spot_img
Homeຂ່າວທ້ອງຖິ່ນລາຍງານສະພາບໂຄວິດ-19 ໃນສປປ ລາວ, ພົບຜູ້ຕິດເຊື້ອໃໝ່ 85 ຄົນ

ລາຍງານສະພາບໂຄວິດ-19 ໃນສປປ ລາວ, ພົບຜູ້ຕິດເຊື້ອໃໝ່ 85 ຄົນ

Published on

ສປປ ລາວ ໃນວັນທີ 29 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 4,841 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 85 ຄົນ, ໃນນັ້ນມີ  ນະຄອນຫຼວງ 69 ຄົນ, ບໍ່ແກ້ວ 7 ຄົນ, ສະຫວັນນະເຂດ 3 ຄົນ,ແຂວງວຽງຈັນ 2 ຄົນ, ໄຊຍະບູລີ 2 ຄົນ, ຈຳປາສັກ 1 ຄົນ, ອຸດົມໄຊ 1 ຄົນ.

ມາຮອດປະຈຸບັນ   ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ  757 ຄົນ, ບໍ່ມີຜູ້ເສຍຊີວີດ,  ປິ່ນປົວຫາຍດີ 51 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວຢູ່ສະຖານທີ່ທີ່ຄະນະສະເພາະກິດກຳນົດໄວ້ ຈຳນວນ 706 ຄົນ, ລາຍລະອຽດດັ່ງນີ້:

– ນະຄອນຫຼວງວຽງຈັນ 508 ຄົນ (ໃໝ່ 69), ແຂວງຈຳປາສັກ 93 ຄົນ (ໃໝ່ 1), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງສະຫວັນນະເຂດ 25 ຄົນ (ໃໝ່ 3), ແຂວງບໍ່ແກ້ວ 31 ຄົນ (ໃໝ່ 7), ແຂວງສາລະວັນ 5 ຄົນ, ແຂວງອຸດົມໄຊ 4 ຄົນ (ໃໝ່ 1), ແຂວງຫຼວງນ້ຳທາ 6 ຄົນ, ແຂວງວຽງຈັນ 10 ຄົນ (ໃໝ່ 2) (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນປົວໃນ ນະຄອນຫຼວງວຽງຈັນ, ຜົ້ງສາລີ 3 ຄົນ, ແຂວງຫຼວງພະບາງ 14 ຄົນ, ແຂວງໄຊຍະບູລີ 3 ຄົນ (ໃໝ່ 2), ແຂວງບໍລິຄຳໄຊ 2 ຄົນ, ແຂວງຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ

ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

-ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 85 ຄົນ (ກໍລະນີຢັ້ງຢືນທີ 673-757)

-ສຳລັບຜູ້ຕິດເຊື້ອໃໝ່ຢູ່ແຂວງຈຳປາສັກ, ສະຫວັນນະເຂດ, ບໍ່ແກ້ວ,  ອຸດົມໄຊ, ໄຊຍະບູລີ ແລະ ແຂວງວຽງຈັນ ແມ່ນລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອຜ່ານມາຄືກັນ. ສ່ວນ 69 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ເປັນຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ່ 59 ເຊັ່ນກັນ.

  • ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າ ແລະ ອີກບ່ອນໃໝ່ທີ່ຢາກແຈ້ງໃຫ້ບັນດາທ່ານຊາບແມ່ນສຳລັບຜູ້ທີ່ເດີນທາງໄປຍັງສະຖານທີ່ເຫຼົ່ານີ້ເຊັ່ນ:
  • ວັນທີ່ 14 ເມສາ 2021 ຮ້ານຄາລາໂອເກະວີກຕໍ, ສາມແຍກນາໄຊ
  • ວັນທີ່ 16 ເມສາ 2021 : ສົງນ້ຳພະວັດໄຕໃຫ່ຍ, ວັດໄຕນ້ອຍ, ວັດໂຊກໄຊ, ວັດປ່າໜອງບົວທອງ
  • ຮ້ານຂາຍຂອງກີນສຸກຕະຫຼາດໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
  • ວັນທີ່ 19 ເມສາ 2021 ບໍ່ແຮ່ຄຳບໍລີສັດດາລີ ສສ ຫວຽດນາມບ້ານ ຫ້ວຍຄຳ, ເມືອງສັງທອງ
  • ວັນທີ 17 -18 ເມສາ 2021: ໂຮງໝໍມະໂຫສົດ
  • ວັນທີ່ 19 ເມສາ 2021 ໂຮງໝໍ 103 ບ່ອນສ່ອງລັງສີ
  • ໂຮງພີມເທບປັນຍາການພີມ, ບ້ານ ຈອມມະນີໃຕ້, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
  • ແມ່ນໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໄປເກັບຕົວຢ່າງຊອກຫາເຊື້ອຕາມສະຖານທີ່ກຳນົດໄວ້

ນອກຈາກນີ້, ຂໍຮຽກຮ້ອງມາຍັງບັນດາທ່ານທີ່ມີລາຍຊື່ຂ້າງລຸ່ມທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນທີ່ໃຫ້ຂໍ້ມູນບໍ່ລະອຽດແມ່ນໃຫ້ຮີບຮ້ອນໂທປະສານຫາ ທ່ານ ດຣ. ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ລາຍຊື່ລະອຽດຄື:

  1. ທ້າວໂລ້ ຈັນທະພູມ ອາຍຸ 27 ປີ
  2. ທ້າວ ມີນຕາ ອາຍຸ 23 ປີ
  3. ນາງນົກແກ້ວ ອາຍຸ 18 ປີ
  4. ທ້າວ  ວຽງໄຊ     ຢູ່ບ້ານຍອດອູ ເມືອງຍອດອູ ແຂວງ ຜົ້ງສາລີ

ໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໂຕໂທກັບເບີດັ່ງກ່າວ ຫຼື ແຈ້ງຕໍ່ອຳນາດການປົກຄອງບ້ານຂອງທ່ານເພື່ອຕິດຕໍ່ຫາພະນັກງານແພດໝໍດ່ວນ, ຖ້າຫາກທ່ານໃດຮັບຮູ້ແລ້ວບໍ່ຮີບຮ້ອນມາສະເໜີໂຕ ຫຼື ຈົງໃຈລົບຫຼີກແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...