spot_img
Homeຂ່າວການພັດທະນາລາວປ່ອຍນ້ຳຈາກເຂື່ອນຕ່າງໆ ຊ່ວຍແກ້ໄຂໄພແຫ້ງແລ້ງ ຢູ່ເຂດແມ່ນ້ຳຂອງຕອນລຸ່ມ

ລາວປ່ອຍນ້ຳຈາກເຂື່ອນຕ່າງໆ ຊ່ວຍແກ້ໄຂໄພແຫ້ງແລ້ງ ຢູ່ເຂດແມ່ນ້ຳຂອງຕອນລຸ່ມ

Published on

ທ່ານ ​ດຣ. ຄຳ​ມະນີ ອິນ​ທິ​ລາດ ກຳມະການ​ສູນ​ກາງ​ພັກ ລັດ​ຖະມົນຕີ​ກະຊວງ ​ພບ ໄດ້​ໃຫ້​ສຳພາດ​ໃນ​ວັນ​ທີ 23 ມີນາ 2016 ວ່າ: ອີງ​ຕາມ​ສະພາບ​ດິນ​ຟ້າ​ອາກາດ​ປີ​ນີ້ ​ແມ່ນ​ມີ​ຄວາມ​ແຫ້ງແລ້ງ​ຫຼາຍ​ສົມຄວນ ເຊິ່ງ​ໄດ້ແກ່ຍາວ ແລະ ສົ່ງ​ຜົນ​ກະທົບ​ເປັນ​ບໍລິ​ເວນ​ກວ້າງ ເລີ່ມ​ແຕ່​ພາກ​ໃຕ້ຂອງ​ລາວ ກຳປູເຈຍ ຫວຽດນາມ ໄທ ມາ​ເລ​ເຊຍ ແລະ ອິນ​ໂດ​ເນເຊຍ ຕໍ່​ສະພາບ​ການ​ດັ່ງກ່າວ ພວກ​ເຮົາ​ກໍ່​ໄດ້​ເອົາໃຈໃສ່​ເປັນ​ພິເສດ ​ໃນ​ການ​ກຽມພ້ອມປ່ອຍ​ນ້ຳ ໃນ​ບັນດາ​ເຂື່ອນ​ລົງ​ໄປ​ສູ່​ນ້ຳຂອງຕື່ມ ເພື່ອ​ແກ້​ໄຂ​ໄພ​ແລ້ງ ຢູ່​ໃນເຂດ​ແມ່ນ້ຳ​ຂອງ​ຕອນ​ລຸ່ມ ໂດຍສະເພາະ ຢູ່​ທົ່ງພຽງ​ປາກ​ແມ່ນ້ຳຂອງ (​ສສ ຫວຽດນາມ) ທີ່​ມີການ​ປູກ​ພືດ​ກະສິກຳ​ຢ່າງ​ຫຼວງຫຼາຍ ​ສປປ ລາວ ມີ​ເຂື່ອນ​ໄຟຟ້າທີ່​ມີ​ອ່າງ​ເກັບ​ກັກ​ນ້ຳ​ຂະໜາດໃຫຍ່​ຢູ່​ແມ່ນ້ຳ 4 ສາຍ ຄື: ນ້ຳ​ອູ ນ້ຳ​ຄານ ນ້ຳ​ງື່ມ ແລະ ນ້ຳ​ເທີນ ການ​ສະໜອງ​ນ້ຳ​ໃນ​ປັດຈຸບັນຂອງ​ເຂື່ອນ​ໃຫຍ່​ຢູ່​ພາກ​ກາງ ແລະ ພາກ​ໃຕ້​ແມ່ນ​ມີ​ລະດັບ​ກາງ ສະນັ້ນ ການ​ສະໜອງ​ນ້ຳ​ໃນ​ການຜະລິດ​ພະລັງງານ​ໄຟຟ້າ​ກໍ່​ມີ​ຂອບເຂດ​ຈຳກັດ ແຕ່​ເຂື່ອນ​ນ້ຳ​ງື່ມ ແມ່ນ​ມີ​ນ້ຳ​ພຽງພໍ​ເພື່ອ​ຜະລິດ ແລະ ສາມາດ​ປ່ອຍ​ນ້ຳ​ລົງ​ສູ່​ແມ່ນ້ຳຂອງ​ໄດ້.

