spot_img
Homeຂ່າວການສຶກສາລາວຢູ່ອັນດັບສຸດທ້າຍດ້ານທັກສະພາສາອັງກິດຈາກ 80 ປະເທດ

ລາວຢູ່ອັນດັບສຸດທ້າຍດ້ານທັກສະພາສາອັງກິດຈາກ 80 ປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11 ພະຈິກ 2017 ສະຖາບັນສອນພາສາອັງກິດລະດັບໂລກເປີດເຜີຍລາຍງານດັດຊະນີທັກສະນະການໃຊ້ພາສາອັງກິດປະຈຳປີ 2017 ໂດຍສຳຫຼວດການໃຊ້ທັກສະພາສາອັງກິດຂອງປະຊາກອນໃນ 80 ປະເທດທີ່ບໍ່ໄດ້ໃຊ້ພາສາອັງກິດເປັນພາສາກາງ ແລະ ແບ່ງຜົນການຈັດອັນດັບອອກເປັນ 5 ປະເພດຄື: ກຸ່ມປະເທດທີ່ມີທັກສະການໃຊ້ພາສາອັງກິດໃນລະດັບສູງຫຼາຍ, ສູງ, ກາງ, ຕ່ຳ ແລະ ຕ່ຳຫຼາຍ

ປະເທດທີ່ໃຊ້ພາສາອັງກິດໄດ້ດີທີ່ສຸດໃນໂລກມີ: ໂຮນລັງ, ຊູແອດ, ດານມາກ, ນັອກແວ ແລະ ສິງກະໂປ ໂດຍປະເທດເຫຼົ່ານີ້ມີີລະບົບການສຶກສາທີ່ຄືກັນ ເພາະບັງຄັງໃຫ້ນັກຮຽນຕ້ອງຮຽນພາສາອັງກິດຕັ້ງແຕ່ປະຖົມ

ສ່ວນປະເທດທີ່ມີທັກສະພາສາອັງກິດສຸດທ້າຍໝູ່ມີ 5 ປະເທດຄື: ອານເຊີຣີ, ກຳປູເຈຍ, ລີບີ, ອິຣັກ ແລະ ລາວເປັນອັນດັບສຸດທ້າຍ

ໃນອາຊຽນປະເທດທີ່ມີທັກສະພາສາອັງກິດດີທີ່ສຸດແມ່ນ: ສິງກະໂປ ຢູ່ອັນດັບທີ 5, ມາເລເຊຍອັນດັບທີ 13, ຟິລິບປິນອັນດັບທີ 15, ຫວຽດນາມອັນດັບທີ 34, ອິນໂດເນເຊຍອັນດັບທີ 39, ໄທອັນດັບທີ 53, ກຳປູເຈຍອັນດັບທີ 77 ແລະ ລາວອັນດັບທີ 80

ສຳລັບພາບລວມລະດັບທະວີບອາຊີມີທັກສະພາສາອັງກິດດີທີ່ສຸດເປັນອັນດັບສອງຮອງຈາກທະວີບເອີຣົບ ຂະນະທີ່ຕະເວັນອອກກາງເປັນພູມິພາກທີ່ຢູ່ໃນລະດັບສຸດທ້າຍ.

 

ແຫລ່ງຂ່າວ: ອິດສະຫຼະ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...