spot_img
Homeຂ່າວພາຍ​ໃນລາວສະກາຍເວ ຄວ້າທີ 1 ບານສົ່ງຊາຍ ຊີງຂັນປະທານ ສບສ ຄັ້ງທີ 4 ປະຈຳປີ 2022

ລາວສະກາຍເວ ຄວ້າທີ 1 ບານສົ່ງຊາຍ ຊີງຂັນປະທານ ສບສ ຄັ້ງທີ 4 ປະຈຳປີ 2022

Published on

ສະໂມສອນ ບານສົ່ງໃນຮົ່ມ ທີມລາວສະກາຍເວ ກາຍເປັນທີມທຳອິດທີ່ສາມາດລົ້ມທີມຍັກໃຫຍ່ແຊ໋ມ 3 ສະໄໝ ເບີໜຶ່ງຂອງວົງການບານສົ່ງລາວ ຢ່າງ ສະໂມສອນ ກະຊວງປ້ອງກັນປະເທດ ຫຼື ກອງທັບ ໄປແບບຂາດຮອຍ 3-0 ເຊັດ 25-20, 25-16 ແລະ 25-23 ຄະແນນ ຄວ້າແຊ໋ມການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ທົ່ວປະເທດ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ (ສບສ) ຄັ້ງທີ 4 ປະຈຳປີ 2022 ສະໄໝທຳອິດໄປຄອງຢ່າງຍິ່ງໃຫຍ່. ຂະນະທີ່ ສາວກອງທັບ ຄອງແຊ໋ມບານສົ່ງໃນຮົ່ມຍິງ 4 ສະໄໝຕິດຕໍ່ກັນ.

ການແຂ່ງຂັນກິລາບານສົ່ງໃນຮົ່ມຍິງ-ຊາຍ ທົ່ວປະເທດ ຊີງຂັນປະທານ ສບສ ຄັ້ງທີ 4 ປະຈຳປີ 2022 ໄດ້ມີຂຶ້ນ ລະຫວ່າງວັນທີ 29 ຕຸລາ ຫາ 4 ພະຈິກ ຜ່ານມາ ທີ່ສະໜາມກິລາໃນຮົ່ມ ກອງທັບ (ຫຼັກ5), ໃຫ້ກຽດເປັນປະທານຂອງ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ, ມີທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າຫ້ອງການ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງເປັນຮອງປະທານ ສບສ, ທ່ານ ປອ ອິນຕອງ ເລີດສິນໄຊ ຄະນະບໍດີຄະນະວິທະຍາສາດການກິລາ-ກາຍະກຳ ມຊ ແລະ ທ່ານ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຜູ້ຊີ້ນຳວຽກງານກິລາກອງທັບຮ່ວມ ຊຽງຂວາງ ເກມ ພ້ອມດ້ວຍຜູ້ຕາງໜ້າຄະນະກຳມະການໂອແລມປິກແຫ່ງຊາດລາວ, ກົມກິລາລະດັບສູງ, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ບັນດາພາກສ່ວນທຸລະກິດໃຫ້ການສະໜັບສະໜູນ ກໍຄື ບໍລິສັດ ເບຍລາວ ຈຳກັດ ຕະຫຼອດຮອດຄະນະນຳ, ຄູຝຶກ, ນັກກິລາ ແລະ ກອງເຊຍເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ການແຂ່ງຂັນກິລາບານສົ່ງໃນຮົ່ມຍິງ-ຊາຍ ລາຍການດັ່ງກ່າວ ຈັດຂຶ້ນ ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ ແລະ ຂອງຊາດ ແລະ ເປັນການທົດສອບທີມ ແລະ ຄະນກຳມະການຕັດສິນ ກຽມຮອງຮັບມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້. ພ້ອມກັນນັ້ນ, ກໍຍັງເປັນການທົດສອບຄວາມສາມາດຂອງນັກກິລາ ເພື່ອເລືອກເຟັ້ນນັກກິລາຜູ້ມີພອນສະຫວັນດີເດັ່ນກຽມຮັບໃຊ້ທີມຊາດເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ໃນຕໍ່ໜ້າ ລາຍການດັ່ງກ່າວມີ 16 ທີມເຂົ້າຮ່ວມ, ໃນນັ້ນ ປະເພດທີມຊາຍ ມີ 10 ສະໂມສອນ ແລະ ທີມຍິງມີ 6 ສະໂມສອນ ທັງສອງລາຍການດັ່ງກ່າວ ຈັດແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ສະເພາະທີມຊາຍ ສາຍ ກ ປະກອບມີ ຮອງແຊ໋ມເກົ່າ ລາວສະກາຍເວ, ແຂວງບໍ່ແກ້ວ, ວິທະຍາໄລພະລະສຶກສາ, ໂຄດ-ອັບ ວີຊີ, ສະໂມສອນ ວຽງຈັນ; ສ່ວນ ສາຍ ຂ ມີ ກະຊວງປ້ອງກັນປະເທດ ແຊ໋ມເກົ່າ, ນະຄອນຫຼວງວຽງຈັນ, ອອດດີ້ ສະປອດ, ເລັບ ເຟັດທູຣີ ແລະ ບີແກນ ສະປອດ. ຂະນະທີ່ ທີມຍິງ ສາຍ ກ ມີ ນະຄອນຫຼວງວຽງຈັນ, ມາດເຕີ ເຊເວັ້ນ ແລະ ສະໂມສອນ ວຽງຈັນ; ສາຍ ຂ ມີ ກະຊວງປ້ອງກັນປະເທດ ແຊ໋ມເກົ່າ, ກົມໃຫຍ່ການເມືອງກອງທັບ ແລະ ດີເວີເກີນ.

