spot_img
Homeຂ່າວພາຍ​ໃນລາວຖືກຈັດຢູ່ ອັນດັບ 2 ຂອງອາຊຽນ ສຳລັບປະເທດທີ່ມີຜູ້ເສຍຊີວິດຈາກການສູບຢາ

ລາວຖືກຈັດຢູ່ ອັນດັບ 2 ຂອງອາຊຽນ ສຳລັບປະເທດທີ່ມີຜູ້ເສຍຊີວິດຈາກການສູບຢາ

Published on

ລາວຕິດອັນດັບ 2 ຂອງປະເທດໃນອາຊຽນ ທີ່ເສຍຊີວິດຈາກການສູບຢາ ເຖິງແມ່ນວ່າ ພະແນກສາທາລະນະສຸກ ໄດ້ຍົກສູງການເຮັດວຽກ ເພື່ອໃຫ້ປະຊາຊົນຮັບຮູ້ເຖິງໂທດອັນຕະລາຍຂອງຢາສູບ ແລ້ວກໍ່ຕາມ.

ຈຳນວນຜູ້ເສຍຊີວິດຈາກການສູບຢາ ຖືວ່າເປັນບັນຫາຫຼັກ ເຊິ່ງມີເຖິງ 4,807 ຄົນ ຕໍ່ປີ ຫຼື ສະເລ່ຍ 13 ຄົນ ຕໍ່ມື້ ແລະ ໃນທຸກໆປີຢາສູບໄດ້ຂ້າຄົນ ຢ່າງໜ້ອຍ ປະມານ 8 ລ້ານຄົນ ໃນທົ່ວໂລກ. ຫຼາຍລ້ານຄົນເປັນມະເຮັງປອດ, ວັນນະໂລກ, ພະຍາດຫອບຫືດ ຫຼື ພະຍາດປອດອັກເສບຊໍ້າເຮື້ອ ທີ່ເກີດຈາກການສູບຢາ.

ການສູບຢາຢ່າງແຜ່ຫຼາຍ ເຮັດໃຫ້ປະຊາຊົນຈຳນວນຫຼາຍຕ້ອງພົບກັບບັນຫາສຸຂະພາບທີ່ຮ້າຍແຮງ ເຊິ່ງການທີ່ຄວບຄຸມຢາສູບໃຫ້ມີປະສິດທິຜົນ ແມ່ນເປັນວິທີດຽວ ທີ່ຈະຫຼຸດຜ່ອນຄວາມສ່ຽງເຫຼົ່ານີ້ ແລະ ປ້ອງກັນສຸຂະພາບຂອງຄົນເຮົາໃຫ້ດີຂຶ້ນ. ອີງຕາມໂຄງຮ່າງສົນທິສັນຍາ ຂອງລາວກ່ຽວກັບການຄວບຄຸມຢາສູບ.

ເຈົ້າໜ້າທີ່ຈາກພະແນກສົ່ງເສີມສຸຂະອະນາໄມ ແລະ ສົ່ງເສີມສຸຂະພາບ ຂອງກະຊວງສາທາລະນະສຸກ ໄດ້ກ່າວຕໍ່ບັນດາສື່ມວນຊົນ ໃນງານ Walk for Heath ປະຈຳປີທີ່ຈັດຂຶ້ນ ເພື່ອສະເຫຼີມສະຫຼອງວັນປອດຢາສູບໂລກ ໃນວັນທີ 31 ພຶດສະພາ ທີ່ຜ່ານມາ.

ຫົວຂໍ້ສຳລັບວັນປອດຢາສູບໂລກປະຈຳ ປີ 2021 ຄື: ຄຳໝັ່ນສັນຍາທີ່ຈະເຊົາສູບຢາ ແລະ ມີຈຸດປະສົງເພື່ອປູກຈິດສຳນຶກ ກ່ຽວກັບໂທດອັນຕະລາຍ ຂອງຢາສູບຕໍ່ສຸຂະພາບປອດຂອງຄົນເຮົາ ຈາກມະເຣັງຈົນ ໄປເຖິງພະຍາດລະບົບຫາຍໃຈຊໍາເຮື້ອ ແລະ ໄດ້ກ່າວເຖິງ ແຜ່ນປະຕິບັດງານ ຂອງພະແນກ ແລະ ບາງກິດຈະກຳ ໃນການຄວບຄຸມຢາສູບເພື່ອເຮັດໃຫ້ ຈຳນວນຜູ້ສູບຢາຫຼຸດລົງ. ເຈົ້າໜ້າທີ່ສາທາລະນະສຸກ ແລະ ຄູ່ຮ່ວມພັດທະນາ ກຳລັງສຶບຕໍ່ ສະໜັບສະໜູນ ການຄວບຄຸມຢາສູບ ແລະ ການຫຼຸດຜ່ອນອັດຕາການສູບຢາໃນລາວ.

“ພວກເຮົາລໍຖ້າຄວາມກ້າວໜ້າ ໃນການຕໍ່ສູ້ກັບຢາສູບໃນລາວ ພວກເຮົາສະໜັບສະໜູນນະໂຍບາຍທີ່ມີປະສິດທິພາບ ເພື່ອຫຼຸດຜ່ອນອັດຕາການສູບຢາສູບ ແລະ ເຮົາຍັງໄດ້ເຮັດວຽກກັບບຸກຄົນທີ່ກ້ຽວຂ້ອງຫຼາຍພາກສ່ວນ ໃນການຕໍ່ສູ້ເພື່ອສຸຂະພາບທີ່ດີຂື້ນຜ່ານການຄວບຄຸມຢາສູບ”

ເຈົ້າໜ້າທີ່ເຮັດວຽກສຳລັບສົນທິສັນຍາໂຄງຮ່າງ ຂອງອົງການອະນາໄມໂລກກ່ຽວກັບການຄວບຄຸມຢາສູບ ກ່າວວ່າ: ຄວາມກັງວົນຂອງເຈົ້າໜ້າທີ່ ກ່ຽວກັບຄວາມອັນຕະລາຍຂອງຢາສູບນັ້ນ ເກີນກວ່າຜົນກະທົບທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ຄວາມເປັນຢູ່ຂອງປະຊາຊົນ.

ມີຫຼັກຖານຫຼາຍຂຶ້ນເລື່ອຍໆວ່າ: ການໃຊ້ຢາສູບນັ້ນມີຜົນກະທົບຮ້າຍແຮງຕໍ່ເສດຖະກິດສັງຄົມ ແລະ ສິ່ງແວວລ້ອມ ຄວາມທຸກຍາກທີ່ເພີ່ມທະວີຂຶ້ນ, ເຮັດໃຫ້ຫຼຸດຜ່ອນສະມັດຕະພາບການອອກແຮງງານ, ການເຕີບໂຕຂອງເສດຖະກິດທີ່ຫຼ້າຊ້າ ແລະ ເຮັດໃຫ້ເກີດຄວາມເສຍຫາຍຕໍ່ສິ່ງແວວລ້ອມ.

 

 

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...