spot_img
Homeຂ່າວທ້ອງຖິ່ນລາວຍັງມີຄວາມສ່ຽງທີ່ອາດເກີດການລະບາດຂອງພະຍາດໂຄວິດ-19 ຂຶ້ນຮອບໃໝ່

ລາວຍັງມີຄວາມສ່ຽງທີ່ອາດເກີດການລະບາດຂອງພະຍາດໂຄວິດ-19 ຂຶ້ນຮອບໃໝ່

Published on

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການດ່ວນໃນມື້ວັນທີ 7 ສິງຫາ ທີ່ຜ່ານມາ ເຖີງທຸກພາກສ່ວນລວມທັງພໍ່ແມ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດໃຫ້ເພີ່ມທະວີຂຶ້ນກວ່າເກົ່າກ່ຽວກັບການປະຕິບັດມາດຕະການຜ່ອນຜັນປ້ອງ ກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເພາະເຫັນວ່າປັດຈຸບັນ ປະເທດລາວຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍທີ່ຈະເກີດການແຜ່ລະບາດຂອງພະຍາດດັ່ງກ່າວຮອບໃໝ່ ຍ້ອນສະພາບການລະບາດຂອງພະຍາດດັ່ງກ່າວຢູ່ພາກພື້ນ ແລະ ທົ່ວໂລກຍັງສືບຕໍ່ເພີ່ມຂຶ້ນ. ເຊິ່ງເນື້ອໃນສຳຄັນໃນແຈ້ງການມີຄື:

ມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບຄະນະສະເພາະກິດຂັ້ນທ້ອງຖິ່ນໃຫ້ເພີ່ມທະວີກວດກາຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດກວ່າເກົ່າ, ກໍລະນີພົບເຫັນການລັກລອບເຂົ້າເມືອງແບບບໍ່ຖືກຕ້ອງໃຫ້ນໍາໄປກວດເຊື້ອ ແລະ ກັກບໍລິເວນຢູ່ສູນທີ່ລັດກໍານົດໄວ້, ພ້ອມໃຫ້ດໍາເນີນມາດຕະການທາງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ປະກາດອອກໃຫ້ສັງຄົມຮັບຮູ້ກ່ຽວກັບຜູ້ລັກລອບເຂົ້າເມືອງນັ້ນ.

ມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບນະຄອນຫຼວງ, ບັນດາແຂວງທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງຕິດຕາມ ແລະ ກວດກາຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ, ກໍລະນີກວດພົບເຫັນຜູ້ລະເມີດຕໍ່ແຈ້ງການຄັ້ງທໍາອິດ ແມ່ນໃຫ້ກ່າວເຕືອນພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ, ຫາກຍັງສືບຕໍ່ລະເມີດຕື່ມອີກແມ່ນໃຫ້ຢຶດໃບທະບຽນ, ໃຫ້ປິດກິດຈະການພ້ອມທັງປັບໃໝຕາມລະບຽບການ.

ໃຫ້ກະຊວງການຕ່າງປະເທດສົມທົບກັບຄະນະສະເພາະກິດໂຄວິດ-19 ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ກະກຽມຄວາມພ້ອມໃນການປະຕິບັດຊ່ອງທາງສີຂຽວກັບ ສສ ຫວຽດນາມ ແລະ ສປ ຈີນ.

ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ການເພີ່ມທະວີການໂຄສະນາ, ປະຊາສໍາພັນ ແລະ ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ກ່ຽວກັບຄວາມອັນຕະລາຍ ແລະ ຄວາມສ່ຽງທີ່ຈະເກີດການລະບາດຮອບໃໝ່ຂອງພະຍາດດັ່ງກ່າວ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...