spot_img
Homeຂ່າວພາຍ​ໃນລາຍງານສະພາບໂຄວິດ-19 ໃນລາວ ວັນທີ 5 ມັງກອນ 2022

ລາຍງານສະພາບໂຄວິດ-19 ໃນລາວ ວັນທີ 5 ມັງກອນ 2022

Published on

ຕາມການລາຍງານຈາກຄະນະສະເພາະກິດ ຖະແຫຼງໂດຍ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ ສະພາບການລະບາດໃນທົ່ວໂລກຫຼາຍປະເທດມີການລາຍງານຜູ້ຕິດເຊື້ອເພີ່ມຂື້ນ ມາຮອດມື້ນີ້ໂຕເລກຕິດເຊື້ອລາຍງານຫຼາຍກ່ວາ 2 ລ້ານຄົນ ເຫັນໄດ້ວ່າໂຕເລກຕິດເຊື້ອເພີ່ມຂື້ນເທົ່າໂຕ ໃນນັ້ນ ສະຫະລັດອາເມລິກາມີລາຍງານຕິດເຊື້ອ ສູງກ່ວາ 1 ລ້ານຄົນ ເຊີ່ງທັງໝົດນີ້ກໍ່ສືບເນື່ອງມາຈາກມີຈຳນວນຄົນຫຼວງຫຼາຍອອກມາສະເຫຼີມສະຫຼອງປີໃໝ່ສາກົນ ແລະ ບໍ່ມີມາດຕະການປ້ອງກັນຕົນເອງທີ່ດີ.

ມາຮອດປັດຈຸບັນການລະບາດຂອງສາຍພັນໂອໄມຄຣອນໄດ້ພົບເຫັນຫຼາຍກ່ວາ 130 ປະເທດ ແລະ ຜົນການຄົ້ນຄ້ວາດ້ານວິຊາການເບື້ອງຕົ້ນ ໃນປະເທດອາຟຣິກກາໃຕ້ກໍ່ຄືປະເທດອັງກິດ ພົບວ່າສາຍພັນໂອມີຄຣອນເຖີງຈະຕິດເຊື້ອໄດ້ງ່າຍ ແລະ ແຜ່ສູ່ຄົນອ້ອມຂ້າງໄດ້ໄວ ແຕ່ກໍ່ສ້າງຄວາມຮຸນແຮງ ແລະ ເປັນສາເຫດໃຫ້ແກ່ການເສຍຊີວິດໜ້ອຍກ່ວາສາຍພັນເດວຕາ ແລະ ກໍ່ຍັງພົບວ່າວັກຊີນທຸກຊະນິດທີ່ໃຊ້ໃນປັດຈຸບັນແມ່ນຍັງມີປະສິດທິພາບໃນການປ້ອງກັນ ແຕ່ໄລຍະຂອງການປ້ອງກັນອາດຈະຫຼຸດລົງ ດັ່ງນັ້ນ, ຫຼາຍປະເທດລວມທັງປະເທດເຮົາກໍ່ແນະນຳໃຫ້ສັກວັກຊີນເຂັມກະຕຸ້ນ. ແຕ່ສີ່ງທີ່ເຮົາຮູ້ຢ່າງແນ່ນອນວ່າ ເມື່ອໂອມິຄຣອນຫາກລະບາດສູ່ຊຸມຊົນແມ່ນຈະມີຈຳນວນຄົນຕິດເຊື້ອຢ່າງຫຼວງຫຼາຍ ເຊີ່ງອາດຈະສົ່ງຜົນກະທົບຕໍ່ຈຳນວນຄອງຕຽງໃນສະຖານທີ່ບໍລິການປີ່ນປົວທີ່ມີຢູ່ ໂດຍສະເພາະໃນກຸ່ມທີ່ບໍ່ທັນໄດ້ສັກວັກຊີນ ຫຼື ມີພູມປ້ອງກັນຫຼຸດລົງເຊັ່ນ ໃນກຸ່ມຜູ້ສູງອາຍຸ, ຜູ້ມີພະຍາດປະຈຳໂຕ.