91a9016f3e2583b4081c176ba3d2037d

ໃນ​ວັນ​ທີ 21-22 ມີນາ 2016 ພວກ​ເຮົາ​ໄດ້​ເປີດ​ກອງ​ປະຊຸມເພື່ອ​ສຶກ​ສາ ແລະ ເກັບ​ກຳ​ຂໍ້​ມູນຕື່ມ​ກ່ຽວ​ກັບ​ການ​ສະໜອງ​ນ້ຳ ເພື່ອ​ຊ່ວຍ​ແກ້​ໄພ​ແຫ້ງແລ້ງ​ຢູ່​ນ້ຳຕອນ​ລຸ່ມ​ໃນ​ປັດຈຸບັນ ເຊິ່ງ​ນັບ​ແຕ່ວັນ​ທີ 23 ມີນາ 2016 ເປັນຕົ້ນໄປ ນ້ຳ​ທີ່​ປ່ອຍ​ອອກ​ຈາກ ​ສປປ ລາວ ລົງ​ໄປ​ແມ່ນ້ຳ​ຂອງຕອນ​ລຸ່ມ ເຊິ່ງ​ໄດ້​ວັດແທກ​ຢູ່​ຈຸດໃຕ້​ສຸດ​ຂອງ​ດິນ​ລາວ ປະມານ 1.136 ແມັດ​ກ້ອນ​ຕໍ່​ວິນາທີ ບວກກັບ​ນ້ຳ​ທີ່​ໄຫຼ​ຈາກ​ນ້ຳ​ມູນ ແລະ ນ້ຳ​ສາຍ​ອື່ນໆ​ຂອງ​ໄທ ປະມານ 220 ແມັດ​ກ້ອນ​ຕໍ່​ວິນາທີ ແລະ ນ້ຳ​ທີ່​ໄຫຼ​ຈາກ​ປະເທດ​ຈີນ ປະມານ 2.254 ແມັດ​ກ້ອນ​ຕໍ່​ວິນາທີ ລວມ​ແລ້ວ ປະລິມານ​ນ້ຳ​ທັງ​ໝົດຈາກ​ແມ່ນ້ຳ​ຂອງ​ຜ່ານ​ລາວ ລົງສູ່​ກຳປູເຈຍ ແລະ ຫຽດ​ນາມຕອນ​ໃຕ້ ປະມານ 3.611 ແມັດກ້ອນ​ຕໍ່​ວິນາທີ ໂດຍ​ນ້ຳ​ທີ່​ປ່ອຍລົງ​ຈະ​ໄປ​ເຖິງ​ເຂດ​ດັ່ງກ່າວ​ໃນ​ວັນທີ 2 ເມສາ 2016 ເພື່ອ​ສືບຕໍ່​ແກ້ໄຂ​ຜົນ​ກະທົບ​ຊ່ວຍ​ປະເທດ​ເພື່ອນບ້ານ​ນັ້ນ ​ສປປ ລາວ ມີ​ແຜນ​ສະໜອງ​ຈົນ​ເຖິງ​ທ້າຍ​ເດືອນ​ພຶດ​ສະພາ 2016 ຄຽງ​ຄູ່​ກັບ​ການ​ສະໜອງ​ນ້ຳ​ເພື່ອ​ແກ້​ໄຂ​ສະພາບແຫ້ງແລ້ງ​ດັ່ງກ່າວ ພວກ​ເຮົາ​ກໍ່ສາມາດ​ຜະລິດ​ກະແສ​ໄຟຟ້າ​ໄດ້ຕື່ມ​ອີກ ເພື່ອ​ຮັບ​ໃຊ້​ການ​ຊົມໃຊ້​ຢູ່ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ​ປະເທດ ສະນັ້ນ ຂ້າພະເຈົ້າ​ຂໍ​ຮຽກຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ ໂດຍສະເພາະ ຜູ້​ປະກອບ​ການ​ທີ່​ນຳໃຊ້​ນ້ຳ​ເພື່ອ​ທຳ​ການ​ຜະລິດ ຕ້ອງມີ​ການ​ປະຢັດ​ນ້ຳ​ຊ່ວຍ​ກັນ ແລະ ໃຊ້​ນ້ຳ​ເທົ່າ​ທີ່​ຈຳເປັນ ເພື່ອ​ຊ່ວຍເຫຼືອ​ປະເທດ​ເພື່ອນ​ບ້ານ​ຂອງພວກ​ເຮົາ​ ທີ່​ໄດ້​ຮັບ​ຜົນ​ກະທົບ​ກັບໄພ​ແຫ້ງແລ້ງ​ໃນ​ຄັ້ງ​ນີ້.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...