spot_img
Homeຂ່າວພາຍ​ໃນລາຍງານຜູ້ຕິດເຊື້ອ ວັນທີ 7 ກຸມພາ 2022

ລາຍງານຜູ້ຕິດເຊື້ອ ວັນທີ 7 ກຸມພາ 2022

Published on

ວັນທີ 7 ກຸມພາ 2022 ທາງຄະນະສະເພາະກິດໄດ້ຖະແຫຼງກ່ຽວກັບຜູ້ຕິດເຊື້ອໂຄວິດ-19 ດັ່ງນີ້:

ສະພາບການລະບາດພະຍາດໂຄວິດ-19 ທົ່ວໂລກ ຍັງບໍ່ຄົງທີ່ ເຖີງແນວໃດກໍ່ຕາມບັນດາປະເທດໃນທົ່ວໂລກກໍ່ຍັງຈັບຕາຕິດຕາມເຝົ້າລະວັງຢ່າງໃກ້ຊິດ ແລະ ມື້ວານນີ້ ໂຕເລກລາຍງານຜູ້ຕິດເຊື້ອໃໝ່ ມີ 1,8 ລ້ານກ່ວາຄົນ ແລະ ຜູ້ເສຍຊີວິດໃໝ່ 6,3 ລ້ານຄົນ ເຫັນວ່າຫຼຸດລົງທຽບໃສ່ມື້ຜ່ານມາ.

• ສຳລັບ ສປປ ລາວ ມື້ນີ້ກໍ່ເປັນອີກມື້ໜື່ງໂຕເລກການຕິດເຊື້ອທົ່ວປະເທດຕ່ຳກ່ວາ 500 ຄົນ/ວັນ ເປັນເວລາ 9 ວັນຕິດຕໍ່ກັນ ເຊີ່ງສະແດງໃຫ້ເຫັນວ່າ ທ່າອ່ຽງຂອງການລະບາດແມ່ນຢູ່ໃນຂາລົງ ເຖີງຢ່າງໃດກໍ່ຕາມ ພວກເຮົາກໍ່ຕ້ອງໄດ້ສືບຕໍ່ເຝົ້າລະວັງ ແລະ ປະຕິບັດຕາມແຈ້ງການ ເລກທີ 130/ຫສນຍ ລົງວັນທີ່ 3 ກຸມພາ 2022 ດ້ວຍຄວາມຕື່ນຕົວ ແລະ ມີສະຕິໃນການປ້ອງກັນຕົນເອງ, ຄົນອ້ອມຂ້າງ ລວມທັງຄົນໃນຄອບຄົວ.

• ເຖີງວ່າປະຈຸບັນນີ້ໂຕເລກລາຍງານຕິດເຊື້ອລາຍວັນ ໃນ ສປປລາວ ແມ່ນຫຼຸດລົງເລື້ອຍໆກໍ່ຕາມ ແຕ່ຍັງມີລາຍງານຜູ້ເສຍຊີວິດໃໝ່ໃນແຕ່ລະວັນ, ຄົນທີ່ເສຍຊີວິດສ່ວນໃຫ່ຍກໍ່ຍັງແມ່ນຜູ້ທີ່ມີພະຍາດປະຈຳໂຕ, ຜູ້ບໍ່ໄດ້ສັກວັກຊີນຄົບໂດສ ແລະ ຜູ້ທີ່ມາຫາແພດໝໍຊັກຊ້າຈີ່ງພາໃຫ້ເກີດການສູນເສຍບຸກຄົນອັນເປັນທີ່ຮັກໃນຄອບຄົວໄປ , ສະນັ້ນຈີ່ງຮຽກຮ້ອງໃຫ້ບັນດາທ່ານເອົາໃຈໃສ່ປ້ອງກັນຕົນເອງຢ່າງເຄັ່ງຄັດລວມທັງຜູ້ທີ່ປີ່ນປົວຕົນເອງຢູ່ເຮືອນ ກໍ່ຂໍໃຫ້ເອົາໃຈໃສ່ຕິດຕາມອາການຕົນເອງຄືດັ່ງທີ່ໄດ້ຖະແຫຼງຂ່າວໃນມື້ວານ ແລະ ການນຳໃຊ້ຢາປີ່ນປົວກໍ່ໃຫ້ເອົາໃຈໃສ່ຢ່າງລະມັດລະວັງ ເປັນຕົ້ນແມ່ນມີຫຼາຍຄົນເຂົ້າໃຈຜິດວ່າຢາໂມລາໂກເວີຍ (Molacovir) ເປັນຢາປ້ອງກັນພະຍາດໂຄວິດ-19 ເຮັດໃຫ້ປະຊາຊົນຈຳນວນໜື່ງຊື້ຕາມຮ້ານຂາຍຢາມາກີນເພື່ອປ້ອງກັນ ຂ້າພະເຈົ້າຂໍຊີ້ແຈງວ່າ ຢາດັ່ງກ່າວບໍ່ແມ່ນຢາປ້ອງກັນໄວຣັດ ຂໍ້ບົ່ງໃຊ້ຂອງຢາດັ່ງກ່າວແມ່ນນຳໃຊ້ໃນຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ໃນໄລຍະເລີ່ມຕົ້ນແມ່ນສາມາດກີນໄດ້ໂດຍສະເພາະ ຜູ້ທີ່ມີອາຍຸ 18 ປີຂື້ນໄປ, ແຕ່ຫ້າມນຳໃຊ້ຢານີ້ໃນແມ່ຍີງຖືພາ, ລ້ຽງລູກດ້ວຍນົມແມ່ ແລະ ເດັກນ້ອຍທີ່ມີອາຍຸຕ່ຳກ່ວາ 18 ປີ, ຜູ້ທີ່ຈະໃຊ້ຢານີ້ຕ້ອງໄດ້ຮັບການແນະນຳ ແລະ ຕິດຕາມຢ່າງໃກ້ຊິດຈາກແພດໝໍ

• ບັນດາທ່ານທີ່ນັບຖື ໄລຍະນີ້ພວກເຮົາກຳລັງຢູ່ໃນໄລຍະຂ້າມຜ່ານໂດຍການປັບຕົວເຂົ້າກັບວິຖີການດຳລົງຊີວິດແບບໃໝ່ຮ່ວມກັບໂຄວິດໃຫ້ປອດໄພ ແລະ ອົງການອະນາໄມໂລກກໍ່ໄດ້ແນະນຳໃຫ້ທຸກປະເທດໃນທົ່ວໂລກເອົາໃຈໃສ່ສັກວັກຊີນໃຫ້ກຸ່ມປະຊາກອນເປົ້າໝາຍໃຫ້ໄດ້ສູງທີ່ສຸດ, ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດລາວ ສັກວັກຊີນສະສົມທັງໝົດ: ເຂັມທີ 1 ສັກໄດ້ 4.783.468 (ອັດຕາປົກຄຸມ 65,19 %) ແລະ ທຸກເຂັມທີ່ແນະນໍາ 4.176.873 (ອັດຕາປົກຄຸມ 56,92 %)

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...