spot_img
Homeຂ່າວພາຍ​ໃນລາວຍັງບໍ່ສາມາດຄວບຄຸມ ຜູ້ໃຊ້ສື່ອອນລາຍ

ລາວຍັງບໍ່ສາມາດຄວບຄຸມ ຜູ້ໃຊ້ສື່ອອນລາຍ

Published on

 

ອີງຕາມໜັງສືພິມລາວພັດທະນາ ສະບັບວັນທີ 5 ມິຖຸນາ 2014, ທ່ານ ແກ້ວວີສຸກ ໂສລະພົມ ຮັກສາການຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານໄດ້ກ່າວໃນກອງປະຊຸມສຳມະນາວ່າ​ດ້ວຍ ການຄຸ້ມຄອງ, ການນຳໃຊ້ ແລະ ສິ່ງທ້າທາຍ ຂອງສື່ສັງຄົມອອນ ລາຍ ແລະ ຫມາກຜົນຂອງການຈັດຕັ້ງປະຕິບັດການລົງທຶນ ຂອງຕ່າງເທດຢູ່ໃນລາວເຊົ້າວັນທີ 4 ມິຖຸນານີ້, ທີ່ຫ້ອງປະຊຸມໃຫຍ່ຂອງສຳນັກງານຫນັງສືພິມພາສາ ຕ່າງປະເທດ ວ່າ: ສື່ສັງ ຄົມອອນລາຍ ຫລື Social Media ແມ່ນການເຜີຍແຜ່, ນຳສະເໜີ, ປະກອບຄຳຄິດຄຳເຫັນ ໃນຮູບແບບຂອງຂ່າວສານ, ຮູບພາບ, ວີດີໂອ ໂດຍຜ່ານເຄື່ອງມືເຊັ່ນ ເຟດບຸກ, ທະວິດເຕີ ແລະ ອື່ນໆ ຊຶ່ງມີລັກສະນະເປີດ ກວ້າງໃຫ້ຜູ້ ຊົມໃຊ້ທົ່ວໂລກລົງທະບຽນນຳ ໃຊ້ໂດຍບໍ່ເສຍຄ່າ ແລະ ຢູ່ໃສກໍ ສາມາດໃຊ້ໄດ້ພາຍໃຕ້ໂຄງລ່າງຂອງອິນເຕີເນັດ, ເປັນສື່ທີ່ມີຜູ້ຊົມ ໃຊ້ຫລາຍ ແລະ ຂະຫຍາຍໂຕ ໄວທີ່ສຸດ ຊຶ່ງຜົນປະໂຫຍດຂອງ ການຊົມໃຊ້ສືດັ່ງກ່າວແມ່ນການ ເຜີຍແຜ່ ຂໍ້ມູນຂ່າວສານ, ສາລະ ໜ້າຮູ້, ການໂຄສະນາ, ປະຊາສຳ ພັນທີ່ເປັນປະໂຫຍດຕໍ່ອົງການ, ທຸລະກິດ ແລະ ການຄ້າ. ສ່ວນ ຜົນເສຍຂອງການຊົມໃຊ້ສື່ສັງ ຄົມອອນລາຍແມ່ນການເຜີຍແຜ່ຂໍ້ມູນຂ່າວສານແບບອິດສະຫລະ ເຮັດໃຫ້ມີບຸກຄົນ ຫລື ກຸ່ມຄົນ ທີ່ບໍ່ຫວັງດີນຳໃຊ້ເຂົ້າໃນການ ເຜີຍແຜ່ຂໍ້ມູນຂ່າວສານທີ່ມີລັກ ສະນະຫລອກລວງ, ຂັດກັບ ຄວາມຈິງ, ສິນທຳ ແລະ ແນວ ທາງການເມືອງ, ສາມາດເປັນ ເຄື່ອງມືປຸກລະດົມສ້າງຄວາມ ຂັດແຍ່ງລະຫວ່າງບຸກຄົນ ຫລື ກຸ່ມຄົນຊຶ່ງສ້າງຄວາມເສຍ ຫາຍດ້ານຊັບສິນ, ຮ່າງກາຍ ຫລື ສ້າງ ຄວາມບໍ່ສະຫງົບຕໍ່ສັງຄົມ, ເຫດ ການໃສ່ຮ້າຍປ້າຍສີການນຳ, ການເຜີຍແຜ່ຂໍ້ມູນຂ່າວ ສານມີ ປະລິມານທີ່ຫລວງຫລາຍເຮັດ ໃຫ້ຍາກຕໍ່ການກວດສອບ ແລະ ກັ່ນຕອງ, ພິສູດຢັ້ງຢືນອາດເຮັດ ໃຫ້ຜູ້ບໍລິໂພກຂໍ້ມູນ ຂ່າວສານສັບສົນ. ສຳລັບຢູ່ລາວຜູ້ຊົມໃຊ້ສື່ສັງ ຄົມອອນລາຍ ໂດຍສະເພາະ ແມ່ນເຟດບຸກ ມີປະມານ 520.000 ຄົນ, ໃນ ນັ້ນກຸ່ມອາຍຸ ຕ່ຳກວ່າ 30 ປີ ກວມປະມານ   82%.

