spot_img
Homeຂ່າວພາຍ​ໃນລາວຈະມີລາຍໄດ້ຈາກການຂາຍແຮ່ທາດ 463 ລ້ານໂດລາໃນຊ່ວງສາມເດືອນທ້າຍປີນີ້

ລາວຈະມີລາຍໄດ້ຈາກການຂາຍແຮ່ທາດ 463 ລ້ານໂດລາໃນຊ່ວງສາມເດືອນທ້າຍປີນີ້

Published on

ສປປ ລາວ ຄາດວ່າຈະມີລາຍໄດ້ຈາກການຂາຍແຮ່ພາຍໃນປະເທດ ແລະເພື່ອການສົ່ງອອກໃນຊ່ວງສາມເດືອນທ້າຍປີ 2021 ປະມານ 463 ລ້ານໂດລາສະຫະລັດ ຂະນະທີ່ໃນຊ່ວງ 9 ເດືອນຂອງປີນີ້, ລາວມີລາຍໄດ້ຈາກການຂາຍແຮ່ 1,464 ຕື້ໂດລາສະຫະລັດ.

ອີງຕາມການລາຍງານຂອງແຫຼ່ງຂ່າວ Xinhua: ມູນຄ່າການຂາຍແຮ່ທາດໃນລາວສຳລັບປີນີ້ ຄາດວ່າຈະສູງກວ່າເປົ້າໝາຍ 15.04% ຂະນະທີ່ມູນຄ່າແຮ່ທາດທີ່ຜະລິດໄດ້ໃນ 9 ເດືອນຂອງປີ ແມ່ນ 12,601 ຕື້ກີບ (11 ຕື້ໂດລາສະຫະລັດ) ຫຼື ປະມານ 91.21% ເຊິ່ງປັດຈຸບັນມີ 124 ບໍລິສັດກຳລັງດຳເນີນງານໃນ 209 ໂຄງການທົ່ວປະເທດ ສຳລັບການສຳຫຼວດ ແລະແປຮູບແຮ່ທາດ ລວມເຖິງການສຶກສາຄວາມເປັນໄປໄດ້ໃນການດຳເນີນການຂຸດຄົ້ນ. ໃນນັ້ນ, ມີ 14 ບໍລິສັດກຳລັງກໍ່ສ້າງໂຮງງານ.

ສປປ ລາວ ໄດ້ຮັບການຈັດອັນດັບໃຫ້ເປັນໜຶ່ງໃນປະເທດທີ່ຮັ່ງມີດ້ານຊັບພະຍາກອນທຳມະຊາດຫຼາຍທີ່ສຸດໃນອາຊີ ເຊິ່ງມີການລະບຸແຫຼ່ງແຮ່ທາດກວ່າ 570 ຊະນິດ ລວມທັງ ຄຳ, ທອງແດງ, ສັງກະສີ, ເຫຼັກ, ໂພແທັດຊຽມ, ຫີນປູນ, ກົ່ວ, ຊືນ ແລະອື່ນໆ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...