spot_img
Homeຂ່າວພາຍ​ໃນລາວໄດ້ປຽບ ດຸນການຄ້າ ໃນປີ 2017 ຖືເປັນປີທີ 2 ຕິດຕໍ່ກັນ

ລາວໄດ້ປຽບ ດຸນການຄ້າ ໃນປີ 2017 ຖືເປັນປີທີ 2 ຕິດຕໍ່ກັນ

Published on

ການຄ້າ​ຕ່າງປະ​ເທດ​ຂອງ​ລາວ​ມີ​ມູນ​ຄ່າ​ເກີນ​ກວ່າ 9.345 ລ້ານ​ໂດ​ລາ ​ໂດຍ​ທີ່ລາວ​ໄດ້​ປຽບດຸນ​ການ​ຄ້າ ​ໃນ​ມູນ​ຄ່າ 261 ລ້ານ​ໂດ​ລາ ​ໃນ​ປີ 2017 ທັງ​ຄາດ​ວ່າ ມູນ​ຄ່າການ​ຄ້າ​ ຈະ​ເພີ້ມຂຶ້ນ​ເປັນ 9.993 ລ້ານ​ໂດ​ລາ ​ໃນ​ປີ 2018.

ກະຊວງ​ອຸດ​ສາ​ຫະກໍາ​ ​ແລະການ​ຄ້າລາຍ​ງານ​ວ່າ ການ​ຄ້າ​ຕ່າງປະ​ເທດ​ຂອງ​ລາວໃນ​ຊ່ວງ​ປີ 2017 ​ມີ​ມູນ​ຄ່າ​ເກີນ​ກວ່າ 9.345 ລ້ານ​ໂດ​ລາ ​ໃນ​ນີ້​ເປັນ​ການ​ສົ່ງ​ສິນຄ້າ​ອອກ​ໄປ​ຕ່າງປະ​ເທດ​ໃນ​ມູນ​ຄ່າ​ເກີນ​ກວ່າ 4.803 ລ້ານ​ໂດ​ລາ ​ເພີ່ມ​ຂຶ້ນ​ເຖິງ 13.4 ​ເປີ​ເຊັນ​ເມື່ອທຽບ​ໃສ່ກັບ​ປີ 2016. ສ່ວນ​ການ​ນໍາ​ເຂົ້າສິນຄ້າ​ຈາກ​ຕ່າງປະ​ເທດ​ກໍ​ມີ​ມູນ​ຄ່າ​ລວມ 4.542 ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ​ 7.6 ​ເປີ​ເຊັນ ທຽບ​ໃສ່ກັບ​ປີ 2016 ຊຶ່ງ​ເຮັດ​ໃຫ້​ລາວ​ໄດ້​ປຽບດຸນ​ການ​ຄ້າ​ໃນ​ມູນ​ຄ່າ 261 ລ້ານ​ໂດ​ລາ ​ແລະ​ ຖື​ເປັນ​ປີ​ທີ 2 ຕິດຕໍ່ກັນ​ທີ່​ລາວ​ໄດ້​ປຽບດຸນ​ການ​ຄ້າ​ຕ່າງປ​ະ​ເທດ.

ສໍາລັບ​ໃນ​ຕະຫລອດ​ປີ 2018 ນີ້ ລັດຖະບານ​ລາວ​ກໍ​ຄາດ​ໝາຍວ່າ ການ​ຄ້າ​ຕ່າງປະ​ເທດຈະ​ມີ​ມູນ​ຄ່າ​ເພີ້ມຂຶ້ນ​ເປັນ 9.993 ລ້ານ​ໂດ​ລາ ຖ້າ​ຫາກ​ວ່າ​ສາມາດ​ຊຸກຍູ້​ການ​ສົ່ງ​ສິນຄ້າອອກ​ໄປ​ຕ່າງປະ​ເທດໄດ້​ຕາມ​ເປົ້າໝາຍ ທີ່​ວາງ​ໄວ້​ໃນ​ມູນ​ຄ່າ​ລວມ 5.015 ລ້ານ​ໂດ​ລາ ແລະ​ຄວບ​ຄຸມ​ການ​ນໍາ​ເຂົ້າສິນຄ້າ​ຈາກ​ຕ່າງປະ​ເທດ ​ໃຫ້​ມີ​ມູນ​ຄ່າ​ລວມບໍ່​ເກີນ 4.978 ລ້ານ​ໂດ​ລາ ຊຶ່ງ​ຈະ​ເຮັດ​ໃຫ້​ລາວ​ໄດ້​ປຽບດຸນ​ການ​ຄ້າ ​ເປັນ​ປີ​ທີ 3 ​ໂດຍ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ແມ່ນ​ໄຟຟ້າ, ​ແຮ່​ທາດ, ສິນຄ້າ​ອຸດ​ສາ​ຫະກໍາ ​ແລະ​ສິນຄ້າ​ກະສິກໍາ. ຫາກ​ແຕ່​ບັນຫາ​ທີ່​ຜ່ານ​ມາ​ກໍ​ຄື​ການ​ສົ່ງ​ອອກ​ສິນຄ້າ​ກະສິກໍາ​ຂອງ​ລາວ ​ໄດ້​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ຄຸນ​ນະພາ​ບການ​ຜະລິດ​ທີ່​ບໍ່​ໄດ້​ມາດຕະຖານທັງ​ຍັງ​ຂາດ​ການສະໜັບສະໜຸນຢ່າງ​ແທ້​ຈິງ ຈາກ​ພາກ​ລັດ​ອີກ​ດ້ວຍ

 

ແຫລ່ງຂ່າວ: ວີໂອເອລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...