spot_img
Homeຂ່າວຕ່າງປະເທດລາວຄື 1 ປະເທດໃນອາຊີທີ່ມູນນິທິ ແຈັກ ໝ່າ ແລະ ມູນນິທິ ອາລີບາບາ ມອບເຄື່ອງມືການແພດໃຫ້

ລາວຄື 1 ປະເທດໃນອາຊີທີ່ມູນນິທິ ແຈັກ ໝ່າ ແລະ ມູນນິທິ ອາລີບາບາ ມອບເຄື່ອງມືການແພດໃຫ້

Published on

ມູນນິທິ ແຈັກ ໝ່າ ແລະ ມູນນິທິອາລີບາບາ ປະກາດມອບເຄື່ອງມືການແພດທີ່ຈໍາເປັນ ເຊັ່ນ: ຜ້າອັດປາກ 1,8 ລ້ານອັນ, ຊຸດອຸປະກອນກວດເຊື້ອພະຍາດ COVID-19 ຈໍານວນ 210.000 ຊຸດ, ເຄື່ອງນຸ່ງປ້ອງກັນການຕິດເຊື້ອ, ອຸປະກອນ ແລະ ເຄື່ອງມືການແພດທີ່ຈຳເປັນ ໂດຍສະເພາະເຄື່ອງຊ່ວຍຫາຍໃຈ ແລະ ເຄື່ອງວັດແທກອຸນຫະພູມແບບແນບໃສ່ໜ້າຜາກ 36.000 ອັນ ໃຫ້ 10 ປະເທດໃນອາຊີ ຄື: ອັບຟະການິດສະຖານ, ບັງກະລາເທດ, ກຳປູເຈຍ, ລາວ, ເມົາດິບ, ມົງໂກລີ, ມຽນມາ, ເນປານ, ປາກິດສະຖານ ແລະ ສີລັງກາ ເມື່ອວັນທີ 21 ມີນາຜ່ານມາ ເພື່ອຊ່ວຍຕໍ່ສູ້ກັບພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).

ການຈັດສົ່ງເຄື່ອງບໍລິຈາກ ຈະດຳເນີນການໂດຍນຳໃຊ້ທ່າແຮງທີ່ເຂັ້ມແຂງຂອງ Electronic World Trade Platform (eWTP) ເພື່ອເອົາຊະນະສິ່ງທ້າທາຍດ້ານການຂົນສົ່ງ ແລະ ໂລຈິດສະຕິກຂອງຫຼາຍໆປະເທດ ທີ່ມີທີ່ຕັ້ງພູມສັນຖານຫ່າງໄກ.

ໃນຕົ້ນອາທິດຜ່ານມາ ມູນນິທິ ແຈັກ ໝ່າ ແລະ ມູນນິທິອາລີບາບາ ໄດ້ປະກາດການບໍລິຈາກເຄື່ອງມືການແພດໃຫ້ປະເທດມາເລເຊຍ, ອິນໂດເນເຊຍ, ໄທ ແລະ ຟິລິບປິນ ເຊິ່ງນຳໃຊ້ eWTP ທີ່ມີທ່າແຮງດ້ານໂລຈິດສະຕິກດີເລີດ ເພື່ອການຂົນສົ່ງ ແລະ ການຈັດສົ່ງທີ່ວ່ອງໄວ ແລະ ໜ້າເຊື່ອຖືໄດ້ເຊັ່ນດຽວກັນ ໂຄງການ eWTP ມີຈຸດປະສົງສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ທົ່ວໂລກ ສາມາດດຳເນີນທຸລະກິດໄດ້ຢ່າງເຕັມສັກກະຍະພາບ ໂດຍການຫຼຸດຜ່ອນອຸປະສັກດ້ານການຄ້າ ແລະ ການເຮັດໃຫ້ບໍລິສັດເຫຼົ່ານີ້ສາມາດເຂົ້າເຖິງຕະຫຼາດການຄ້າໂລກໄດ້ງ່າຍຂຶ້ນ.

 

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: businesstoday.co

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...