ທ່ານ ແກ້ວວີສຸກ ໂສລະພົມ ໃຫ້ຮູ້ອີກວ່າ: ສຳລັບສິ່ງທ້າ ທາຍຂອງການຄຸ້ມຄອງສື່ສັງຄົມອອນລາຍນັ້ນ ແມ່ນທີ່ຕັ້ງຂອງ ບໍລິສັດຜູ້ໃຫ້ບໍລິການ ແລະ ລະບົບ Server ແມ່ນຢູ່ຕ່າງປະ ເທດ, ສຳນັກງານໃຫຍ່ເຟດບຸກ ຕັ້ງຢູ່ສະຫະລັດອາເມລິກາ; ກົດ ໝາຍຄຸ້ມຄອງຕ່າງໆ ແມ່ນຂຶ້ນກັບປະເທດທີ່ຕັ້ງຂອງສຳນັກງານ ໃຫຍ່, ມີບາງບໍລິສັດມີຫ້ອງ ການຢູ່ພາກພື້ນອາຊີເພື່ອຄຸ້ມ ຄອງ ກົດໝາຍລະດັບພາກພື້ນ; ແຕ່ລະບໍລິສັດຜູ້ໃຫ້ບໍລິການມີນະໂຍບາຍຄຸ້ມຄອງຜູ້ຊົມໃຊ້ຂອງ ຕົນເອງແຕກຕ່າງກັນ, ເຟດບຸກ ກໍມີນະໂຍບາຍຄຸ້ມຄອງຄວາມ ເປັນສ່ວນຕົວຂອງຜູ້ຊົມໃຊ້ ບັນດານິຕິກຳທີ່ມີຢູ່ໃນປັດຈຸບັນໃນ ສປປ ລາວ ຍັງບໍ່ທັນສາມາດ ຄວບຄຸມການນຳໃຊ້ສື່ສັງຄົມອອນລາຍ; ການໄຈ້ແຍກ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈຕໍ່ຂໍ້ມູນຂ່າວສານຜ່ານສື່ສັງຄົມ ອອນ ລາຍຂອງປະຊາຊົນຍັງຂຶ້ນກັບການພິຈາລະນາສ່ວນບຸກຄົນ.

ດັ່ງນັ້ນ, ສິ່ງສຳຄັນແມ່ນທຸກສື່ ທຸກອົງການຈັດຕັ້ງ ຕ້ອງເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງໃຫ້ຫຼາຍຂຶ້ນ ແລະເຜີຍແຜ່ກະຕິກາມາລະຍາດຂອງການໃຊ້ສື່ສັງຄົມອອນລາຍໃຫ້ທົ່ວເຖິງສັງຄົມ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...