spot_img
Homeຂ່າວທ້ອງຖິ່ນລາວໂຈະການອອກວີຊາ ສໍາລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດໂຄວິດ-19

ລາວໂຈະການອອກວີຊາ ສໍາລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດໂຄວິດ-19

Published on

ພາຍຫຼັງທີ່ພົບຜູ້ຕິດເຊື້ອພະຍາດໂຄວິດເພີ່ມໃໝ່ອີກຢູ່ລາວຈໍານວນ 14 ກໍລະນີໃນວັນທີ 22 ພະຈິກທີ່ຜ່ານມາທີ່ເດີນທາງມາແຕ່ຕ່າງປະເທດ ລັດຖະບານລາວໄດ້ມີການປຶກສາຫາລືກ່ຽວກັບມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກອງປະຊຸມສະໄໝສາມັນປະຈໍາເດືອນພະຈິກ 2020.

ການປຶກສາຫາລືແມ່ນເຫັນດີ ໃຫ້ໂຈະການອອກວີຊາ ສໍາລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດ ຂອງພະຍາດໂຄວິດ-19 ໃນຊຸມຊົນ ແຕ່ນີ້ຈົນເຖິງວັນທີ 31 ທັນວາ 2020, ໃຫ້ໂຈະການອະນຸມັດຖ້ຽວບິນເໝົາລໍາຈາກປະເທດທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ຍົກເວັ້ນຖ້ຽວບິນເພື່ອມະນຸດສະທໍາ, ສ່ວນຖ້ຽວບິນເໝົາລໍາຈາກປະເທດທີ່ບໍ່ມີການລະບາດຂອງ ພະຍາດດັ່ງກ່າວຍັງອະນຸຍາດ ແຕ່ຕ້ອງກວດກາຜູ້ໂດຍສານລະອຽດ, ເດັດຂາດບໍ່ໃຫ້ມີຜູ້ໂດຍສານຜ່ານ (Transit) ຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ມານໍາຖ້ຽວບິນເໝົາລຳດັ່ງກ່າວ.

ໃຫ້ຈັດງານສະເຫຼີມສະຫຼອງວັນສໍາຄັນຂອງພັກ, ຂອງຊາດ, ງານບຸນປະເພນີ ຂອງບັນດາເຜົ່າ ແລະ ຈັດກິດຈະກໍາຕ່າງໆ ຂອງສັງຄົມແຕ່ຕ້ອງປະຕິບັດຕາມມາດ ຕະການໃນການ ປ້ອງກັນພະຍາດໂຄວິດ-19, ສໍາລັບ ບຸນກິນຈຽງຂອງບາງເຜົ່າ ໃຫ້ຈັດຢູ່ພາຍໃນຄອບຄົວ ແລະ ບ້ານ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...