spot_img
Homeຂ່າວທ້ອງຖິ່ນລາວເສຍຊີວິດຍ້ອນໄຂ້ຍຸງ ເພີ່ມອີກ 1 ຄົນ ເປັນ 11 ຄົນແລ້ວ

ລາວເສຍຊີວິດຍ້ອນໄຂ້ຍຸງ ເພີ່ມອີກ 1 ຄົນ ເປັນ 11 ຄົນແລ້ວ

Published on

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວັນທີ 31 ສິງຫາ 2020 ວ່າ: ມີຜູ້ເສຍຊິວິດຍ້ອນພະຍາດໄຂ້ຍຸງລາຍສະສົມ 11 ຄົນແລ້ວໃນທົ່ວປະເທດ, ໃນນັ້ນ ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ໃນວັນທີ 29  ສິງຫາ 2020 ຢູ່ແຂວງ ຄໍາມ່ວນ, ລວມເປັນ 5 ແຂວງ ແລະ ນະຄອນຫຼວງວຽງ ຈັນ  ທີ່ພົບກໍລະນີຜູ້ ເສຍຊິວິດ.

ຂະນະທີ່ການເຝົ້າລະວັງພະຍາດໄຂ້ຍຸງລາຍກໍລະນີສະສົມທັງໝົດແຕ່ວັນທີ 28 ທັນວາ 2019-30 ສິງຫາ 2020 ມີທັງໝົດ 5.677 ກໍລະນີ ແລະ ເສຍຊີວິດ 10 ກໍລະນີ. ມາຮອດ 31 ສິງຫາ 2020 ນີ້ ຈຳນວນຜູ້ຕິດເຊື້ອໄຂ້ຍຸງລາຍລວມທັງໝົດ 5.732 ກໍລະນີ ແລະ ເສຍຊີວິດລວມເປັນ 11 ຄົນ.

ສຳລັບ ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າໝູ່ ຢູ່ທີ່ 1.326 ກໍລະນີ ແລະ ເສຍຊີວິດແລ້ວ 4 ຄົນ, ຮອງລົງມາແມ່ນແຂວງ ບໍລິຄຳໄຊ 676 ກໍລະນີ ແລະ ເສຍຊີວິດແລ້ວ 2 ກໍລະນີ, ແຂວງວຽງຈັນ 603 ກໍລະນີ, ສະຫວັນນະເຂດ 539 ກໍລະນີ ແລະ ເສຍຊີວິດ 1 ກໍລະນີ, ແຂວງບໍ່ແກ້ວ 564 ກໍລະນີ, ຫຼວງນໍ້າທາ 377 ກໍລະນີ, ຄຳມ່ວນ 313 ກໍລະນີ ແລະ ເສຍຊີວິດແລ້ວ 2 ຄົນ, ຫຼວງພະບາງ 321 ກໍລະນີ, ອັດຕະປື 295 ກໍລະນີ, ສາລະວັນ 295 ກໍລະນີ, ໄຊຍະບູລີ 175 ກໍລະນີ ແລະ ເສຍຊີວິດແລ້ວ 1 ຄົນ, ອຸດົມໄຊ 81 ກໍລະນີ, ເຊກອງ 74 ກໍລະນີ, ໄຊສົມບູນ 53 ກໍລະນີ, ຈຳປາສັກ 27 ກໍລະນີ, ຜົ້ງສາລີ 9 ກໍລະນີ, ຫົວພັນ 2 ກໍລະນີ, ຊຽງຂວາງ 2 ກໍລະນີ ແລະ ເສຍຊີວິດ 1 ກໍລະນີ.

ຕໍ່ສະພາບການແຜ່ລະບາດພະຍາດໄຂ້ຍຸງ ລາຍດັ່ງກ່າວ, ກົມຄວບຄຸມພະຍາດຕິດຕໍ່ ຍັງໄດ້ແນະນຳ ແລະ ຮຽກຮ້ອງ ໃຫ້ພໍ່ແມ່ ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈ ໃນການ ປະຕິບັດ 5 ປ ຢ່າງເຄັ່ງຄັດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...