ລາວຈະໃຊ້ງົບ 50 ຕື້ກວ່າກີບ ເພື່ອສຳຫຼວດພົນລະເມືອງປີ 2015

ສປປ ລາວ ວາງ​ແຜນ​ຈະ​ຈັດ​ຕັ້ງ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ​ທົ່ວ​ປະເທດ ຄັ້ງ​ທີ IV ໃນ​ເດືອນ​ມີນາ 2015 ທີ່​ຈະ​ມາ​ເຖິງ ແລະ ຄາດ​ວ່າ​ຕ້ອງການ​ງົບປະມານ​ເຂົ້າ​ໃນ​ການ​ສຳ​ຫຼວດ ປະມານ 7,2 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 57.600.000.000 ກີບ ຊຶ່ງ​ໃນ​ເບື້ອງ​ຕົ້ນ ລັດຖະບານ​ໄດ້​ເຫັນ​ດີ​ປະກອບສ່ວນ 30% ຂອງ​ງົບປະມານ​ທັງ​ໝົດ​ໃນ​ການ​ສຳ​ຫຼວດ, ພ້ອມ​ນີ້ ອົງການ​ສະຫະ​ປະຊາ​ຊາດ ກອງ​ທຶນ​ສຳລັບ​ປະຊາກອນ, ທະນາຄານ​ໂລກ ແລະ ອົງການ​ຮ່ວມ​ມື​ເພື່ອ​ພັດທະນາ​ຂອງ​ປະເທດ​ສະ​ວິດ ກໍ່​ໄດ້​ຕົກລົງ​ໃຫ້ການ​ສະໜັບສະໜູນ, ແຕ່​ເຖິງ​ຢ່າງໃດ​ກໍ່​ຕາມ ງົບປະມານ​ຂອງ​ການ​ສຳ​ຫຼວດ​ຍັງ​ບໍ່​ພຽງພໍ ປະມານ 45%.

ໃນ​ວັນ​ທີ 26 ມີນາ 2014 ນີ້, ກະຊວງ​ແຜນການ ແລະ ການ​ລົງທຶນ ໂດຍ​ການ​ສະໜັບສະໜູນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ກອງ​ທຶນ​ສຳລັບ​ປະຊາກອນ (UNFPA) ໄດ້​ຈັດ​ກອງ​ປະຊຸມ ເພື່ອ​ທົບ​ທວນຄືນ​ຄວາມ​ຄືບ​ໜ້າ ຂອງ​ການ​ກະກຽມ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ ຄັ້ງ​ທີ IV ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ, ຮອງ​ປະທານ​ຄະນະ​ຊີ້​ນຳ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ​ລະດັບ​ຊາດ ແລະ ທ່ານ​ນາງ ເອັສ​ເທີ ມຸຍ (Es-ther Muia) ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ ກອງ​ທຶນ​ສຳລັບ​ປະຊາກອນ​ປະຈຳ​ລາວ, ມີ​ບັນດາ​ຄູ່​ຮ່ວມ​ພັດທະນາ, ພາກສ່ວນ​ກ່ຽວຂ້ອງ​ທັງ​ພາກ​ລັດ ແລະ ພາກ​ທຸລະ​ກິດ​ເຂົ້າ​ຮ່ວມ.

ທ່ານ ສົມ​ດີ ດວງ​ດີ ໄດ້​ກ່າວ​ວ່າ: ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ ແມ່ນ​ບູ​ລິ​ມະ​ສິດ​ຂອງ​ການ​ພັດທະນາ​ປະເທດ​ຊາດ, ເປັນ​ແຫຼ່ງ​ຂໍ້​ມູນ​ທີ່​ສຳຄັນ​ໃນ​ປະເທດ ສຳລັບ​ການ​ວາງ​ແຜນ, ການ​ຕິດ​ຕາ​ການ​ຕັດສິນ​ໃຈ, ການ​ສ້າງ​ນະໂຍບາຍ​ດ້ານ​ປະຊາກອນ, ການ​ດຳເນີນ​ທຸລະ​ກິດ, ການ​ຕະຫຼາດ, ຂະແໜງ​ອຸດສາຫະກຳ ແລະ ແຮງ​ງານ ໂດຍ​ສະເພາະ​ແມ່ນ ການ​ກະກຽມ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ແລະ ການ​ກຽມພ້ອມ​ຈາກ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ປະເທດ​ດ້ອຍ​ພັດທະນາ. ພ້ອມ​ນີ້ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ມາ​ຍັງ​ບັນດາ​ຄູ່​ຮ່ວມ​ພັດທະນາ ແລະ ຂະແໜງການ​ພາກ​ເອກະ​ຊົນ ໃຫ້ການ​ສະໜັບສະໜູນ ຊ່ວຍເຫຼືອ​ຂະ​ບວນ​ການ​ສຳ​ຫຼວດ​ໃນ​ຄັ້ງ​ນີ້ ຊຶ່ງ​ມີ​ຄວາມ​ສຳຄັນ​ໃນ​ການ​ປະ​ເມີນ​ຄວາມ​ຄືບ​ໜ້າ ເປົ້າ​ໝາຍ​ການ​ພັດທະນາ​ໃນ ​ສປປ ລາວ ແລະ ເພື່ອ​ສ້າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຄັ້ງ​ທີ VIII (2016-2020).

ທີ່ມາ : http://www.vientianemai.net/teen/khao/1/11442