spot_img
Homeຂ່າວພາຍ​ໃນລາວກຽມສ້າງທາງດ່ວນແຫ່ງໃໝ່ ບໍ່ແກ້ວ-ບໍ່ເຕັນ ໄວໆນີ້!

ລາວກຽມສ້າງທາງດ່ວນແຫ່ງໃໝ່ ບໍ່ແກ້ວ-ບໍ່ເຕັນ ໄວໆນີ້!

Published on

ໜັງສືພິມແຂວງບໍ່ແກ້ວລາຍງານ: ໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ-ບໍ່ເຕັນ ທີ່ເຊື່ອມຕໍ່ຈາກດ່ານຊາຍແດນຫ້ວຍຊາຍ(ຊາຍແດນລາວ-ໄທ) ຮອດດ່ານຊາຍແດນບໍ່ເຕັນ (ຊາຍແດນລາວ-ຈີນ), ໄລຍະທາງ 176,3 ກິໂລແມັດ ປັດຈຸບັນກຳລັງເລີ່ມສຳຫຼວດອອກແບບ ເຊິ່ງຄາດວ່າຈະລົງມືກໍ່ສ້າງໄວໆນີ້.

ທ່ານ ຫຼິວ ຈິງເຫວີ້ຍ, ຫົວໜ້າທີມງານສຳຫຼວດອອກແບບ ໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ-ບໍ່ເຕັນ ໄດ້ລາຍງານຕໍ່ລັດຖະບານໃນໂອກາດເຂົ້າພົບທ່ານ ປອ. ບົວຄົງ ນາມມະວົງ, ເຈົ້າແຂວງໆບໍ່ແກ້ວ ພ້ອມຄະນະທີ່ແຂວງບໍ່ແກ້ວ ໃນວັນທີ 30 ມິຖຸນາຜ່ານມາ.

ທ່ານ ຫຼິວ ຈິງເຫວີ້ຍ ໄດ້ກ່າວວ່າ: ທາງໂຄງການກໍ່ສ້າງເສັ້ນທາງດ່ວນ ບໍ່ແກ້ວ-ບໍ່ເຕັນຈະເລີ່ມດຳເນີນການສຳຫຼວດພື້ນທີ່ຕົວຈິງທີ່ຖືກເລວທາງໂຄງການກໍ່ສ້າງເສັ້ນທາງດ່ວນແຫ່ງໃໝ່ນີ້ ເຊິ່ງນອນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງແຂວງບໍ່ແກ້ວ ເພື່ອເຮັດໃຫ້ການອອກແບບທັງແບບຈຳລອງ ແລະ ແບບຕົວຈິງໃຫ້ມີຄວາມຖືກຕ້ອງສອດຄ່ອງກັນ, ທັງປະຢັດງົບປະມານ ແລະ ໄດ້ຮັບຜົນກະທົບໃນດ້ານຕ່າງໆໜ້ອຍທີ່ສຸດ.

ໂຄງການກໍ່ສ້າງທາງດ່ວນແຫ່ງໃໝ່ ຈາກບໍ່ເຕັນ (ຫຼວງນໍ້າທາ) ຫາຫ້ວຍຊາຍ (ແຂວງບໍ່ແກ້ວ) ແມ່ນໄດ້ຮັບການພິຈາລະນາ ແລະອະນຸມັດຈາກລັດຖະບານລາວເປັນທີ່ຮຽບຮ້ອຍແລ້ວ ເຊິ່ງມີໄລຍະທາງຍາວ 176,3 ກິໂລແມັດ, ຄາດຄະເນມູນຄ່າການລົງທຶນໃນການກໍ່ສ້າງ ປະມານ 24,126 ຕື້ຢວນ ( 3,8 ຕື້ໂດລາສະຫະລັດ).

ໂຄງການກໍ່ສ້າງດັ່ງກ່າວແມ່ນອີງຕາມຕະຖານການກໍ່ສ້າງທາງດ່ວນທາງຄູ່ແບບໄປກັບທີ່ປະກອບມີ 4 ເລນ, ການອອກແບບຄວາມໄວແມ່ນ 80 ກິໂລແມັດ/ຊົ່ວໂມງ, ຄວາມກວ້າງໜ້າທາງແມ່ນ 21 ແມັດ, ຫຼັງຈາກສຳເລັດໂຄງການກໍ່ສ້າງນີ້ແລ້ວ ຈະໃຊ້ເວລາໃນການເດີນທາງຈາກບໍ່ເຕັນ ຫາ ຫ້ວຍຊາຍພຽງ 1,5 ຊົ່ວໂມງເທົ່ານັ້ນ.

ສຳລັບວັນເວລາໃນການກໍ່ສ້າງຕົວຈິງ ພ້ອມກຳນົດການເປີດນຳໃຊ້ເສັ້ນທາງດ່ວນແຫ່ງໃໝ່ນີ້, ທີມງານລາວໂພສຈະນຳສະເໜີຕື່ມສະບັບໜ້າ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...