ດັ່ງນັ້ນ ພັກ ແລະ ລັດຖະບານ ກໍ່ຄື ກະຊວງສາທາລະນະສຸກຂອງ ສປປລາວ ຈີ່ງໃຫ້ຄວາມສຳຄັນເປັນພິເສດໃນການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນບໍ່ໃຫ້ສາຍພັນໂອມິຄຣອນເຂົ້າມາໃນປະເທດຂອງພວກເຮົາໂດຍມີການກັ່ນກອງ ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ລົງເລິກສາຍພັນຂອງພະຍາດໂຄວິດ-19ໃນກຸ່ມທີ່ເດີນທາງມາຈາກຕ່າງປະເທດ.

• ສປປລາວ ມື້ນີ້ກໍ່ເປັນອີກມື້ໜື່ງທີ່ການລາຍງານຄົນເຈັບຕິດເຊື້ອໃນ ສປປລາວ ພົບຜູ້ຕິດເຊື້ອ 836 ກ່ວາຄົນອັດຕາການກວດພົບເຊື້ອແມ່ນ 20.19 % ທຽບໃສ່ຈຳນວນຕົວຢ່າງທີ່ກວດທັງໝົດ 4.140 ຕົວຢ່າງ ຖືວ່າເປັນໂຕເລກທີ່ມີອັດຕາການພົບເຊື້ອຍັງສູງຢູ່ ສະນັ້ນພວກເຮົາກໍ່ບໍ່ຄວນລະເຫຼີງ ຫຼື ນີ້ງນອນໃຈເທື່ອ, ພວກເຮົາທຸກຄົນຈະຕ້ອງເພີ້ມທະວີມາດຕະການປ້ອງກັນຕົນເອງໃຫ້ຫຼາຍຂື້ນກ່ວາເກົ່າ

• ປະຈຸບັນ ຄືດັ່ງທີ່ໄດ້ລາຍງານໃນມື້ວານວ່າອົງການອະນາໄມໂລກຮຽກຮ້ອງໃຫ້ທຸກປະເທດສັກວັັກຊີນໃຫ້ປະຊາກອນຕົນເອງໃຫ້ກວມເອົາ 70% ຂື້ນໄປ, ສະນັ້ນເຫັນໄດ້ວ່າບັນດາປະເທດໃນທົ່ວໂລກ ລວມທັງ ສປປລາວ ເຮົາ ແມ່ນເຫັນຄວາມສຳຄັນ ໃນການໃຫ້ວັກຊິນ ທົ່ວປວງຊົນ ເພື່ອເປັນການສ້າງພູມຄຸ້ມກັນໃນຊຸມຊົນ ແລະ ຖືວ່າເປັນມາດຕະການອີກອັນນຶ່ງທີ່ຈະສາມາດຢັບຢັ້ງ ແລະ ຫຼຸດຜ່ອນການແຜ່ລະບາດຂອງພະຍາດ ໂຄວິດ-19 ອອກເປັນວົງກ້ວາງ ໃນສັງຄົມ. ດັ່ງນັ້ນ ພັກ ແລະ ລັດຖະບານ ແມ່ນສືບຕໍ່ຈັດຫາວັກຊິນເພີ້ມ ເພື່ອໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ຮັບວັກຊີນຕາມຄາດໝາຍທີ່ວາງໄວ້ ແລະ ໃຫ້ໄດ້ຮັບຫຼາຍທີ່ສຸດ ພ້ອມກັນນີ້ ກໍ່ໄດ້ເຮັດແຜນແຈກຢາຍ ໃຫ້ແຕ່ລະພາກສ່ວນ ຕາມສະພາບ ແລະ ເງື່ອນໄຂຕົວຈິງຂອງແຕ່ລະບ່ອນ ຢ່າງເໝາະສົມ. ປັດຈຸບັນ ກຳລັງເລັ່ງສັກເຂັມທີ 3 ແລະ ກຸ່ມນັກຮຽນອາຍຸ 12-17 ປີ ກໍ່ຂໍໃຫ້ບັນດາທ່ານ ຈົ່ງພາກັນໄປສັກໃນສະຖານທີ່ໃກ້ບ້ານທ່ານ ເພື່ອຫຼຸດຜ່ອນອັດຕາການເຈັບໜັກ ແລະ ເສຍຊີວິດ.

 

ບົດຄວາມຫຼ້າສຸດ

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...