ລາຍລະອຽດຂອງຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 52

0
1367

ອີງຕາມການຖະແຫຼງການຈາກຄະນະສະເພາະກິດຄວບຄຸມໂຄວິດ-19 ໃນວັນທີ 12 ເມສາ 2021 ວ່າ ສ ປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນ.

ກໍລະນີທີ 52: ເພດຊາຍ,​ ອາຍຸ 48 ປີ, ສັນຊາດ: ອົດສະຕາລີ, ອາຊີບ ພະນັກງານ ຜູ້ກ່ຽວແຂງແຮງດີ, ບໍ່ມີອາການຫຍັງສະແດງ ແລະ ຍັງບໍ່ທັນໄດ້ຮັບການສັກຢາກັນພະຍາດ COVID-19 ເທື່ອ. ກ່ອນເດີນທາງມາ ສປປ ລາວ ໄດ້ກວດຊອກຫາເຊື້ອ COVID-19 ໃນວັນທີ 8 ເມສາ 2021 ຢູ່ປະເທດອີີຣັກ, ຜົນກວດແມ່ນບໍ່ພົບເຊື້ອ ວັນທີ 9 ເມສາ 2021 ເດີນທາງຈາກສະໜາມບິນ Doha, ປະເທດອີຣັກ ຫາ ສະໜາມບິນ Kuala Lumpur, ປະເທດມາເລເຊຍ ແລະ ມາຮອດ ສປປ ລາວ ໃນວັນທີ 11 ເມສາ 2021​, ພວກເຮົາໄດ້ເກັບຕົວຢ່າງກວດ, ຜົນກວດ ຢັ້ງຢືນ ພົບເຊື້ອ COVID-19.

ປະຈຸບັນ ຜູ້ກ່ຽວໄດ້ເຂົ້າແຍກປ່ຽວ, ປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ ມິດຕະພາບ.

ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 26 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ,​ ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 143,481 ຕົວຢ່າງ, ກວດພົບເຊື້ອສະສົມ 52 ຄົນ.

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ: ຜູ້ຕິດເຊື້ອນ້ຳເບີ 46 ແລະ 49 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ທັງສອງຄົນແມ່ນ ແຂງແຮງດີ, ສະນັ້ນ ມື້ນີ້ ພວກກ່ຽວຈະໄດ້ອອກໂຮງໝໍ ໄປສືບຕໍ່ຕິດຕາມອາການຕົນເອງຢູ່ເຮືອນຈົບຄົບກຳນົດ 14 ວັນ. ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ ຈຳນວນ 03 ຄົນ (ໃໝ່ 1 ຄົນ) ຢູ່ໂຮງໝໍມິດຕະພາບ, ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.