spot_img
Homeຂ່າວການພັດທະນາລາວຕົກລົງສຳຫຼວດ ໂຄງການກໍ່້ສ້າງເຂື່ອນໄຟຟ້າ ປາກງື່ມວຽງຈັນ

ລາວຕົກລົງສຳຫຼວດ ໂຄງການກໍ່້ສ້າງເຂື່ອນໄຟຟ້າ ປາກງື່ມວຽງຈັນ

Published on

dam pakngum

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກປາກງື່ມລະຫວ່າງລັດຖະ ບານລາວຕາງໜ້າໂດຍທ່ານນາງ ຄຳຈັນ ວົງແສນບຸນ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນແລະ ທ່ານ ແສງລາຕີ ສະຫວັນຄຳ ອຳນວຍການບໍລິສັດ ວຽງຈັນ ອໍໂຕເມຊັນແອນໂຊລູຊັນ ເອັນຈີເນຍຣິງ ຈຳກັດ (VASE) ໄດ້ມີຂຶ້ນວັນທີ 1 ກັນຍານີ້, ທີ່ນະຄອນຫຼວງວຽງຈັນ.

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກດັ່ງກ່າວ ຕັ້ງຢູ່ບໍລິເວນຈຸດທ້າຍສຸດຂອງສາຍນໍ້າງື່ມ ເຂດບ້ານພ້າວ ເມືອປາກງື່ມ ນະຄອນຫຼວງວຽງຈັນ ມີກໍາລັງຕິດຕັ້ງ 15 ເມກາວັດ(MW) ແລະ ຖ້າຫາກການສຳຫຼວດມີຄວາມເປັນໄປໄດ້ທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ, ບໍລິສັດຜູ້ສໍາຫລວດກໍຈະດໍາເນີນການພັດທະນາ ໂຄງການທັນທີ, ໂດຍປະຕິບັດຕາມຂັ້ນຕອນ ແລະ ລະບຽບກົດໝາຍຢ່າງເຂັ້ມງວດ, ໂດຍສະເພາະແມ່ນຫລີກເວັ້ນການກໍ່ໃຫ້ເກີດ ຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ສັງຄົມໜ້ອຍທີ່ສຸດ ແລະ ເຮັດໃຫ້ໂຄງການດັ່ງກ່າວເປັນຕົວແບບ ໃນການນໍາໃຊ້ປະລິມານການໄຫລຂອງນໍ້າໃຫ້ມີປະສິດທິພາບ ແລະ ເກີດປະໂຫຍດສູງສຸດ.

ຂ່າວຈາກ:
7892

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...