spot_img
Homeຂ່າວທ້ອງຖິ່ນລາວມີ 60 ກໍລະນີສົງໄສແຕ່ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19

ລາວມີ 60 ກໍລະນີສົງໄສແຕ່ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19

Published on

ໜັງສືພິມລາວພັດທະນາລາຍງານໃຫ້ຮູ້ວ່າ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນ, ຢູ່ລາວມີ 60 ກໍລະນີສົງໄສໃນນັ້ນລວມທັງຄົນຕ່າງປະເທດທີ່ເຂົ້າມາລາວ, ໂດຍຜ່ານການກວດກາວັດອຸນຫະພູມ, ມີອາການໄຂ້, ໄອ ແລະ ມີປະຫວັດການເດີນທາງມາຈາກປະເທດທີ່ມີການລະບາດ ເຊິ່ງໄດ້ປະຕິບັດຕາມຫລັກການຂອງອົງການອະນາໄມໂລກ ແລະ ໄດ້ກັກຕົວເຂົ້າຫ້ອງແຍກປ່ຽວຢູ່ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍ 103, ໂຮງໝໍແຂວງບໍ່ແກ້ວ, ຫລວງພະບາງ ແລະ ຈຳປາສັກ.

ເພື່ອຢັ້ງຢືນຄຸນນະພາບຄວາມຊັດເຈນ ທາງສາທາລະນະສຸກໄດ້ສົ່ງຕົວຢ່າງມາກວດຢູ່ 3 ສູນວິເຄາະທີ່ຖືກຮັບຮອງຈາກອົງການອະນາໄມໂລກ ແລະ ໄດ້ມາດຕະຖານຂອງສາກົນຄື: ສູນວິເຄາະແຫ່ງຊາດ, ສູນວິເຄາະປາສເຕີ ແລະ ສູນວິເຄາະຢູ່ໂຮງໝໍມະໂຫສົດ. ເຊິ່ງຕົວຢ່າງໜຶ່ງແມ່ນຈະສົ່ງກວດທັງ 3 ສູນວິເຄາະນີ້, ຖ້າຜົນອອກມາຄືກັນຄື: ຜົນເປັນລົບແມ່ນບໍ່ຕິດເຊື້ອ, ຖ້າເປັນບວກແມ່ນຕິດເຊື້ອໄວຣັສນີ້. ນອກນັ້ນຍັງໄດ້ສົ່ງ 20 ຕົວຢ່າງທີ່ສົງໄສ ໄປກວດຢູ່ສູນວິເຄາະທີ່ປະເທດ ອົດສະຕຣາລີ ເພື່ອຢັ້ງຢືນເຖິງຄວາມຊັດເຈນຕື່ມອີກ ແລະ ຜົນກວດອອກມາທັງໝົດເປັນລົບ, ໝາຍວ່າມາຮອດປັດຈຸບັນຢູ່ ສປປ ລາວ ແມ່ນຍັງບໍ່ມີຜູ້ຕິດເຊຶ້ອ COVID-19 ນີ້ແຕ່ຢ່າງໃດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...