ກິ​ໂລ​ແມັດ, ​ໃນ​ນັ້ນ ສະ​ເພາະ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ​ມີ 7.200 ກວ່າ​ກິ​ໂລ​ແມັດ, ​ແຕ່​ເຫັນ​ວ່າ​ເສັ້ນທາງ​ເຫລົ່ານັ້ນຍັງ​ມີ​ມາດຕະຖານ​ຕ່ຳ​ຖ້າ​ທຽບ​ໃສ່​ເສັ້ນ ທາງ​ຂອງ​ບັນດາ​ປະ​ເທດ​ໃກ້​ຄຽງ ​ແລະ ພາກພື້ນ ​ແລະ ຄິດ​ສະ​ເລ່ຍ​ແລ້ວ​ແມ່ນ​ຮັບ​ນ້ຳໜັກ​ໄດ້​ພຽງ 9,1 ​ໂຕນ​ຕໍ່​ເພົາ (​ເພົາ​ລົດ​ບັນທຸກ), ສ່ວນ​ປະ​ເທດ​ອື່ນ​

ແມ່ນ​ມາດຖານ 11 ​ໂຕນ​ຕໍ່​ເພົາ. ດັ່ງນັ້ນ ຈຶ່ງ​ເຮັດ​ໃຫ້ການ​ຂົນ​ສົ່ງ​ສິນຄ້າ​ຂອງ​ປະ​ເທດ​ເຮົາ​ເສຍປຽບ ​ແລະ ຕົກ​ເປັນ​ລາຄາ​ສູງ. ນີ້ກໍ​ເນື່ອງ​ຈາກ​ວ່າ​ເສັ້ນທາງ​ຂອງ​ລາວ​ເຮົາ​ສ່ວນ​ຫລາຍ​ແມ່ນ​ປູ​ຢາ​ພຽງ 2 ຊັ້ນ, ມີ​ລະດັບ​ໜາ​ພຽງ 2-3 ຊັງ​ຕີ​ແມັດ​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້​ອາຍຸ​ການ​ໃຊ້​ງານ​ຂອງ​ເສັ້ນທາງ​ດັ່ງກ່າວ​ບໍ່​ຍາວ​ນານ (​ເປ່​ເພ​ໄວ). ດັ່ງນັ້ນ ເພື່ອ​ແກ້​ໄຂ​ສະພາບ​ດັ່ງກ່າວ​ມັນ​ມີ​ຄວາມ​ຈຳ​ເປັນ​ທີ່​ລາວ​ເຮົາ​ຈະ​ຕ້ອງ​ໄດ້​ເລັ່ງ​ໃສ່​ຍົກ​ລະດັບ​ມາດ ຕະຖານ​ຂອງ​ເສັ້ນທາງ​ໃຫ້​ສູງ​ຂຶ້ນ ໂດຍ​ເບື້ອງຕົ້ນຈະ​ຕ້ອງ​ຍົກ​ລະດັບ​ເປັນ​ເສັ້ນທາງ​ປູຢາງ​ຂົວ (​ເບ​ຕົງ​ອັດສຟານ) ຫລື ທາງ​ເບ​ຕົງ​ເສີມ​ເຫລັກ​ໃຫ້​ມີ​ຄຸນ​ນະພາ​ບສູງ​ຂຶ້ນ ໂດຍ​ສະ​ເພາະ​ເສັ້ນທາງ​ໃນ​ຕົວ​ເມືອງ ​ແລະ ບາງ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ​ທີ່​ສຳຄັນ ​ເພື່ອ​ຮັບປະກັນ​ໃຫ້ການ​ຄົມມະນາຄົມ​ຂົນ​ສູງ​ມີ​ມາດຕະຖານ​ດີ​ຂຶ້ນ.

ທີ່ມາ http://laophatthananews.blogspot.com/2014/05/blog-post_7472.html

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...