spot_img
Homeຂ່າວທ້ອງຖິ່ນລາວມອບເງິນ 2 ຕື້ກີບຊ່ວຍຕ້ານໄວຣັດໂຄໂຣນ່າໃຫ້ແກ່ ສປ ຈີນ

ລາວມອບເງິນ 2 ຕື້ກີບຊ່ວຍຕ້ານໄວຣັດໂຄໂຣນ່າໃຫ້ແກ່ ສປ ຈີນ

Published on

ໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ນະຄອນຫຼວງວຽງຈັນ ຮ່ວມກັບ ສະມາຄົມມິດຕະພາບ ລາວ-ຈີນ ໄດ້ຈັດພິທີປຸກລະດົມຂະບວນການຕ້ານໄວຣັສ ປອດອັກເສບ ໂຄໂຣນາ ສາຍພັນໃໝ່ (Novel Corona Virus) ຂຶ້ນໃນວັນທີ 11 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ເຊິ່ງສາມາດລະດົມທຶນໄດ້ ຫຼາຍກ່ວາ 2 ຕື້ກີບ ຈາກຫຼາຍບໍລິສັດ ແລະ ອົງການຈັດຕັ້ງຕ່າງໆໃນທົ່ວປະເທດ.

ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວໃນພິທີປຸກລະດົມທຶນຄັ້ງນີ້ວ່າ: ປະເທດລາວ ແລະ ຈີນ ທັງສອງເປັນມິດຕະພາບເຊິ່ງກັນ ແລະ ກັນ. ດັ່ງນັ້ນ ໃນຍາມທີ່ເພື່ອນພົບຄວາມຫຍຸ້ງຍາກນີ້ ພວກເຮົາຈຶ່ງໄດ້ຈັດງານລະດົມທຶນ ເພື່ອຈັດຊື້ອຸປະກອນທີ່ຈຳເປັນ ໄປຊ່ວຍເຫຼືອເພື່ອນມິດເພື່ອສະແດງເຖິງນໍ້າໃຈ, ຄວາມເປັນຫ່ວງ ເປັນໃຍ ແລະ ແບ່ງເບົາ ຄວາມທຸກໂສກຂອງເພື່ອນ.

ນັບແຕ່ທ້າຍເດືອນທັນວາ 2019 ເປັນຕົ້ນມາ, ໄດ້ເກີດການລະບາດຂອງພະຍາດປອດອັກເສບ ໂຄໂຣນາ ຢ່າງກວ້າຂວາງ ແລະ ວ່ອງໄວ, ໂດຍເລີ່ມຈາກ ເມືອງ ອູຮັນ ແຂວງ ຫູເປີ່ຍ ສປ ຈີນ, ມາເຖິງປະຈຸບັນແມ່ນໄດ້ແຜ່ລະບາດໄປຫຼາຍແຂວງ ຂອງ ສປ ຈີນ ແລະ ຫຼາຍປະເທດ ນັບທັງທະວີບອາຊີ, ເອີຣົບ, ອາເມລິກາ. ຕາມສະຖິຕິ (ວັນທີ 11/2/2020 ເວລາ 15:50 ໂມງ ມີຜູ້ຕິດເຊື້ອແລ້ວ 43,112 ກໍລະນີ, ມີຜູ້ເສຍຊີວິດ 1,018 ຄົນ, ເຈັບໜັກ 7,333 ກໍລະນີ  ສ່ວນໃຫຍ່ຢູ່ເມືອງ ອູຮັນ ແຂວງ ຫູເປີ່ຍ ໃນຈຳນວນ ຜູ້ຕິດເຊື້ອດັ່ງກ່າວປົວດີແລ້ວ 4,135 ກໍລະນີ).

ສະນັ້ນ, ພັກ-ລັດຖະບານຈີນ ໄດ້ເພີ່ມທະວີໃນການຄວບຄຸມປ້ອງກັນແກ້ໄຂ ໂດຍໃຊ້ຫຼາຍມາດຕະການ, ຫຼາຍນະໂຍບາຍ ເພື່ອຢັບຢັ້ງແກ້ໄຂພະຍາດດັ່ງກ່າວໃຫ້ໝົດໄປ. ໃນນັ້ນ ກໍ່ມີຄວາມຕ້ອງການເຄື່ອງມືອຸປະກອນຈຳນວນຫຼວງຫຼາຍເປັນຕົ້ນແມ່ນ: ຜ້າອັດປາກ-ອັດດັງ ແລະ ຢາລ້າງມື  ເຖິງວ່າຈະມີໂຮງງານຫຼວງຫຼາຍ ກໍ່ບໍ່ອາດຕອບສະໜອງໄດ້ຢ່າງທ່ວງທັນ.

ດ້ານຍອດຜູ້ເສຍຊີວິດມີລາຍງານຫຼ້າສຸດຈາກ Johns Hopkins CSSE ປະຈຳວັນທີ 17 ກຸມພາ 2020 ເວລາ 09.03 ນາທີ ມີຍອດຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ມີຍອດຜູ້ເສຍຊີວິດ 1,775 ຄົນ, ຮັກສາໄດ້ 10,972 ຄົນ, ຍອດຜູ້ຕິດເຊື້ອສະສົມ 71,329 ຄົນ ຄິດສະເລ່ຍຍອດຜູ້ເສຍຊີວິດ 2,45% ແລະ ຮັກສາເຊົາ 15,38%.

 

ຮຽບຮຽງຂ່າວ: ​ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...