ຜ່ານການແຂ່ງຂັນຜົນປະກົດວ່າ: ໂດຍສະເພາະຄູ່ຊີງຊະນະເລີດປະເພດທີມຊາຍ ເປັນການໂຄຈອນມາພົບກັນເປັນຄັ້ງທີ 4 ແລະ ກໍເກີດການພິກລ໋ອກຂຶ້ນ ເມື່ອທັບນັກຕົບໜຸ່ມລາວ ສະກາຍເວ ເຂັ່ນຟອມເກັ່ງປາບທີມຍັກໃຫຍ່ ຢ່າງ ກອງທັບ ເບີ 1 ຂອງວົງການບານສົ່ງລາວ ໄປແບບຂາດຮອຍ 3-0 ເຊັດ 25-20, 25-16 ແລະ 25-23 ຄະແນນ ຄວ້າຂັນແຊ໋ມລາຍການນີ້ເປັນສະໄໝທຳອິດ ຊຶ່ງເປັນຂັນເງິນນໍ້າໜັກ 1 ກິໂລກຣາມ ໄປຄອງ ສ່ວນກອງທັບ ໄດ້ພຽງທີ 2, ທີ 3 ຕົກເປັນຂອງສະໂມສອນ ນະຄອນຫຼວງວຽງຈັນ ແລະ ທີ 4 ທີມ ໂຄດ-ອັບ ວີຊີ ຂະນະທີ່ແຊ໋ມປະເພດທີມຍິງຕົກເປັນຂອງ ສາວກອງທັບ ສາມາດຮັກສາແຊ໋ມ 4 ສະໄໝຕິດຕໍ່ກັນ, ທີ 2 ກົມໃຫຍ່ການເມືອງກອງທັບ, ທີ 3 ສະໂມສອນ ນະຄອນຫຼວງວຽງຈັນ ແລະ ທີ 4 ສະໂມສອນ ວຽງຈັນ.
ສຳລັບລາງວັນຊະນະເລີດ ທັງຍິງ-ຊາຍ ໄດ້ຮັບຂັນລາງວັນ 1 ໜ່ວຍ (ຂັນເງິນນໍ້າໜັກ 1 ກິໂລກຣາມ) ພ້ອມເງິນສົດ 12 ລ້ານກີບ, ຮອງຊະນະເລີດ ໄດ້ຮັບເງິນສົດ 9 ລ້ານກີບ, ອັນດັບທີ 3 ໄດ້ຮັບເງິນສົດ 6 ລ້ານກີບ ແລະ ອັນດັບທີ ໄດ້ຮັບເງິນສົດ 4 ລ້ານກີບ ຂະນະທີ່ທີມກິລາບານສົ່ງຈາກຕ່າງແຂວງ ທີ່ເຂົ້າຮ່ວມລາຍການນີ້ ກໍໄດ້ຮັບເງິນອຸດໜູນທີມລະ 3 ລ້ານກີບ.
ລາຍການນດັ່ງກ່າວ ໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດ ເບຍລາວ ຈຳກັດ ຈຳນວນ 231 ລ້ານກີບ, ບໍລິສັດ ລາວມິລາໂຄ ຈຳກັດ ຊຸກຍູ້ 20 ລ້ານກີບ, ລັດວິສາຫະກິດ ລາວສະກາຍເວ ຊຸກຍູ້ 5 ລ້ານກີບ ແລະ ທ່ານ ຮສ.ປອ ຄຳຜາດ ສຸຣິນພູມີ ອະດີດນັກກິລາບານສົ່ງທີມຊາດລາວ 1 ລ້ານກີບ. ນອກຈາກນັ້ນ, ກໍຍັງມີບໍລິສັດ ອິນດີ້ ຈຳກັດ, ບໍລິສັດ ເອັດພີພີ ຈຳກັດ ແລະ ບໍລິສັດ ເຄພີວາຍ (KPY) ພາກສ່ວນລະ 10 ລ້ານກວ່າກີບ.
ແຫຼ່ງ: ໜັງສືພິມສຶກສາ-ກິລາ ລາຍວັນ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...