spot_img
Homeນານາສາລະລາຍຊື່ຂອງເມືອງທັງໝົດ 18 ແຂວງ ໃນ ສປປລາວ

ລາຍຊື່ຂອງເມືອງທັງໝົດ 18 ແຂວງ ໃນ ສປປລາວ

Published on

ໃນຄໍລຳ ຄວາມຮູ້ຮອບຕົວວັນນີ້ ເຮົາມີບົດສັງລວມ ລາຍຊື່ຂອງເມືອງທັງໝົດ 18 ແຂວງ ໃນ ສປປລາວ ມານຳສະເໜີ ເຊື່ອວ່າຄົນສ່ວນຫຼາຍແມ່ນຮູ້ດີກ່ຽວກັບເລື່ອງນີ້ ແຕ່ເພື່ອຄວາມສະດວກສະບາຍຂອງທຸກຄົນໃນການຊອກຫາຊື່ເມືອງໃນແຕ່ລະແຂວງ ແອັດມິນເລີຍຈັດມາໃຫ້

ປະເທດລາວປະກອບດ້ວຍ 18 ແຂວງ ແລະ 148 ເມືອງ ດັ່ງລາຍລະອຽດລຸ່ມນີ້:

I. ນະຄອນຫຼວງວຽງຈັນ ມີ 9 ເມືອງຄື:
1. ຈັນທະບູລີ
2. ໄຊເສດຖາ
3. ສີໂຄດຕະບອງ
4. ສີສັດຕະນາກ
5. ຫາດຊາຍຟອງ
6. ນາຊາຍທອງ
7. ໄຊທານີ
8. ສັງທອງ
9. ໃໝ່ປາກງື່ມ

II. ແຂວງຜົ້ງສາລີ ມີ 7 ເມືອງຄື:
1. ບຸນໃຕ້
2. ຂວາ
3. ໃໝ່
4. ຍອດອູ
5. ຜົ້ງສາລີ
6. ສຳພັນ
7. ບຸນເໜືອ

III. ແຂວງຫຼວງນ້ຳທາ ມີ 5 ເມືອງຄື:
1. ຫຼວງນໍ້າທາ
2 . ສີງ
3. ລອງ
4 . ວຽງພູຄາ
5 . ນາແລ

IV. ແຂວງບໍ່ແກ້ວ ມີ 5 ເມືອງຄື:
1. ຫ້ວຍຊາຍ
2. ຕົ້ນເຜິ້ງ
3. ເມິງ
4. ຜາອຸດົມ
5. ປາກທາ

V. ແຂວງອຸດົມໄຊ ມີ 7 ເມືອງຄື:
1. ໄຊ
2. ຫລາ
3. ນາໝໍ້
4. ງາ
5. ແບ່ງ
6. ຮຸນ
7. ປາກແບ່ງ

VI. ແຂວງຫລວງພະບາງ ມີ 12 ເມືອງຄື:
1. ຫຼວງພະບາງ
2. ຊຽງເງິນ
3. ນານ
4. ປາກອູ
5. ນ້ຳບາກ
6. ງອຍ
7. ປາກແຊງ
8. ໂພນໄຊ
9. ຈອມເພັດ
10. ວຽງຄຳ
11. ພູຄູນ
12. ໂພນທອງ

VII. ແຂວງໄຊຍະບູລີ ມີ 11 ເມືອງຄື:
1. ບໍ່ແຕນ
2. ຫົງສາ
3. ແກ່ນທ້າວ
4. ຄອບ
5. ເງິນ
6. ປາກລາຍ
7. ພຽງ
8. ທົ່ງມີໄຊ
9. ໄຊຍະບູລີ
10. ຊຽງຮ່ອນ
11. ໄຊສະຖານ

VIII. ແຂວງຫົວພັນ ມີ 10 ເມືອງຄື:
1. ຊຳເໜືອ
2. ຊຽງຄໍ້
3. ຮ້ຽມ
4. ວຽງໄຊ
5. ຫົວເມືອງ
6. ຊຳໃຕ້
7. ສົບເບົາ
8. ແອດ
9. ກວັນ
10. ຊ່ອນ

IX. ແຂວງຊຽງຂວາງ ມີ 7 ເມືອງຄື:
1. ແປກ(ໂພນສະຫວັນ)
2. ຄຳ
3. ໜອງແຮດ
4. ຄູນ
5. ໝອກໃໝ່
6. ພູກູດ
7. ຜາໄຊ

X. ແຂວງວຽງຈັນ ມີ 11 ເມືອງຄື:
1. ເຟືອງ
2. ຫີນເຫີບ
3. ກາສີ
4. ແກ້ວອຸດົມ
5. ແມດ
6. ໂພນໂຮງ
7. ທຸລະຄົມ
8. ວັງວຽງ
9. ວຽງຄຳ
10. ຊະນະຄາມ
11. ໝື່ນ

XI. ແຂວງໄຊສົມບູນ 5 ເມືອງຄື:
1. ເມືອງລ້ອງແຈ້ງ
2. ເມືອງທ່າໂທມ
3. ເມືອງອະນຸວົງ
4. ເມືອງລ້ອງຊານ
5. ເມືອງຮົ່ມ

XII. ແຂວງບໍລິຄຳໄຊ ມີ 7 ເມືອງຄື:
1. ປາກຊັນ
2. ທ່າພະບາດ
3. ປາກກະດິງ
4. ຄຳເກີດ(ຫຼັກ20)
5. ບໍລິຄັນ
6. ວຽງທອງ
7. ໄຊຈຳພອນ

XIII. ແຂວງຄຳມ່ວນ ມີ 10 ເມືອງຄື:
1. ທ່າແຂກ
2. ມະຫາໄຊ
3. ໜອງບົກ
4. ຫີນບູນ
5. ຍົມມະລາດ
6. ບົວລະພາ
7. ນາກາຍ
8. ເຊບັ້ງໄຟ
9. ໄຊບົວທອງ
10. ຄູນຄຳ

XIV. ແຂວງສະຫວັນນະເຂດ ມີ 15 ເມືອງຄື:
1. ໄກສອນ ພົມວິຫານ
2. ອຸທຸມພອນ
3. ອາດສະພັງທອງ
4. ພີນ
5. ເຊໂປນ
6. ນອງ
7. ທ່າປາງທອງ
8. ເມືອງສອງຄອນ
9. ເມືອງຈຳພອນ
10. ເມືອງຊົນນະບູລີ
11. ເມືອງໄຊບູລີ
12. ເມືອງວິລະບູລີ
13. ເມືອງອາດສະພອນ
14. ເມືອງໄຊພູທອງ
15. ເມືອງພະລານໄຊ

XV. ແຂວງສາລະວັນ ມີ 8 ເມືອງຄື:
1. ສາລະວັນ
2. ລະຄອນເພັງ
3. ວາປີ
4. ເລົ່າງາມ
5. ຕຸ້ມລານ
6. ຕະໂອ້ຍ
7. ຄົງເຊໂດນ
8. ສະມ້ວຍ

XVI. ແຂວງຈຳປາສັກ ມີ 10 ເມືອງຄື:
1. ປາກເຊ
2. ຊະນະສົມບູນ
3. ບາຈຽງຈະເລີນສຸກ
4. ປາກຊ່ອງ
5. ປະທຸມພອນ
6. ໂພນທອງ
7. ຈຳປາສັກ
8. ສຸຂຸມາ
9. ມູນລະປະໂມກ
10. ໂຂງ

XVII. ແຂວງເຊກອງ ມີ 4 ເມືອງຄື:
1. ທ່າແຕງ
2. ລະມາມ
3. ກະລຶມ
4. ດັກຈຶງ

XVIII. ແຂວງອັດຕະປື ມີ 5 ເມືອງຄື:
1. ໄຊເຊດຖາ
2. ສາມັກຄີໄຊ
3. ສະໜາມໄຊ
4. ຊານໄຊ
5. ພູວົງ

ຂໍ້ມູນຈາກ:  ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...